SPC Systems
ໜ້າຫຼັກ > ຫົວຂໍ້ຂ່າວອື່ນໆ
ເຝີແຊບ ! ... ເຈົ້າເກົ່າ
ວັນທີ 27 ມັງກອນ 2012 - ເວລາ 09:48:20 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

ປັດ­ຈຸ­ບັນ ຄວາມ​ເຫີ່ ແລະ ແລ່ນ­ນຳ​ຂອງ​ໃໝ່ ຫຼື ກະ­ແສ​ລົດ​ນິ­ຍົມ​ທີ່​ແປກໆ ໄດ້​ເຮັດ​ໃຫ້​ຢູ່​ບ້ານ​ເຮົາ​ມີ​ທັງ​ເຝີ​ແຊບ​ເຈົ້າ​ເກົ່າ ແລະ ເຝີ​ແຊບ​ເຈົ້າ​ໃໝ່ ຄົນ​ທີ່​ດຳ­ລົງ​ຊີ­ວິດ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເວົ້າ​ສະ­ເພາະ ຜູ້​ມີ​ອາ­ຊີບ​ໝັ້ນ­ຄົງ ຫຼື ຢຶດ​ຖື​ຄະ­ຕິ​ທີ່​ວ່າ: ເວ­ລາ​ແມ່ນ​ເງິນ ຖ້າ­ວ່າ​ຜູ້​ໃດ​ບໍ່​ທັນ​ເຄີຍ​ໄດ້​ກິນ​ເຝີ ຫຼື ຊີມ​ເຝີ​ຈັກ​ຖ້ວຍ ກໍ​ຕ້ອງ​ຖື​ວ່າ ຍັງ​ສາ­ມາດ​ຮັກ­ສາ​ເອ­ກະ­ລັກ​ແຫ່ງ​ການ​ດຳ­ລົງ​ຊີ­ວິດ ແລະ ການ​ຢູ່​ກິນ​ແບບ​ລາວໆ ໄດ້​ດີ​ພໍ​ສົມ­ຄວນ ຍ້ອນ​ວ່າ​ໂລ­ກາ​ພິ​ວັດ​ຂອງ​ວັດ­ທະ­ນະ­ທຳ​ຫຼາຍ​ຮູບ​ຫຼາຍ​ສີ ທີ່​ນັບ​ມື້​ຫຍັບ​ໃກ້​ເຂົ້າ​ຫາ​ກັນ ພົວ ພັນ​ກັນ ຮຽນ​ຮູ້​ນຳ​ກັນ ແລະ ແລກ­ປ່ຽນ ກັນ​ທາງ​ດ້ານ​ເສດ­ຖະ­ກິດ ອັນ​ນີ້​ແມ່ນ ເງື່ອນ­ໄຂ​ທີ່​ເຮັດ​ໃຫ້ "ເຝີ​ແຊບ" ເຂົ້າ​ມາ ປ່ຽນ​ແທນ​ຄາບ​ເຂົ້າ​ສວຍ ຫຼື ອາ­ຫານ​ທ່ຽງ​ຂອງ​ຫຼາຍ​ຄົນ ແລະ ຫຼາຍໆ​ສຳ­ນັກ­ງານ​ອົງ­ການ ສະ­ນັ້ນ ພໍ​ຮອດ​ຍາມ​ເລີກ​ການ​ເວ­ລາ​ໃດ ຫຼາຍໆ​ຄົນ​ກໍ​ຈະ​ຄິດ​ຮອດ​ຖ້ວຍ​ເຝີ ແລະ ຮ້ານ​ຂາຍ​ເຝີ ແລ້ວ​ຊວນ​ກັນ ຫຼື ເອີ້ນ​ເອົາ­ກັນ​ຂຶ້ນ​ລົດ​ຕູ້​ໄປ​ຊອກ​ກິນ​ເຝີ​ແຊບ ບາງ​ຄົນ​ເຖິງ​ຈະ​ທຳ­ທ່າ​ຕອບ​ປະ­ຕິ­ເສດ​ໄປ​ວ່າ: ລືມ​ກະ​ແຕັບ​ເງິນ​ໄວ້​ເຮືອນ ແຕ່​ໝູ່​ກໍ​ຍັງ​ອົດ­ສາ​ໃຈ­ດີ ເກ້ຍ​ກ່ອມ​ຕື່ມ​ວ່າ: ໄປ໋ ເຮົາ​ຊິ​ຈ່າຍ​ດອກ.

