
ຫາກທ່ານໃດທີ່ເດີນທາງໄປຫຼວງພະບາງ ເມືອງມໍລະດົກໂລກ ຢ່າລືມແວ່ຊິມໝ້ຽງອົມ 4 ຄຳຕໍ່ 1 ພັນກີບ ຂອງນາງ ນ້ອຍ ຂ້າງຕະຫຼາດມືດຫຼວງພະບາງ ຮັບຮອງວ່າແຊບຖືກໃຈ ເພາະມີຫຼາຍລົດຊາດ ຫຼາຍປະເພດໝ້ຽງໃຫ້ເລືອກຊິມ.
ນັບວ່າເປັນໂອກາດດີທີ່ໄດ້ເດີນທາງໄປຢ້ຽມຢາມເມືອງມໍລະດົກໂລກ ເນື່ອງໃນໂອກາດບຸນມະໂຫລານຮູບເງົາແຂວງຫຼວງພະບາງ ກໍຄືງານແຂ່ງຂັນກີລາແຫ່ງຊາດຄັ້ງທີ IX ທີ່ຫຼວງພະບາງເປັນເຈົ້າພາບຈັດໃນປີນີ້ ເລີຍມີໂອກາດໄດ້ເລາະທ່ຽວຊົມຫຼວງພະບາງ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວວັດທະນະທຳ ແລະ ທ່ອງທ່ຽວທຳມະຊາດ ທີ່ຂາດໄປບໍ່ໄດ້ກໍແມ່ນ ເລື່ອງອາຫານການກິນ ມີຫຼາກຫຼາຍເຕັມບ້ານເຕັມເມືອງ ຈົນບໍ່ຈັກຊິເລືອກຊິມອັນໃດດີ ເພາະແຕ່ລະຢ່າງ ແຕ່ລະຮ້ານກໍລ້ວນແຕ່ຫ້າງຫາກະກຽມຄວາມພ້ອມ ທັງລົດຊາດ ແລະ ການບໍລິການທີ່ດີໄວ້ຄອຍບໍລິການ.
ແຕ່ມີສິ່ງໜຶ່ງທີ່ຖືກໃຈຂອງບັນດາຜູ້ຄົນທຽວທາງຍ່າງກາຍໄປມາແຖວເສັ້ນທາງໂຮງຮຽນ ມ.ສ ປະຊາທິປະໄຕ ໃກ້ໂຮງແຮມພູສີ ກົງກັນຂ້າມກັບຕະຫຼາດມືດຫຼວງພະບາງ ມີຮ້ານຈີ່ກ້ວຍ ປີ້ງມັນ ຖັດມາກໍແມ່ນຮ້ານຂາຍໝ້ຽງອົມຂອງນາງ ນ້ອຍ ຊຶ່ງລາວກ່າວວ່າ: ເມື່ອກ່ອນກໍຂາຍເຄື່ອງຢູ່ຂອງກິນຢ່າງອື່ນ ແຕ່ມາໄລຍະຫຼັງລອງມາຂາຍໝ້ຽງອົມລອງເບິ່ງ ເພາະເຫັນວ່າຢ່າງໜ້ອຍກໍແມ່ນຂອງກິນຫຼິນທີ່ຂຶ້ນຊື່ຂອງຫຼວງພະບາງ ຊະນິດໜຶ່ງທີ່ຜູ້ຄົນມາຢ້ຽມຢາມກໍມັກຈະເອີ່ຍຫາ ທັງວັດຖຸດິບກໍຫາງ່າຍ ຕົ້ນທຶນກໍບໍ່ສູງປານໃດກໍເລີຍຢຶດອາຊີບນີ້ມາຫຼາຍປີແລ້ວ.
ສຳລັບໝ້ຽງທີ່ຂາຍກໍມີຫຼາຍຊະນິດ ໃຫ້ເລືອກຊິມອັນເປັນຫຼັກກໍມີ 2 ຊະນິດ ຄື: ໝ້ຽງອົມທີ່ເຮັດດ້ວຍເຂົ້າໜຽວ ແລະ ໝ້ຽງອົມທີ່ເຮັດດ້ວຍໝາກເຂືອປະສົມ ເຂົ້າໜຽວ ທີ່ເພິ່ນເອີ້ນຕາມພາສາເມືອງຫຼວງວ່າ: ໜີກ້ວຍພັນ ສ່ວນເຄື່ອງປະສົມກໍມີເຂົ້າປຸ້ນ ຖົ່ວດິນ ໝາກວ່າ ໝາກເຜັດຂົ້ວ ເອົາໄວ້ກິນກັບທີ່ ຂາດບໍ່ໄດ້ແມ່ນຫົວສີໃຄ ອັນທີ່ເວົ້າວ່າ: ມີໝ້ຽງອົມຫຼາຍຊະນິດໃຫ້ເລືອກນັ້ນ ໝາຍເຖິງຜັກທີ່ໃຊ້ພັນໝ້ຽງ ມີຫຼາຍຊະນິດໃຫ້ເລືອກຕາມໃຈລູກຄ້າ ເຊັ່ນ: ຜັກສະລັດ ຜັກກະລ່ຳ ໃບທອງ ໃບມັນຕົ້ນ ແລະ ໃບອີ່ເລີດ.
ສຳລັບລາຄາຂາຍກໍບໍ່ແພງ 4 ຄຳຕໍ່ໜຶ່ງພັນກີບເທົ່ານັ້ນ ລາຍໄດ້ມື້ໜຶ່ງ ຖ້າຂາຍໝົດໄດ້ປະມານ 2-3 ແສນກີບ ແຕ່ພິເສດແດ່ໄລຍະຍາມມີບຸນມີງານ ໂດຍສະເພາະ ງານແຂ່ງຂັນກີລາມື້ໜຶ່ງກໍໄດ້ 34 ແສນ ຫຼື ບາງມື້ກໍໄດ້ຮອດ 5 ແສນກີບກໍມີ.
ເຖິງແມ່ນວ່າລາຍໄດ້ອາດບໍ່ຫຼາຍ ແຕ່ມັນກໍເປັນລາຍໄດ້ທີ່ປົກກະຕິ ເປັນການທຳມາຫາກິນແບບສຸດຈະລິດ ເປັນອາຊີບໜຶ່ງທີ່ແບ່ງເບົາພາລະຄອບຄົວ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ.
ໂດຍ: ລູກຊາຍດຽວ
