SPC Systems
ໜ້າຫຼັກ > ໄອທີນ (IT) ຢາກບອກ
Harddisk External ດີ ມີຂໍ້ສະດວກຫຼາຍຢ່າງ
ວັນທີ 13 ທັນວາ 2011 - ເວລາ 14:12:44 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

ປັດ­ຈຸ­ບັນ ແມ່ນ​ຍຸກ​ມື​ຖື ນັບ​ຕັ້ງ­ແຕ່​ໂທລະ­ສັບ iPad Tablet Netbook Notebook... ລວມ​ທັງ​ອຸ­ປະ­ກອນ​ມື​ຖື ເຊັ່ນ Harddisk External ທີ່​ມີ​ຄຸນ​ລັກ­ສະ­ນະ​ພົກ​ພາ​ສະ­ດວກ ແຕ່​ຄວາມ​ສະ­ດວກ​ສະ­ບາຍ​ກໍ​ມີ​ຂໍ້​ຈຳ­ກັດ ເພາະ­ວ່າ​ຖ້າ​ເຮົາ​ໃຊ້ iPad ຫຼື Tablet ແລ້ວ​ຢາກ​ເກັບ​ຂໍ້​ມູນ​ໄວ້​ໃນ Harddisk External ຊຶ່ງ​ອຸ­ປະ­ກອນ​ເຫຼົ່າ​ນີ້ ມັນ​ບໍ່​ສາ­ມາດ​ເຊື່ອມ​ຕໍ່​ກັນ​ໄດ້​ງ່າຍໆ ບໍ່​ຄື​ເອົາ Harddisk External ມາ​ເຊື່ອມ​ຕໍ່​ກັບ ຄອມ ຫຼື ໂນດ​ບຸກ.

ມື້­ນີ້ ຈະ​ມາ​ແນະ­ນຳ​ການ​ເລືອກ​ຊື້ Harddisk External ທີ່​ສາ­ມາດ​ເຊື່ອມ​ຕໍ່​ກັບ ຄອມ ໂນດ​ບຸກ ເນັດ​ບຸກ ໄປ​ຈົນ​ຮອດ iPad iPhone ແລະ Tablet ຍີ່­ຫໍ້​ອື່ນໆ ມີ​ດັ່ງ­ນີ້:

1.ຄວາມ​ຈຸ : ຖື​ວ່າ​ມີ​ຄວາມ​ສຳ­ຄັນ​ຫຼາຍ ເພາະ­ວ່າ​ເຮົາ​ຊື້​ມາ​ເພື່ອ​ເກັບ​ຂໍ້​ມູນ ດັ່ງ­ນັ້ນ ເຮົາ​ຈຶ່ງ​ເລືອກ​ຂະ­ໜາດ​ຄວາມ​ຈຸ​ທີ່​ເໝົາ​ະ​ສົມ ຫາ​ກວ່າ​ມີ​ຂໍ້​ມູນ​ຫຼາຍ ກໍ​ຕ້ອງ​ເລືອກ​ຄວາມ​ຈຸ​ທີ່​ສູງ ປັດ­ຈຸ­ບັນ​ກໍ​ມີ​ໃຫ້​ເລືອກ​ຕັ້ງ­ແຕ່ 1,2 ແລະ 3TB (1 TeraByte = 1024 GigaByte).

2.ໜ້າ​ຕາ : ເຖິງ​ວ່າ​ຈະ​ບໍ່​ຖື​ເປັນ​ເລື່ອງ​ສຳ­ຄັນ ແຕ່​ກໍ​ເປັນ​ເລື່ອງ​ໃຫຍ່​ໃນ​ສາຍ­ຕາ​ຂອງ​ຫຼາຍ​ຄົນ ເພາະ​ເປັນ​ສິ່ງ​ທີ່​ຕ້ອງ​ພົກ​ພາ​ຕິດ​ໂຕ​ໄປ​ເຮັດ​ວຽກ​ຫຼາຍໆ​ບ່ອນ ຖ້າ​ໜ້າ​ຕາ​ຂີ້­ຮ້າຍ ເຮົາ​ກໍ​ຄົງ​ບໍ່​ສະ­ບາຍ​ໃຈ​ທີ່​ຈະ​ພົກ​ພາ​ໄປ​ນຳ.

3.ການ​ເຊື່ອມ​ຕໍ່ : ໂດຍ​ທົ່ວ​ໄປ​ແລ້ວ​ມັນ​ຈະ​ເຊື່ອມ​ຕໍ່​ຜ່ານ​ທາງ USB (ປັດ­ຈຸ­ບັນ​ກໍ​ຄວນ​ເປັນ USB 3.0) ແລະ ກໍ​ຄວນ​ມີ Wireless ທີ່​ແມ່ນ​ການ​ເຊື່ອມ​ຕໍ່​ແບບ​ໄຮ້​ສາຍ ຊື່ງ​ຄຸນ­ສົມ­ບັດ​ຂໍ້​ນີ້ ກໍ​ຈະ​ຊ່ວຍ​ໃຫ້​ສາ­ມາດ​ເຊື່ອມ​ຕໍ່​ກັບອຸ­ປະ­ກອນ​ຕ່າງໆ​ທີ່​ກ່າວ​ມາ​ນັ້ນ​ໄດ້.

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
13 + 10 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0302 ວິນາທີ.
Apycom jQuery Menus
Powered by iTeen 020 54644729