SPC Systems
ໜ້າຫຼັກ > ຫົວຂໍ້ຂ່າວອື່ນໆ
ຂັດເລືອກນາງງາມກັບການສຶກສາຂັດກັນ
ວັນທີ 24 ມັງກອນ 2012 - ເວລາ 13:26:37 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

ມີ​ຫຼາຍ​ຄົນ​ເອີ້ນ​ເລື່ອງ​ຕໍ່​ໄປ​ນີ້​ວ່າ: ຄວັນ​ຫຼົງ ແລະ ກິ່ນ​ເຫຼືອ ຈາກ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 2 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ປັດ­ຈຸ­ບັນ ເຊິ່ງ​ສຳ­ເລັດ​ເຊັດ​ສິ້ນ​ລົງ​ໃນ​ວັນ​ທີ 21 ທັນ­ວາ​ປີ­ຜ່ານ­ມາ ເລື່ອງ​ທີ່​ວ່າ​ນັ້ນ ແມ່ນ​ບາງ​ຕອນ​ຂອງ​ຄຳ​ເຫັນ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທີ່​ກ່າວ​ຕໍ່​ກອງ​ປະ­ຊຸມ​ສະ­ພາ​ໃນ​ຫົວ­ຂໍ້ ແຜນ​ປະ­ຕິ​ຮູບ​ການ​ສຶກ​ສາ​ແຫ່ງ​ຊາດ ໃນ​ສ່ວນ​ທີ່​ພົວ­ພັນ​ກັບ​ການ​ຂັດ​ເລືອກ​ນາງ​ງາມ​ນັ້ນ ທ່ານ​ລັດ­ຖະ­ມົນ­ຕີ​ຊີ້​ແຈງ​ເຊິ່ງ​ສາ­ມາດ​ສະ­ຫຼຸບ​ເປັນ​ຂໍ້​ດັ່ງ​ລຸ່ມ​ນີ້:

1. ກິດ­ຈະ­ກຳ​ຂັດ​ເລືອກ​ນາງ​ງາມ ບໍ່​ແມ່ນ​ທິດ​ທາງ​ສົ່ງ­ເສີມ​ຂອງ​ກະ­ຊວງ​ສຶກ​ສາ ດັ່ງ­ນັ້ນ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຈະ​ບໍ່​ສະ­ໜັບ­ສະ­ໜູນ​ໃຫ້​ມີ​ກິດ­ຈະ­ກຳ​ດັ່ງ­ກ່າວ ປະ­ຈຳ​ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ພາກ​ລັດ ຫຼື ເອ­ກະ​ຊົນ.

2. ກິດ­ຈະ­ກຳ​ຂັດ​ເລືອກ​ນາງ​ງາມ ບໍ່​ແມ່ນ​ການ​ສົ່ງ­ເສີມ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຮຽນ​ຂອງ​ນັກ​ສຶກ​ສາ ກົງ­ກັນ­ຂ້າມ​ຍິ່ງ​ຈະ​ເຮັດ​ໃຫ້​ນັກ​ສຶກ​ສາ​ຫັນ​ໄປ​ສົນ­ໃຈ​ຄ່າ​ນິ­ຍົມ​ທີ່​ຜິດ.

3. ສະ​ຖາ​ບັນ​ການ​ສຶກ​ສາ ແມ່ນ​ບ່ອນ​ກໍ່­ສ້າງ​ຄົນ​ໃຫ້​ມີ​ວິ­ຊາ​ຄວາມ​ຮູ້ ຄວາມ​ສາ­ມາດ ເປັນ​ຄົນ​ດີ​ມີ​ຄຸນ­ສົມ­ບັດ ບໍ່​ແມ່ນ​ບ່ອນ​ທີ່​ຈະ​ມາ​ແຂ່ງ­ຂັນ​ຄວາມ​ງາມ​ກັນ.

4. ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຈະ​ສະ­ໜັບ­ສະ­ໜູນ​ຢ່າງ​ແຂງ­ແຮງ ຕໍ່​ສະ​ຖາ​ບັນ​ທີ່​ຈັດ​ກິດ­ຈະ­ກຳ​ກ່ຽວ​ກັບ​ການ​ສອນ​ດີ-ສອນ​ເກັ່ງ ຮຽນ​ດີ-ຮຽນ​ເກັ່ງ ແຂ່ງ­ຂັນ​ສິ­ລະ​ປະ​ວັນ­ນະ­ຄະ­ດີ ຫຼື ກີ­ລາ​ປະ­ເພດ​ຕ່າງໆ ທີ່​ນອນ​ຢູ່​ໃນ 5ຫຼັກ­ການ​ຂອງ​ການ​ສຶກ​ສາ ຄື: ຄຸນ­ສົມ­ບັດ​ສຶກ​ສາ ປັນ­ຍາ​ສຶກ​ສາ ສິ­ລະ​ປະ​ສຶກ​ສາ ພາ­ລະ​ສຶກ​ສາ ແລະ ແຮງ​ງານ​ສຶກ​ສາ.

ນອກ­ຈາກ​ຈິດ­ໃຈ​ທີ່​ກ່າວ​ມາ​ເທິງ​ນັ້ນ ທ່ານ ດຣ. ພັນ​ຄຳ ວິ­ພາ​ວັນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຍັງ​ຕຳ​ນິ​ສ່ອງ​ແສງ​ບາງ​ໂຮງ­ຮຽນ ຫຼື ສະ​ຖາ​ບັນ​ການ​ສຶກ​ສາ ທີ່​ຈັດ​ຕັ້ງ​ກິດ­ຈະ­ກຳ​ບາງ​ດ້ານ ທີ່​ເປັນ​ການ​ສົ່ງ­ເສີມ​ໃຫ້​ນັກ­ຮຽນ​ມີ​ແນວ​ຄິດ​ໄປ​ທາງ​ທີ່​ບໍ່​ສອດ­ຄ່ອງ ເຊັ່ນ: ການ​ປະ​ກວດ​ນາງ​ງາມ ລວມ​ເຖິງ​ການ​ແຕ່ງ​ໂຕ​ທີ່​ບໍ່​ສອດ­ຄ່ອງ​ກັບ​ຮີດ­ຄອງ​ປະ­ເພ­ນີ.

ພາຍ­ຫຼັງ​ທ່ານ​ລັດ­ຖະ­ມົນ­ຕີ​ກ່າວ​ຄຳ​ເຫັນ​ຈົບ ກໍ​ມີ​ຄຳ​ຖາມ​ຜ່ານ​ໂທລະ­ສັບ​ສາຍ​ດ່ວນ​ສູ່​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ ໃນ​ກໍ­ລະ­ນີ​ນັກ­ຮຽນ-ນັກ​ສຶກ​ສາ​ສະ­ໝັກ​ເຂົ້າ​ຂັດ​ເລືອກ​ນາງ​ງາມ ທີ່​ພາກ­ສ່ວນ​ອື່ນ​ຈັດ​ຂຶ້ນ​ເດ ທາງ​ກະ­ຊວງ​ສຶກ​ສາ​ຈະ​ຫ້າມ ຫຼື ຈະ​ອະ­ນຸ­ຍາດ ?.

