
Kingston ຜູ້ຜະລິດ memory Product ໄດ້ເປີດໂຕ Flash drive (ຫຼືທີ່ຮ້ອງຕິດປາກວ່າ USB) Kingston DataTraveler HyperX 3.0 ເຊິ່ງແມ່ນ Flash drive ຄວາມໄວສູງ ໂດຍອອກແບບມາສຳລັບ User ລະດັບ High-Ends ລວມໄປເຖິງນັກຫຼິ້ນເກມ ມັນມາພ້ອມກັບຄຸນສົມບັດຄວາມສາມາດບັນຈຸຢ່າງມະຫາສານເທົ່າທີ່ເຄີຍມີມາຂອງ Kingston ໂດຍມີຄວາມບັນຈຸຕັ້ງແຕ່ 64 GB,128 GB ແລະ 256 GB ຊຶ່ງສາມາດແລ່ນໄດ້ 8 ຊ່ອງທາງ ເຮັດໃຫ້ມີຄວາມໄວໃນການອ່ານສູງສຸດເຖິງ 255 MB/ວິນາທີ ແລະ ມີຄວາມໄວໃນການຂຽນສູງສຸດເຖິງ 135 MB/ວິນາທີ ຊຶ່ງເຊື່ອມຕໍ່ຜ່ານ USB 3.0 ການອອກແບບແມ່ນໃຊ້ໂລຫະ-ຫຸ້ມດ້ວຍຢາງ ປ້ອງກັນການສັ່ນສະເທືອນ ຊຶ່ງມີຄວາມທົນທານສົມຄວນ.
ຂະໜາດບັນຈຸ 256GB ນັ້ນ ຖ້າປຽບທຽບກັບການຈັດເກັບຂໍ້ມູນເທົ່າກັບ: 10 ແຜ່ນ Blu-Ray (ແຜ່ນລະ 25 GB), 54 ແຜ່ນ DVD (ແຜ່ນລະ 4.7 GB) ເພັງ MP3 48,640 ຟາຍ (ຟາຍລະ 4 MB) ຫຼື Microsoft Word 13,473,684 ໜ້າ (ທີມີໃສ່ຮູບເຂົ້າໄປນຳ).
![]()
Kingston DataTraveler HyperX 3.0 Features and Specifications
ຄວາມສາມາດບັນຈຸ: 64 GB, 128 GB, 256 GB
ຄວາມໄວ:
USB 3.0: ອ່ານສູງສຸດ 225 MB/s ແລະ ຂຽນສູງສຸດ 135 MB/s
USB 2.0: ອ່ານສູງສຸດ ແລະ ຂຽນສູງສຸດ 30 MB/s
ສາມາດໃຊ້ໄດ້ກັບ: USB 2.0 ແລະ USB 1.1 ports
ອຸຫະພູມຂະນະທີ່ເຮັດວຽກ: 32°F ເຖິງ140°F (0°C ເຖິງ60°C)
ອຸຫະພູມໃນການເກັບຂໍ້ມູນ: -4°F ເຖິງ185°F (-20°C ເຖິງ85°C)
ຕອບບັນຫາອາການຄອມ ? (289)