
ຫຼາຍທ່ານອາດຈະເຄີຍເຫັນຮູບແບບຂອງ “ ເວີເຊິນ ” (version) ໃນບັນດາ “ ໂປຣແກຣມ ” ບາງຄັ້ງກໍເຫັນມີຄຳຫ້ອຍທ້າຍຢູ່ ຊຶ່ງຄວາມຕ່າງໆນັ້ນແປວ່າຫຍັງ...?
Alpha ໝາຍເຖິງເວີເຊິນທີ່ທົດລອງໃຊ້ກັນໃນທີມພັດທະນາຊອບແວ ຖ້າຫາກວ່າຊອບແວໂຕນັ້ນໄດ້ຮັບການທົດລອງໃຊ້ງານຈົນສະຖຽນແລ້ວ ກໍຈະອອກເວີເຊິນ Beta ຕໍ່ໄປ.
Beta ໝາຍເຖິງເວີເຊິນທີ່ຜູ້ພັດທະນາໄດ້ທົດລອງນຳໃຊ້ ຈົນເຫັນວ່າປັນຫາຂອງ “ ບັ໊ກ ” (bug) ຕ່າງໆເກືອບວ່າບໍ່ມີແລ້ວ ຊຶ່ງຮຸ່ນນີ້ກໍຈະຖືກປ່ອຍໃຫ້ຜູ້ໃຊ້ງານນັ້ນໄດ້ດາວໂຫຼດ ແລະ ຖ້າມີບັ໊ກເກີດຂຶ້ນ ກໍຈະສົ່ງປັນຫານັ້ນກັບໄປຍັງຜູ້ພັດທະນາອີກຄັ້ງ.
RC (Release Candidate) ໝາຍເຖິງເວີເຊິນທີ່ມີການແກ້ໄຂບັ໊ກນັ້ນ ໝົດກ້ຽງແລ້ວ ແລະ ປ່ອຍໃຫ້ດາວໂຫຼດ ຊຶ່ງເປັນເວີເຊິນທີ່ Final ຫຼື ໃນພາສາວິຊາການເອີ້ນວ່າ Gamma Testing.
RTM (Refer To Manufacturing) ໝາຍເຖິງເວີເຊິນທີ່ພ້ອມຜະລິດ ແລະ ຈັດຈຳໜ່າຍ ເຊັ່ນ Microsoft Windows Vista 32/64bit Final RTM Build 6000 ຖ້າເຫັນແບບນີ້ອອກມາ ກໍສະແດງວ່າບໍ່ມີບັ໊ກ ແລະ ເປັນຮຸ່ນທີ່ໃຊ້ງານໄດ້ດີແລ້ວ.
Build ໝາຍເຖິງເວີເຊິນທີ່ກຳລັງພັດທະນາເປັນຮຸ່ນທົດລອງໃຊ້ ອາດຈະມີຊື່ລະຫັດໝາຍເລກຢູ່ທ້າຍ ເຊັ່ນ Beta 1, Beta 2, RC 1, RC 2.
Demo ໝາຍເຖິງເວີເຊິນທີ່ສົມບູນແລ້ວ ແຕ່ມີການຕັດ “ ຟັງເຊິນ ” (function) ບາງອັນອອກ ເພື່ອໃຫ້ເປັນການໃຊ້ງານເບື້ອງຕົ້ນ ໃຫ້ຜູ້ໃຊ້ງານນັ້ນມີການທົດລອງໃຊ້ ຖ້າຫາກຜູ້ໃຊ້ງານສົນໃຈຊອບແວ ກໍຈະມີການລົງທະບຽນເພື່ອຊື້ຊອບແວທີ່ເປັນເວີເຊິນສົມບູນໄປໃຊ້ງານ.
Trial ໝາຍເຖິງເວີເຊິນສົມບູນເຊັ່ນດຽວກັນ ແຕ່ຈະມີການໃຊ້ງານແບບກຳນົດວັນ ຕົວຢ່າງ ຊອບແວໂຕໜຶ່ງມີການໃຊ້ງານ ໂດຍຊອບແວໂຕນັ້ນມີການກຳນົດວັນໃນການໃຊ້ງານ ເຊັ່ນ 6 ວັນ ຫຼື 30 ວັນ ແລະ ເມື່ອຄົບກຳນົດກໍຈະໃຫ້ລົງທະບຽນ ຫຼືໃສ່ Serial Number ຈຶ່ງຈະເຂົ້າໄປໃຊ້ໂປຣແກຣມໄດ້.
Shareware ໝາຍເຖິງເວີເຊິນສົມບູນທີ່ທົດລອງໃຊ້ງານຄືກັນ ແຕ່ຈະກຳນົດການໃຊ້ງານ ເຊັ່ນ ສາມາດໃຊ້ງານໄດ້ 27 ຄັ້ງ ຫຼື 30 ວັນ ເປັນຕົ້ນ ຖ້າຫາກມີການໃຊ້ງານຄົບກຳນົດ ໂປຣແກຣມຈະແຈ້ງເຕືອນໃຫ້ຜູ້ໃຊ້ງານຮູ້ ເພື່ອລົງທະບຽນ ຫຼືໃສ່ S/N.
Freeware ໝາຍເຖິງເວີເຊິນທີ່ພັດທະນາໂດຍສົມບູນ ແລະ ບໍລິການໃຫ້ດາວໂຫຼດໃຊ້ງານ “ ຟຣີ ” (Free) ຫຼືເວົ້າງ່າຍໆວ່າໄດ້ລ້າ ແລະ ບໍ່ຈຳກັດວັນໝົດອາຍຸ.
ຕອບບັນຫາອາການຄອມ ? (289)