8 ບັນຫາໃຫຍ່ ກອງປະຊຸມສະໄໝສາມັນເທື່ອທີ 3 ສປນວ ຈະໄດ້ສຸມພິຈາລະນາຮັບຮອງເອົາ

    ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນວັນທີ 21-26 ກໍລະກົດ 2022 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ເປັນກຽດເຂົ້າຮ່ວມ ມີທ່ານ ປອ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງ ນວ ບັນດາທ່ານການນໍາພັກ-ລັດ ຂັ້ນ ນວ ທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍທ່ານສະມາຊິກສະພາປະຊາຊົນ ນວ ແຂກຖືກເຊີນ.

    ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ 8 ບັນຫາ

  1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງ ນວ
  2. ຮັບຟັງການສະເໜີ ເພື່ອທາບທາມຄໍາຄິດຄໍາເຫັນກ່ຽວກັບບົດລາຍງານຄວາມຄືບໜ້າໃນການປັບປຸງຮ່າງ ແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ ຂອງ ນວ
  3. ຮັບຟັງການລາຍງານຊີ້ແຈງບາງວຽກງານສໍາຄັນຂອງອົງການປົກຄອງ ນວ ເປັນຕົ້ນ ບັນຫາການຄວບຄຸມລາຄາສິນຄ້າ ແຜນການຄຸ້ມຄອງລາຄາສິນຄ້າໃນອະນາຄົດ ແລະ ການສົ່ງເສີມການຜະລິດເປັນສິນຄ້າພາຍໃນ ບັນຫາພື້ນຖານໂຄງລ່າງຈໍານວນໜຶ່ງ ລວມທັງບັນຫາການຄຸ້ມຄອງຄົນຕ່າງປະເທດ ຢູ່ ນວ ກ່ຽວກັບການແກ້ໄຂບັນຫາກອງທຶນຢາເສບຕິດ ນວ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ
  4. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງສະພາປະຊາຊົນ ນວ
  5. ຮັບຟັງການລາຍງານ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະ ການແກ້ໄຂການລະເມີດກົດໝາຍໃນການພາງຕົວ ກັກຕົວ ແລະ ການກັກຂັງພາງທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນໄລຍະ 6 ເດືອນຕົ້ນປີ 2022 ຂອງອົງການໄອຍະການປະຊາຊົນ ນວ
  6. ຮັບຟັງການລາຍງານ ຂອງອົງການໄອຍະການປະຊາຊົນ ນວ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕາມຂໍ້ຕົກລົງ ຂອງເຈົ້າຄອງ ນວ ສະບັບເລກທີ 841/ຈນວ ລົງວັນທີ 25 ຕຸລາ 2021 ໂດຍລົງເລິກການດໍາເນີນຄະດີຢາເສບຕິດ ຢູ່ ນວ
  7. ຮັບຟັງກາລາຍງານຂອງສານປະຊາຊົນ ນວ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫຼ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕາມຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນວ ສະບັບເລກທີ 841/ຈນວ, ລົງວັນທີ 25 ຕຸລາ 2021 ໂດຍລົງເລິກການດໍາເນີນພິຈາລະນາຕັດສິນຄະດີຢາເສບຕິດ ແລະ 8 ພິຈາລະນາ ແລະ ຮັບຮອງເອົາ ການສະເໜີແຕ່ງຕັ້ງບຸກຄະລາກອນ ຂອງອົງການປົກຄອງ ນວ ຈໍານວນໜຶ່ງ.

# ຂ່າວ – ພາບ : ບຸນມີ ສີວິໄລ

error: Content is protected !!