SPC Systems
ໜ້າຫຼັກ > ຫຼຸດຜ່ອນຄວາມທຸກຍາກ
ສະມາຄົມໝາກກາເຟລາວ ສົ່ງອອກກາເຟ 13 ພັນກ່ວາໂຕນ
ວັນທີ 07 ກັນຍາ 2011 - ເວລາ 10:54:45 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

ທ່ານ ສີ​ໜຸກ ສີ​ສົມ­ບັດ ໄດ້​ຮັບ​ການ​ແຕ່ງ­ຕັ້ງ​ເປັນ​ປະ­ທານ​ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ ສະ­ໄໝ​ທີ III ຕິດ­ຕໍ່​ກັນ ພາຍ­ຫຼັງ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ ທີ່​ຈັດ​ຂຶ້ນ​ຫວ່າງ​ມໍ່ໆມານີ້ ຢູ່​ປາກ​ເຊ ແຂວງ​ຈຳ­ປາ​ສັກ.

ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ V ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ ໄດ້​ຮັບ­ຮອງ​ເອົາ​ພຽງ 5 ທ່ານ ເຂົ້າ​ເປັນ​ຄະ­ນະ​ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ ແຕ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VI ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ ໄດ້​ຮັບ​ເອົາ​ອີກ 4 ທ່ານ ລວມ​ເປັນ 9 ທ່ານ ເຂົ້າ​ມາ​ຈັດ­ການ​ບໍ­ລິ­ຫານ​ພາຍ​ໃນ​ສະ­ມາ­ຄົມ ທັງ​ນີ້​ກໍ​ເນື່ອງ​ຈາກ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ-ສັງ­ຄົມ​ຢ່າງ​ຕໍ່​ເນື່ອງ ເປັນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ໂດຍ​ສະ­ເພາະ 4 ວິ­ໄສ​ທັດ​ບຸກ​ທະ­ລຸ ແລະ ເປັນ​ການ​ທົບ​ທວນ­ຄືນ​ກ່ຽວ​ກັບ​ທີ່​ຕັ້ງ ພາ​ລະ­ບົບ​ດາດ ສິດ ໜ້າ­ທີ່ ແລະ ກົດ​ລະ­ບຽບ​ພາຍ​ໃນ​ຂອງ​ສະ­ມາ­ຄົມ ໃຫ້​ສອດ­ຄ່ອງ​ກັບ​ດຳ­ລັດ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ວ່າ​ດ້ວຍ​ສະ­ມາ­ຄົມ ສະ­ບັບ​ເລກ​ທີ 155/ນຍ ລົງ​ວັນ​ທີ 29 ເມ­ສາ 2009 ແລະ ຂໍ້​ຕົກ­ລົງ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ ສະ­ບັບ​ເລກ​ທີ 252 ລົງ​ວັນ​ທີ 17 ມິ­ຖຸ­ນາ 2011 ວ່າ​ດ້ວຍ​ການ​ອະ­ນຸ­ມັດ​ສ້າງ­ຕັ້ງ​ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ.

