
ແລ້ວໃຜຈະໄປສູ້ໄດ້ ! ທ່ານຊານໂດຣ ໂຣເຊວ ປະທານສະໂມສອນບາເຊໂລນ່າກ່າວວ່າ ພ້ອມເດີນໜ້າເຊັນສັນຍາກັບ ເນມາ ກອງໜ້າຕົວເກັ່ງຈາກຊານໂຕ໊ສ ພາຍໃນປີ 2014.
ກອງໜ້າທີມຊາດບຣາຊິນ ຫາກໍເຊັນສັນຍາຄ້າຝີຕີນກັບຍອດທີມແຫ່ງບຣາຊິນລາກຍາວໄປຈົນເຖິງປີ 2014 ອັນເປັນໄປຕາມຄວາມປາດຖະໜາຂອງຜູ້ກ່ຽວຂໍພັດທະນາຝີຕີນໃນບ້ານເກີດໃຫ້ແຂງແກ່ນຂຶ້ນກວ່ານີ້ ຈາກນັ້ນຈຶ່ງຄ່ອຍຄິດຍ້າຍໄປຫຼິ້ນໃນຕ່າງແດນ ໂດຍ ໃຫ້ຄວາມສົນໃຈເວທີລາລີກາເປັນພິເສດ.
"ຫຼັງຈາກປີ 2014ເມື່ອສັນຍາຂອງເນມາໝົດລົງ ເຮົາຈະໄດ້ຮູ້ກັນ" ປະທານໃຫຍ່ທີມບາເຊໂລນ່າໃຫ້ຄຳໝັ້ນຜ່ານສະຖານີວິທະຍຸຄອມ ເຣດິໂອ.
"ມັນເປັນໄປໄດ້ຕາມຄວາມຕ້ອງການຂອງຕົວເຂົາຢາກມີໂອກາດກ້າວໄປຂ້າງໜ້າ".