ເຝີ ແມ່ນ​ຊື່​ອາ­ຫານ​ແນວ​ໜຶ່ງ ທີ່​ເຮັດ​ດ້ວຍ​ແປ້ງ ເປັນ​ເສັ້ນ ມີ​ທັງ​ເຝີ​ເສັ້ນ​ໃຫຍ່ ແລະ ເຝີ​ເສັ້ນ​ນ້ອຍ ແລ້ວ­ແຕ່​ຜູ້​ມັກ ມີ​ເຄື່ອງ­ປຸງ​ທີ່​ເຮັດ​ດ້ວຍ​ນ້ຳ​ຕົ້ມ​ຊີ້ນ​ງົວ ໝູ ຫຼື ເປັດ ໄກ່... ມີ​ທັງ​ລູກ­ຊີ້ນ ແລະ ສິ່ງ​ປະ­ສົມ​ອື່ນໆ ເອີ້ນ: ເຫຍື່ອ​ເຝີ ສິ່ງ​ປະ­ສົມ​ອື່ນໆ ຫຼື ເຫຍື່ອ​ເຝີ​ນີ້​ລະ ທີ່​ເຮັດ​ໃຫ້​ຄວາມ​ແຊບ​ຂອງ​ເຝີ ມີ​ລົດ​ຊາດ​ທີ່​ແຕກ​ຕ່າງ​ກັນ ທັງ​ເປັນ​ກົນ­ລະ­ຍຸດ​ຂອງ​ສິ­ລະ​ປະ­ການ​ແຂ່ງ­ຂັນ ທີ່​ຍາດ​ແຍ່ງ​ເອົາ​ຄວາມ​ນິ­ຍົມ​ຂອງ​ລູກ​ຄ້າ ສ່ວນ​ຄຳ​ວ່າ: ແຊບ ມີ​ຄວາມ​ໝາ­ຍວ່າ: ມີ​ລົດ​ດີ ກິນ​ດີ ກິນ​ແຊບ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ເຝີ​ແຊບ​ຫຼາຍ​ບ່ອນ ຊຶ່ງ​ເອີ້ນ​ຕາມ​ຊື່​ຂອງ​ບ້ານ (ສະ­ຖານ­ທີ່ ຫຼື ຊື່​ເຈົ້າ​ຂອງ​ຮ້ານ) ເປັນ­ຕົ້ນ: ເຝີ​ແຊບ​ໂພນ​ເຄັງ ເຝີ​ແຊບ​ບ້ານ​ພິມ ເຝີ​ແຊບ​ສາຍ​ລົມ ເຝີ​ແຊບ​ທາດ​ດຳ ເຝີ​ແຊບ​ສີ​ຫອມ ເຝີ​ແຊບ​ສີ​ໄຄ ເຝີ​ແຊບ​ຫຼັກ​ເຈັດ ເຝີ​ແຊບ​ເມືອງ​ຫຼວງ ເຝີ​ແຊບ​ປາກ​ເຊ ແລະ ເຝີ​ແຊບ​ບ່ອນ​ອື່ນໆ​ອີກ... ສາ­ເຫດ​ທີ່​ເຮັດ​ໃຫ້​ຄົນ​ຈື່​ຈຳ ຫຼື ເອີ້ນ​ຊື່​ຮ້ານ​ເຝີ​ຕາມ​ຊື່​ບ້ານ​ຫຼາຍ​ກ່ອນ​ຊື່​ເຈົ້າ​ຂອງ​ຄົນ​ທີ່​ປຸງ​ເຝີ​ນັ້ນ ອາດ​ແມ່ນ​ຍ້ອນ​ວ່າ ເວ­ລາ​ນັດ​ກັນ​ໄປ​ກິນ​ເຝີ ຄັນ​ບອກ​ສະ­ຖານ­ທີ່​ມັນ​ຊອກ​ງ່າຍ​ກ່ວ​າ ຄິດ​ອອກ​ທັນ­ທີ​ໂລດ ເພາະ​ຄັນ​ຖ້າ​ໄປ​ໃສ່​ຊື່​ຄົນ​ຂາຍ ເຊັ່ນ: ເຝີ​ແຊບ​ຕູ້​ຈ່ອຍ ຫຼື ເຝີ​ແຊບ​ນາງ​ຄຳ ມັນ​ອາດ​ຈະ​ຫຼົງ​ຮ່ອມ​ກໍ​ເປັນ​ໄດ້ ບາງ​ຄົນ​ອາດ​ຈະ​ສໍ້​ໄປ​ຕື່ມ​ອີ​ກວ່າ: ຈ່ອຍ​ໃດ​ນໍ ? ຫຼື ຄຳ​ໃດ​ຫວາ ? ຍ້ອນ​ວ່າ​ຄົນ​ລາວ​ນິ­ຍົມ​ຕັ້ງ​ຊື່​ຄື​ກັນ ແລະ ຊື່​ຊ້ຳ​ກັນ​ນັ້ນ​ເອງ