ທ່ານ ສີ​ໜຸກ ສີ​ສົມ­ບັດ ປະ­ທານ​ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ ໄດ້​ກ່າວ​ວ່າ: ການ​ເພີ່ມ​ຈຳ­ນວນ​ຄະ­ນະ​ບໍ­ລິ­ຫານ​ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ​ຊຸດ​ໃໝ່ 9 ທ່ານ​ນີ້ ແມ່ນ​ມີ​ຈຸດ­ປະ­ສົງ​ເພື່ອ​ຍົກ​ບົດ­ບາດ-ຖາ­ນະ​ໃນ​ການ​ຂະ­ຫຍາຍ​ທຸ­ລະ​ກິດ ແລະ ຕອບ​ສະ­ໜອງ​ການ​ພັດ­ທະ­ນາ​ໃຫ້​ກ້ວ​າງ​ອອກ​ຕື່ມ ໃຫ້​ສອດ­ຄ່ອງ ແລະ ແທດ­ເໝາະ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ ຂອງ​ການ​ພັດ­ທະ­ນາ​ໃນ​ແຕ່​ລະ​ໄລ­ຍະ ແລະ ສາ­ມາດ​ຄວບ​ຄຸມ​ທົ່ວ​ປະ­ເທດ​ໄດ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ ເຊິ່ງ​ໃນ​ເມື່ອ​ກ່ອນ ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ ມີ​ບົດ­ບາດ ແລະ ໜ້າ­ທີ່​ໃນ​ການ​ຈັດ­ການ-ບໍ­ລິ­ຫານ ໃນ​ເຂດ​ປູກ​ໝາກ​ກາ­ເຟ​ພຽງ 3 ແຂວງ​ຄື: ສາ­ລະ​ວັນ ເຊ​ກອງ ແລະ ຈຳ­ປາ​ສັກ​ເທົ່າ​ນັ້ນ ແຕ່​ມາ​ຮອດ​ປັດ­ຈຸ­ບັນ ສະ­ມາ­ຄົມ​ຂອງ​ພວກ​ເຮົາ​ມີ​ສະ­ມາ­ຊິກ​ທັງ​ໝົດ 39 ຫົວ­ໜ່ວຍ ປະ­ກອບ​ມີ​ກຸ່ມ​ຜູ້​ຜະ­ລິດ ຜູ້​ສົ່ງ​ອອກ ແລະ ຜູ້​ປຸງ​ແຕ່ງ ແລະ ມີ​ສິດ ໜ້າ­ທີ່​ເຄື່ອນ​ໄຫວ ແລະ ຈັດ­ການ-ບໍ­ລິ­ຫານ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

ໃນ​ຈຳ­ນວນ 9 ທ່ານ ທີ່​ເປັນ​ຄະ­ນະ​ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ​ຊຸດ​ໃໝ່​ນີ້ ປະ­ກອບ​ມີ​ທ່ານ ສີ​ໜຸກ ສີ​ສົມ­ບັດ ເປັນ​ປະ­ທານ ທ່ານ ແສງ​ຈັນ ຄຳ​ມົນ​ທາ ເປັນ​ຮອງ​ປະ­ທານ ທ່ານ​ນາງ ບຸນ​ເຮືອງ ລິດ​ດັງ ເປັນ​ຮອງ​ປະ­ທານ ສ່ວນ​ຄະ­ນະ​ທີ່​ຍັງ​ເຫຼືອ​ນັ້ນ ຈະ​ມີ​ບົດ­ບາດ ແລະ ໜ້າ­ທີ່​ແຕກ​ຕ່າງ​ກັນ ໃນ​ການ​ຮັບ­ຜິດ­ຊອບ​ໃນ​ຂົງ­ເຂດ​ວຽກ​ງານ​ຕ່າງໆ​ທີ່​ກ່ຽວ­ຂ້ອງ.

