
ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງສີສັດຕະນາກ ເລັ່ງຕິດຕາມຜູ້ທີ່ຫຼົບໜີໃນຄະດີປຸ້ນຊັບ ແລະ ລັກຊັບພົນລະເມືອງ ຫຼັງຈາກສອບສວນຜູ້ຕ້ອງຫາ ຄື: ທ້າວ ຫັດສະດີ ຫຼື ຕີນ້ອຍ ອາຍຸ 23 ປີ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ແລະ ທ້າວ ພຸດທະປະເສີດ ຫຼື ກ໋ອດ ອາຍຸ 27 ປີ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຖືກຈັບກຸມໃນວັນທີ 17 ຕຸລາ 2011.
ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ຜ່ານການສອບສວນຄະດີປຸ້ນຊັບ ແລະ ລັກຊັບພົນລະເມືອງລາຍນີ້ ເຫັນວ່າຍັງມີຜູ້ທີ່ຖືກຊັດທອດຫຼາຍຄົນທີ່ຮ່ວມກັນ ກະທຳຜິດແລ້ວຫຼົບໜີ ແລະ ຄະດີນີ້ ຈະໄດ້ທຳການສອບສວນຢ່າງລະອຽດ ເພື່ອຕິດຕາມຜູ້ທີ່ຖືກຊັດທອດມາດຳເນີນຄະດີ ຜ່ານການສອບສວນ ທ່າວ ຫັດສະດີ ໃຫ້ການວ່າ: ໃນເດືອນກັນຍາ 2011 ໄດ້ຮ່ວມກັບພັກພວກສອງຄົນ ຄືື: ທ້າວ ແຈັກ ແລະ ທ້າວ ເປ່ເລ້ ລັກເອົາລົດຈັກຢາມາຮາຟີໂນ້ ສີດຳຂາວ ທີ່ຈອດຢູ່ໜ້າຮ້ານຂາຍເຄື່ອງແຫ່ງໜຶ່ງ ຢູ່ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ແລ້ວເອົາລົດຄັນດັ່ງກ່າວ ໄປຈຳນຳຢູ່ບ້ານໂພນປ່າເປົ້າ ໄດ້ເງິນ 1.100 ບາດ ສ່ວນເງິນທີ່ໄດ້ມາ ແມ່ນນຳໄປຊື້ຢາບ້າມາເສບ ແລະ ແບ່ງກັນໃຊ້ຈ່າຍ ນອກນີ້ ໃນເດືອນສິງຫາ 2011 ໄດ້ຮ່ວມກັບທ້າວ ໄຊຊະນະ (ປັດຈຸບັນຖືກດຳເນີນຄະດີຢູ່ ປກສ ເມືອງຈັນທະບູລີ ລັກລົດຈັກຮອນດ້າເວບ 100 ສີປອນ ທີ່ຈອດຢູ່ແຄມທາງເຂດບ້ານສະຫວ່າງ ເມືອງຈັນທະບູລີ ສ່ວນທ້າວ ພຸດທະປະເສີດ ໃຫ້ການວ່າ: ໃນໄລຍະເດືອນສິງຫາ 2011 ໄດ້ຮ່ວມກັບພັກພວກ 3 ຄົນ ຄື: ທ້າວ ຫັດສະດີ ທ້າວ ໄຊຊະນະ ແລະ ທ້າວ ເປ່ເລ້ ໄດ້ພາກັນປຸ້ນເອົາລົດຈັກຮອນດ້າເວບ 100 ສີປອນດຳ ປ້າຍແຂວງຫົວພັນ ເຊິ່ງເຫດການປຸ້ນຄັ້ງນີ້ ແມ່ນທ້າວ ພຸດທະປະເສີດ ເປັນຄົນໃຊ້ງ້າວຈີ້ເຈົ້າຂອງລົດ ສ່ວນລົດແມ່ນທ້າວ ໄຊຊະນະ ເປັນຄົນເອົາໄປຂາຍ ໄດ້ເງິນ 1.500 ບາດ ຫຼັງຈາກໄດ້ເງິນມາກໍແບ່ງກັນໃຊ້ຈ່າຍ ຫຼິ້ນກິນຟຸມເຟືອຍ ແລະ ຊື້ຢາບ້າມາເສບ.
ເຈົ້າໜ້າທີ່ສອບສວນຄະດີສະຫຼຸບວ່າ: ຜູ້ຕ້ອງຫາທັງສອງແມ່ນມີເຈດຕະນາເຄື່ອນໄຫວກະທຳຜິດ ໃນຖານລັກຊັບພົນລະເມືອງ ແລະ ປຸ້ນຊັບພົນລະເມືອງແທ້ ແລະ ເປັນການກະທຳຜິດຕໍ່ກົດໝາຍອາຍາ ໃນມາດຕາ 119 ແລະ 118 ພວກກ່ຽວທັງສອງ ຈະຖືກດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ສ່ວນລົດຈັກທັງສາມຄັນ ເຈົ້າໜ້າທີ່ໄດ້ມອບຄືນໃຫ້ເຈົ້າຂອງເດີມແລ້ວ.
