
ບັນຫາລູກລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນສະໄໝສົງຄາມເມື່ອກ່ອນ ຖືວ່າເປັນບັນຫາໜຶ່ງທີ່ກົດໜ່ວງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ເວົ້າລວມ ເວົ້າສະເພາະ ແມ່ນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມຢ່າງສຸດຂີດ ເພື່ອປະຕິບັດເປົ້າໝາຍສະຫັດສະວັດ ດ້ານການພັດທະນາຂອງອົງການສະຫະປະຊາຊາດ ໃຫ້ປະກົດເປັນຈິງ ໃນປີ 2015.
ໃນລະຫວ່າງປີ 1964 ຫາ 1973 ພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ ຜູ້ຮຸກຮານໄດ້ຖິ້ມລະເບີດຊະນິດຕ່າງໆປະມານ 2 ລ້ານກ່ວາໂຕນ ລົງໃສ່ຜືນແຜ່ນດິນຂອງ ສປປ ລາວ ຢ່າງກະແຈກກະຈາຍ ຊຶ່ງໄດ້ກວມເອົາເນື້ອທີ່ທັງໝົດ 87.000 ຕາຕະລາງກິໂລແມັດ ມີ 14 ແຂວງ ໃນຈຳນວນ 17 ແຂວງທົ່ວປະເທດ ແລະ ກວມເອົາ 41 ເມືອງທີ່ນອນຢູ່ໃນ 46 ເມືອງທຸກຍາກຂອງ ສປປ ລາວ ແຂວງທີ່ໄດ້ຮັບຜົນກະທົບຮ້າຍແຮງກ່ວາໝູ່ແມ່ນແຂວງຊຽງຂວາງ ຊຶ່ງທົ່ວແຂວງມີເນື້ອທີ່ທັງໝົດ 1,6 ລ້ານເຮັກຕາ ລ້ວນແຕ່ມີລູກລະເບີດຕົກຄ້າງທີ່ບໍ່ທັນແຕກຢັ່ງຢາຍຢູ່ທຸກເມືອງ.
ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ປະທານຄະນະກຳມະການຄວບຄຸມແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຢູ່ ສປປ ລາວ (ຄຊກລ) ໄດ້ກ່າວໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະລົງເຄື່ອນໄຫວຊຸກຍູ້ ວຽກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງ ເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະຜ່ານມາ ບັນຫາລະເບີດບໍ່ທັນແຕກຢູ່ປະເທດເຮົາເປັນບັນຫາໃຫຍ່ ຊຶ່ງມັນພົວພັນໄປເຖິງການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເພື່ອຢາກແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ນັ້ນ ກ່ອນອື່ນໝົດ ຕ້ອງເກັບກູ້ລະເບີດທີ່ຍັງຕົກຄ້າງໃຫ້ໄດ້ກ່ອນ ຈຶ່ງສາມາດໃຫ້ປະຊາຊົນເຮັດການຜະລິດກະສິກຳປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.
ການເກັບກູ້ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ການຜະລິດກະສິກຳ ດິນປຸກສ້າງ ແລະ ເນື້ອທີ່ພັດທະນາອື່ນໆຢູ່ແຂວງຊຽງຂວາງ ໄດ້ເລີ່ມປະຕິບັດໃນປີ 1994 ມາຮອດປັດຈຸບັນ ສາມາດເກັບກູ້ໄດ້ໃນເນື້ອທີ່ 4.648 ກ່ວາເຮັກຕາ ສາມາດເກັບກູ້ ແລະ ທຳລາຍລະເບີດໄດ້ 2 ແສນກ່ວາໜ່ວຍ ໃນນັ້ນ 60% ເປັນລະເບີດບົມບີ່ ໃນ 16 ປີຜ່ານມາ ສາມາດເກັບກູ້ລະເບີດມີເນື້ອທີ່ 30.000 ກ່ວາເຮັກຕາ ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາເຫັນວ່າ ເນື້ອທີ່ ທີ່ໄດ້ເກັບກູ້ລະເບີດຍັງມີໜ້ອຍຫຼາຍ.
ທ່ານປະທານຄະນະກຳມະການ ຄຊກລ ຍັງກ່າວຕື່ມວ່າ: ຍ້ອນລັດຖະບານເຫັນໄດ້ຄວາມຈຳເປັນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະຍາວ ມາຮອດທ້າຍປີ 2002 ຄະນະກຳມະການ ຄຊກລ ໄດ້ລິເລີ່ມການວາງແຜນຍຸດທະສາດ ໂດຍມີການປຶກສາຫາລືກັບບັນດາກະຊວງຕ່າງໆທີ່ກ່ຽວຂ້ອງ ມີສ່ວນຮ່ວມກັບບັນດາອົງການຂອງລັດຖະບານ ສປຊ ອົງການຈັດຕັ້ງສາກົນ ອົງການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ບັນດາປະເທດຜູ້ໃຫ້ທຶນ ພ້ອມດຽວກັນນີ້ ພັກ ແລະ ລັດຖະບານ ຍັງໄດ້ຕົກລົງໃຫ້ຫ້ອງການ ຄຊກລ ສົມທົບກັບອົງການປະຕິບັດງານ ແລະ ປະເທດ ຫຼື ບັນດາບໍລິສັດຜູ້ໃຫ້ທຶນ ຈົ່ງພັດທະນາດ້ານເຕັກນິກວິຊາການ ເພື່ອເພີ່ມເນື້ອທີ່ກວດກູ້ລະເບີດໃຫ້ຫຼາຍກ່ວາເກົ່າ.
ຄົນເມືອງໃຕ້:ນຳສະເໜີ
ຂາຍໝ້ຽງອົມ ກໍມີລາຍຮັບດີ (954)