ທ່ານ ສີ​ໜຸກ ສີ​ສົມ­ບັດ ປະ­ທານ​ສະ­ມາ­ຄົມ ຍັງ​ໄດ້​ກ່າວ​ໃນ​ລະ­ຫວ່າງ​ການ​ໄດ້​ຮັບ​ຕຳ­ແໜ່ງ​ໃໝ່ ດ້ວຍ​ວິ­ໄສ​ທັດ​ໃນ​ການ​ພັດ­ທະ­ນາ​ກາ­ເຟ​ລາວ​ອີ​ກວ່າ: ຈະ​ສ້າງ​ຊື່​ສຽງ​ຂອງ​ກາ­ເຟ​ລາວ​ໃຫ້​ຄົນ​ລາວ ແລະ ຊາວ​ຕ່າງ­ປະ­ເທດ​ໃນ​ທົ່ວ​ໂລກ ໃຫ້​ຮັບ​ຮູ້​ຄຸນ​ນະ​ພາບ ແລະ ລົດ​ຊາດ​ທີ່​ເປັນ​ເອ­ກະ­ສັນ​ຂອງ​ກາ­ເຟ​ລາວ ຈະ​ສ້າງ​ໃຫ້​ກາ­ເຟ​ລາວ​ກາຍ­ເປັນ​ຕົວ​ແບບ​ໜຶ່ງ ໃນ​ການ​ຜະ­ລິດ ການ​ຊົມ­ໃຊ້​ທຳ​ມະ​ຊາດ​ແບບ​ຍືນ​ຍົງ ໂດຍ​ອີງ­ໃສ່​ແນວ­ທາງ​ຂອງ​ພັກ ແລະ ລັດ­ຖະ­ບານ ໃນ​ການ​ສ້າງ​ໃຫ້​ປະ­ເທດ​ລາວ ກາຍ­ເປັນ​ປະ­ເທດ​ສີ­ຂຽວ ທີ່​ອົງ­ການ​ສາ­ກົນ​ໃນ​ທົ່ວ​ໂລກ ໃຫ້​ຄວາມ​ສຳ­ຄັນ​ຕໍ່​ບັນ­ຫາ​ຫຼຸດ​ພາ­ວະ​ໂລກ​ຮ້ອນ ແລະ ພ້ອມ​ຈະ​ສືບ­ຕໍ່​ເຮັດ​ໃຫ້ ສປປ ລາວ ໄດ້​ເຂົ້າ​ເປັນ​ສະ­ມາ­ຊິກ​ໝາກ​ກາ­ເຟ ແລະ ສົ່ງ­ເສີມ​ຊຸກ­ຍູ້​ໃຫ້​ເຂດ​ພັດ­ທະ­ນາ​ໝາກ​ກາ­ເຟ ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ກະ­ສິ­ກຳ​ແບບ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ.

ຊຸມ​ປີ­ຜ່ານ­ມາ (2009-2011) ສະ­ມາ­ຄົມ​ໝາກ​ກາ­ເຟ​ລາວ ສາ­ມາດ​ສົ່ງ​ອອກ​ກາ­ເຟ​ໄດ້ 13.000 ກ່ວ​າ​ໂຕນ ມູນ​ຄ່າ 37 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 296 ຕື້​ກ່ວ​າ​ກີບ ສ່ວນ​ໃຫຍ່​ແມ່ນ​ສົ່ງ​ອອກ​ຕະ­ຫຼາດ​ເອີ​ຣົບ ກວມ​ເອົາ 72% ອາ­ຊີ 25% ແລະ ອາ­ເມ­ລິ­ກາ 3%.

