
"ອອຟຕາ" ບໍລິສັດຮວບຮວມສະຖິຕິເປີດເຜີຍວ່າ ລີອອນ ບຣິດຕັນ ກອງກາງຮ່າງນ້ອຍຂອງທີມສະວອນຊີ ຊີຕີ ແຫ່ງວົງການເຕະບານອັງກິດ ຄືຜູ້ຫິ້ນທີ່ຜ່ານບານທີ່ດີທີ່ສຸດ ໃນບັນດາ 5ລີກດັງໃນເອີຣົບ (ອັງກິດ, ແອັດສະປາຍ, ອີຕາລີ, ເຢຍລະມັນ ແລະ ຝຣັ່ງ).
ໂດຍນັກເຕະເລືອດອັງກິດໄວ 29 ປີ ມີຄະແນນຄິດເປັນຮ້ອຍລະ 93,3 % ຊຶ່ງເນືອກວ່າຊາບີ ເຮີນານເດຊ, ອັນເດຣສ ອິເນຍສະຕາ ແລະ ເຊີຄິໂອ ບຸສເກັດ 3 ກໍາລັງສຳຄັນຫຼັກແດນກາງບາເຊໂລນ່າ ສະໂມສອນຍິ່ງໃຫຍ່ແຫ່ງແອັດສະປາຍ.
ຈາກການທີ່ ແບຣນແດນ ຣ໊ອດເຈີ ຜູ້ຈັດການທີມສະວອນຊີ ເນັ້ນໃຫ້ລູກທີມຈ່າຍບານແບບແມ່ນຢຳ ຈຶ່ງເຮັດໃຫ້ທີມສະວອນຊີ ມີຄ່າສະເລ່ຍການຈ່າຍບານຫຼາຍກວ່າແມນ ເຊສເຕີ ຢູໄນເຕັດ, ທອດແນ່ມ ຮອດສະເປີ ແລະ ອາເຊນອນ ຊຶ່ງເປັນສະໂມສອນຍິ່ງ ໃຫຍ່ແຫ່ງເກາະອັງກິດ ແຕ່ເປັນຮອງພຽງແຕ່ແມນເຊສເຕີ ຊີຕີ ແລະ ເຊວຊີເທົ່ານັ້ນ.
