
Acer ເປີດໂຕ ແທັບເລັດ (Tablet) Android 3.2 Honeycomb ຮຸ່ນໃໝ່ ທີ່ມີການອອກແບບໂດດເດ່ນກວ່າຮຸ່ນກ່ອນໆ ຊຶ່ງ Acer ICONIA Tab A200ຂະໜາດໜ້າຈໍ 10,1ນິ້ວ ຄວາມລະອຽດໜ້າຈໍ 1280x800ພິກເຊວ ພ້ອມ ສະເປັກ ພາຍໃນເປັນ ຊິບ (Chip) ປະມວນຜົນ Nvidia Tegra 2 ຄວາມໄວ 1 GHz ແບບ ດັວນຄໍ (Dual-core) ແຣມ 1 GB ກ້ອງດ້ານໜ້າ 2 ລ້ານພິກເຊວ ທັງມີ Port USB ແບບເຕັມ ແລະ ບ່ອນໃສ່ microSD.
![]()
ທີ່ສຳຄັນ Acer ICONIA Tab A200 ໄດ້ມີ ຊອບແວ ຮູບແບບໜ້າຕາການໃຊ້ງານເປັນ Acer Ring ຊຶ່ງຊ່ອຍໃນການໃຊ້ງານມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ສົ່ງຜົນໃຫ້ ແທັບເລັດ Acer ທີ່ເປັນ Android ມີຄວາມເປັນເອກະຮັກຫຼາຍຂຶ້ນ.
Acer ICONIA Tab A200 ກຽມວາງຈຳໜ່າຍໃນເດືອນມັງກອນ ປີ 2012 ໂດຍຈະໄດ້ຮັບການ ອັບເກຣດ ເປັນ Android 4.0 Ice Cream Sandwich ໃນພາຍຫຼັງ ສ່ວນທາງດ້ານລາຄາ ທາງ Acer ຍັງບໍ່ທັນເປີດເຜີຍເທື່ອ.
ຂໍ້ມູນຈາກ: www.notebookspec.com
ຕອບບັນຫາອາການຄອມ ? (289)