ໃນ​ປັດ­ຈຸ­ບັນ ເປັນ​ທີ່​ເຂົ້າ­ໃຈ​ກັນ​ຫຼາຍ​ຂຶ້ນ​ໃນ​ສັງ­ຄົມ​ລາວ​ເຮົາ​ວ່າ ຄວາມ​ງາມ​ຂອງ​ແມ່­ຍິງ​ລາວ ແມ່ນ​ພອນ​ທີ່​ຟ້າ​ແຖນ​ປະ­ທານ​ໃຫ້​ສ່ວນ​ບຸກ­ຄົນ ແລະ ບຸກ­ຄົນ​ຜູ້​ເປັນ​ເຈົ້າ​ຂອງ ກໍ​ຄວນ​ມີ​ສິດ​ນຳ​ໃຊ້​ຄວາມ​ງາມ​ດັ່ງ­ກ່າວ ປະ­ດັບ​ເອ້​ສັງ­ຄົມ ໂດຍ​ການ​ປະ­ສົມ​ປະ­ສານ​ຄວາມ​ງາມ​ທີ່​ວ່າ ເຂົ້າ​ກັບ​ອ່ອນ​ນ້ອມ​ໂອບ­ອ້ອມ​ອາ­ລີ ທີ່​ມີ​ຕິດ​ໂຕ​ແມ່­ຍິງ​ລາວ​ມາ​ແຕ່​ກຳ­ເນີດ ແລ້ວ​ບວກ​ກັບ​ການ​ນຸ່ງ​ຖື​ທີ່​ເປັນ​ເອ­ກະ­ລັກ​ຂອງ​ແມ່­ຍິງ​ລາວ ຫຼາຍ​ຄົນ​ມີ​ຄຳ​ເຫັນ​ວ່າ ນາງ​ງາມ​ລາວ​ສາ­ມາດ​ເປັນ​ຕົວ​ແບບ ເປັນ​ທູດ​ວັດ­ທະ­ນະ­ທຳ ເພື່ອ​ໂຄ­ສະ­ນາ​ດຶງ​ດູດ​ຄວາມ​ສົນ­ໃຈ​ຂອງ​ຕ່າງ­ປະ­ເທດ ແຕ່​ສຳ­ຄັນ​ກ່ວ​າ​ນັ້ນ ຫຼາຍ​ຄົນ​ເຫັນ​ວ່າ­ການ​ຂັດ​ເລືອກ​ນາງ​ງາມ ແມ່ນ​ເວ­ທີ​ສົ່ງ­ເສີມ​ຄວາມ​ສາ­ມາດ ຄວາມ​ກ້າ­ຫານ​ໃນ​ການ­ສະ­ແດງ​ອອກ​ຂອງ​ແມ່­ຍິງ​ລາວ ຜູ້​ຂຽນ​ເອງ​ເຄີຍ​ເຫັນ​ນາງ​ງາມ​ລະ­ດັບ​ປະ­ເທດ ແລະ ສາ­ກົນ​ຫຼາຍ​ຄົນ ໄດ້​ຖືກ​ແຕ່ງ­ຕັ້ງ​ຈາກ​ທາງ​ການ​ພາຍ​ໃນ​ປະ­ເທດ ໃຫ້​ເປັນ​ທູດ​ວັດ­ທະ­ນະ­ທຳ ເປັນ​ນັກ​ເຄື່ອນ​ໄຫວ ເພື່ອ​ສັນ­ຕິ­ພາບ​ມິດ­ຕະ­ພາບ ເພື່ອ​ແກ້​ໄຂ​ບັນ­ຫາ​ສັງ­ຄົມ​ໃດ​ໜຶ່ງ.

ພ້ອມ​ດຽວ​ກັນ​ນັ້ນ ຜູ້​ຂຽນ​ກໍ​ເຄີຍ​ອ່ານ​ບົດ​ຄວາມ​ກ່ຽວ​ກັບ​ດ້ານ​ຫຍໍ້­ທໍ້ ຂອງ​ຂະ​ບວນ​ການ​ຂັດ​ເລືອກ​ນາງ​ງາມ​ຢູ່​ຫຼາຍ​ປະ­ເທດ ຍ້ອນ​ຂາດ​ການ​ຄຸ້ມ​ຄອງ ຂາດ​ການ​ຕີ​ລາ­ຄາ​ຮອບ­ດ້ານ ບໍ່​ວ່າ​ຈະ​ເປັນ​ແງ່​ເສດ­ຖະ­ກິດ ແງ່​ວັດ­ທະ­ນະ­ທຳ ແລະ ແງ່​ຈິດ­ຕະ­ສາດ ປຶ້ມ Sex Slave in Asia ຂຽນ​ໂດຍ Louis Brown ໄດ້​ຊີ້​ໃຫ້​ເຫັນ​ຕອນ​ໜຶ່ງ​ວ່າ: ພວກ​ຄ້າ​ມະ­ນຸດ ຄ້າ​ໂສ­ເພ­ນີ ໄດ້​ສວຍ​ໃຊ້​ຂະ​ບວນ​ການ​ສົ່ງ­ເສີມ​ຄວາມ​ງາມ​ຂອງ​ແມ່­ຍິງ ຜ່ານ​ອຸດ­ສາ­ຫະ­ກຳ​ເສີມ​ສວຍ ແລະ ຂັດ​ເລືອກ​ນາງ​ງາມ ໃຫ້​ກາຍ­ເປັນ​ເຄືອ​ຂ່າຍ​ເພື່ອ​ຂູດ​ຮີດ​ທາງ​ເພດ​ຢ່າງ​ເປັນ​ລະ­ບົບ.