ມີ​ຄົນ​ຖາມ​ມາ​ວ່າ: ຄວາມ​ແຊບ​ຂອງ​ເຝີ​ນັ້ນ ເພິ່ນ​ວັດ­ແທກ​ກັນ​ຢູ່​ບ່ອນ​ໃດ​ນໍ້ ບາງ​ຄົນ​ກໍ​ບອກ​ວ່າ: ແຊບ​ນຳ​ນ້ຳ​ຕົ້ມ​ເຝີ​ມັນ​ນົວ​ດີ​ວ່າ​ຊັ້ນ ! ແຕ່​ບາງ​ຄົນ​ກໍ​ມັກ​ກິນ​ຖ້ວຍ​ໃຫຍ່ ກິນ​ຕອນ​ສວຍ​ອີ່ມ​ຮອດ​ມື້​ແລງ ບາງ​ຄົນ​ກໍ​ບອກ​ວ່າ ເຈົ້າ​ຂອງ​ຮ້ານ​ບໍ່​ຂີ້​ຖີ່​ເຄື່ອງ­ປຸງ ມີ​ຜັກ​ກັບ​ຫຼາຍ​ແນວ ແລະ ຫຼາຍ​ຄົນ​ກໍ​ແຊບ​ນຳ​ບັນ­ຍາ­ກາດ... ມີ​ຄົນ​ໃຫ້​ຄຳ​ເຫັນ​ວ່າ ຢາກ​ຮູ້​ວ່າ ເຝີ​ຮ້ານ​ໃດ​ແຊບ​ແທ້​ຫຼື​ບໍ່ ? ໃຫ້​ເບິ່ງ​ຄົນ​ທີ່​ເຂົ້າ​ໄປ​ໃຊ້​ບໍ­ລິ­ການ ຫຼື ບ່ອນ​ຈອດ​ລົດ ເພາະ​ຄັນ​ໄປ​ຊ້າ​ແດ່​ກໍ​ຕ້ອງ​ລໍ­ຖ້າ​ດົນ ແລະ ຊອກ​ຫາ​ບ່ອນ​ຈອດ​ລົດ​ບໍ່​ມີ ຂໍ້​ໃດ​ກໍ​ຫາກ​ຖືກ​ເນາະ ຍົກ­ເວັ້ນ​ເຫດ­ຜົນ​ສຸດ​ທ້າຍ​ອາດ​ບໍ່​ແມ່ນ 100% ຕິ໋ ! ເພາະ​ມີ​ຮ້ານ​ຫຼາຍ​ບ່ອນ ແມ່ນ​ບໍ່​ໄດ້​ກະ­ກຽມ​ສະ­ຖານ­ທີ່​ໄວ້​ຈອດ​ລົດ​ໃຫ້​ລູກ​ຄ້າ​ຢ່າງ​ສະ­ດວກ​ສະ­ບາຍ ອາ­ໄສ​ບ່າ​ທາງ ຫຼື ແຄມ​ທາງ ແລະ ເດີ່ນ​ອ້ອມ­ແອ້ມ​ເຮືອນ.

ການ​ກິນ​ເຝີ ແມ່ນ​ຂະ​ບວນ​ວິ­ວັດ​ແຫ່ງ​ຄຸນ­ຄ່າ​ຄວາມ​ນິ­ຍົມ​ຂອງ​ວັດ­ທະ­ນະ­ທຳ ການ​ດຳ­ລົງ​ຊີ­ວິດ​ໜຶ່ງ​ທີ່​ກຳ­ລັງ​ປ່ຽນ­ແປງ ຈົນ​ອາດ​ເວົ້າ​ໄດ້​ວ່າ: ມັນ​ຂ້າມ​ຜ່ານ​ຊາຍ​ແດນ​ຂອງ​ປະ­ເພ­ນີ​ດັ່ງ​ເດີມ ໄປ​ສູ່​ຄວາມ​ທັນ​ສະ­ໄໝ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ໝາຍ​ຄວາມ​ວ່າ ຄົນ​ແລ່ນ­ນຳ​ເວ­ລາ​ຫຼາຍ ຈົນ​ອາດ​ລືມ​ຄວາມ​ຜູກ​ພັນ​ແບບ​ມູນ­ເຊື້ອ ແນວ­ໃດ​ກໍ​ຕາມ: ເຫັນ​ວ່າ​ໄດ້​ກິນ​ເຝີ​ແລ້ວ ຂໍ​ຢ່າ​ລືມ​ຖ້ວຍ​ປົ່ນ ໃຫ້​ຄິດ​ເຖິງ​ຄົນ​ທີ່​ຄອງ​ຄອຍ​ຖ້າ​ໝູ່​ເຈົ້າ ແລະ ພາ­ເຂົ້າ​ທີ່­ຢູ່​ເຮືອນ​ແດ່​ເດີ ! ດີ​ແທ້​ຕອນ​ຂາ​ກັບ​ເມືອ ກໍ​ຊື້​ໄປ​ຕ້ອນ​ແດ່​ຈັກ​ຖົງ​ກໍ​ຍັງ​ດີ​ນໍ້ !.

ໂດຍ: ສາຍ​ດາ​ຣາ

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
10 + 4 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0301 ວິນາທີ.
Apycom jQuery Menus
Powered by iTeen 020 54644729