ຜູ້​ຂຽນ​ຄິດ​ວ່າ ກ່ອນ​ຈະ​ຂະ­ຫຍາຍ​ການ​ຂັດ​ເລືອກ​ນາງ​ງາມ ລົງ​ຮອດ​ແຂວງ​ຮອດ​ເມືອງ ແລະ ທ້ອງ­ຖິ່ນ ພາກ­ສ່ວນ​ກ່ຽວ­ຂ້ອງ​ຄວນ​ຕີ​ລາ­ຄາ​ຜົນ​ໄດ້­ຜົນ​ເສຍ​ຄັກ­ແນ່.

ໂດຍ: ຄົນ​ແດດ​ດຽວ

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
Bouaphet Philaket ວັນທີ 27 ມັງກອນ 2012 - ເວລາ 10:58:47 103.1.29.xxx
ຄຳວ່າ"ນາງງາມ" ບົນເວທີປະກວດ ນັ້ນຄົງຈະເປັນພຽງສ່ວນຫນຶ່ງ ຂອງ ຄຳວ່າ"ແມ່ຍິງງາມ" ເພາະ ຖືເອົາ ຄວາມງາມຂອງເຮືອນກາຍ ເປັນຕົ້ນຕໍ, ແຖມຄວາມມີພິກໄຫວ ແລະ ກ້າສະແດງອອກເທິງເວທີ ອີກ ເລັກໜ້ອຍ. ຂ້ອຍຂໍມີ ຄວາມເຫັນວ່າ: ຄວາມງາມຂອງເຮືອນກາຍ ຂອງຄົນນັ້ນເປັນ ຄວາມງາມທີ່ບໍ່ຈີລັງຢັ້ງຍືນນານ, ມັນປ່ຽນແປງໄດ້ທຸກເວລາ ແລະ ຄົນເຮົາບໍ່ສາມາດສ້າງຂື້ນເອົາເອງໄດ້ ການທີ່ນຳເອົາມາ ປະຊັນກັນນັ້ນ ຍິ່ງເປັນການສົ່ງເສີມໃຫ້ຄົນມີຍົກສູງ ຄວາມນິຍົມ ດ້ານກາຍຍະພາບ ແລະ ວັດຖຸ, ຖືເບົາຄວາມນິຍົມທາງດ້ານຈິດໃຈ ແລະ ຄຸນສົມບັດ. ການທີ່ບາງສະຖາບັນການສຶກສາ ຈັດໃຫ້ມີການ ປະກວດນາງງາມ ນັ້ນຄົງຈະສ້າງຄວາມຫຍໍ້ທໍ້ໃຫ້ກັບ ນັກສຶກສາ ຍິງທີ່ເຮືອນກາຍບໍ່ຄ່ອຍໂສພາ ແຕ່ຈະດຶງດູດນັກສືກສາຊາຍໄດ້ດີ. ເຫັນພ້ອມ ກັບ ແນວຄວາມຄິດຂອງ ການນຳ ຈາກກະຊວງສືກສາ ທີ່ໄດ້ອອກມາສະແດງນະໂຍບາຍທີ່ຊັດເຈນໃນດ້ານນີ້.
ຄົນທຳມະດາ ວັນທີ 25 ມັງກອນ 2012 - ເວລາ 18:11:20 103.1.29.xxx
ຂໍສະແດງຄວາມເປັນເອກະພາບ ແລະ ດີໃຈທີ່ສຸດ ນຳແນວຄວາມຄິດ ຂອງ ທ່ານ ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ, ຂ້າພະເຈົ້າ ແມ່ນຜູ້ໜຶ່ງທີ່ບໍ່ເຫັນດີນຳ ການປະກວດນາງງາມ. ພຽງແຕ່ຮັກສາ ແລະ ເສີມຂະຫຍາຍຮີດຄອງທາງວັດທະນະທຳຂອງແມ່ຍິງລາວໄວ້ໃຫ້ດີກໍພຽງພໍແລ້ວ
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
14 + 9 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0307 ວິນາທີ.
Apycom jQuery Menus
Powered by iTeen 020 54644729