ໂດຍ: ສະ­ບາ​ໄພ

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ລຳພູນ ວັນທີ 29 ພະຈິກ 2011 - ເວລາ 18:59:46 115.84.94.xxx
ຂ້າພະເຈົ້າໃນນາມຜູ້ອ່ານຜູ້ໜຶ່ງ ຂໍຂອບໃຈສຳລັບບົດຮຽນກ່ຽວກັບການນຳໃຊ້ພາສາລາວ ມັນມີປະໂຫຍດຫຼາຍ ເພາະປັດຈຸບັນນີ້ ພວກເຮົາມັກນຳໃຊ້ຊັບສົນກັບພາສາຂອງປະເທດເພື່ອນບ້ານ ຈົນຍາກຈະແຍກອອກ ອັນໃດພາສາຂອງຕົນ ອັນໃດພາສາຂອງເພິ່ນ. ຂໍຂອບໃຈ ຢ່າລື່ມມາໃຫ້ຄວາມຮູ້ເລື້ອຍໆ ເດີ ບັນດາທ່ານຜູ້ຮູ້.
ສັນນີ ປຣະສົງສີຣ໌ ວັນທີ 12 ພະຈິກ 2011 - ເວລາ 22:14:52 76.173.101.xxx
I am so happy Vientaine mai newspaper online, because many Laos people who live in other countries to know what's going on in Laos. ຂ້າພະເຈົ້າດີໃຈຫຼາຍທີ່ມີ ຫນັງສືພີມເປັນພາສາລາວແລະຂ່າວ ສານໃນເມື່ອງລາວໃຫ້ຄົນລາວທີ່ຢູ່ຕ່າງປະເທດໄດ້ອ່ານແລະ ຮູ້ຂ່າວຄາວໃນເມືອງລາວເຮົາ.
ສາຍເຊລຳເພົາ ວັນທີ 15 ກັນຍາ 2011 - ເວລາ 12:30:54 183.182.127.xxx
ສະມາຄົມ(ຄົນ)ຈີນ ສະມາຄົມ(ຄົນ)ຫວຽດນາມ ສະມາຄົມ(ຄົນ)ຂະເໝນ ສະມາຄົມ(ຄົນ)ຍີ່ນປຸ່ນ. ສະມາຄົມ(ຄົນ)ລາວ - ອັນວ່າຄົນ ຕັດຖີ້ມໄປເລີຍ ເພາະຄຳມັນສົມບູນໃນຕົວມັນ "ຄົນ" ກະເລີຍເປັນຄຳເຫຼືອ ເວົ້າບໍ່ເວົ້າມັນກະໄດ້ "ລາວ, ເຈັກ, ຫວຽດ" ລ້ວນແຕ່ມີ "ຄົນ" ໃນຕົວ(ໂຕ)ມັນດ້ວຍ, ຈຶ່ງຍັງເຫຼືອແຕ່ :- ສະມາຄົມຈີນ ສະມາຄົມຫວຽດນາມ ສະມາຄົມຂະເໝນ ສະມາຄົມຍີ່ນປຸ່ນ. ສະມາຄົມລາວ. - ລອງອ່ານສົມທຽບກັນເບິ່ງ ລະຫວ່າງທີ່ມີຄົນ ກັບບໍ່ມີຄົນ ມັນສື່ສານສົມບູນເໝືອນກັນບໍ ? - ການສ້າງປະໂຫຍກ ຫາກຄຳໃດບໍ່ສົມບູນ ຫາມາເພີ່ມ, ຄຳໃດເຫຼືອຕັດຖິ້ມ. ຕົວຢ່າງຄຳທີ່ວ່າ : - ສະມາຄົມໝາກກາເຟລາວ ຫຼືສະມາຄົມກາເຟລາວ, ດັ່ງທີ່ໄມ້ຈັນບອກ ບໍ່ສົມບູນໃນຕົວມັນທັງສອງ ຕ້ອງໃຫ້ຄຳ ກຳມະ ຜູ້ກະທຳໃຫ້ມັນ ໃນປະໂຍກເທິງ ມີແຕ່ປະທານ "ສະມາຄົມ" ກັບ ກິຣະຍາ ແລະ ນາມ "ໝາກກາເຟລາວ" ຕ້ອງຫາກຳມະ ມາໃຫ້ມັນ ມັນຈຶ່ງສົມບູນ ຄື "ຜູ້ ຫຼື ຄົນ" ຫາກມີປະໂຫຍກແບບນັ້ນ ເຂົາຈະບໍ່ນິຍົມໃຊ້ "ຄົນ" ເຂົາຈະໃຊ້ "ຜູ້" ແທນ ເຊັ່ນ ສະມາຄົມ(ຜູ້ປູກ) ໝາກກາເຟລາວ ຫຼືສະມາຄົມ(ຜູ້ປູກ)ກາເຟລາວ. - ອັນວ່າ "ຜູ້ປູກ" ເປັນກຳມະ ຄືກະທຳໃຫ້ກະເຟ ຕ້ອງທຳໜ້າທີ່ຂອງ ມັນໃຫ້ສົມບູນ. - ທີ່ນີ້ເຮົາຊິເອົາຄຳໃດມາໃຊ້ໃນ ໒ ຄຳ, ບໍ່ຕ້ອງຄິດເອົາ,ຕ້ອງເອົາຕາມ ກົດເກນຂອງໄວຍາກອນ, ສະມາຄົມ(ຜູ້ປູກ) ໝາກກາເຟລາວ ຫຼືສະມາຄົມ(ຜູ້ປູກ)ກາເຟລາວ. - ຈະເອົາປະໂຫຍກໃດກໍໄດ້ ແຕ່ດີກວ່າ ຕ້ອງ"ສະມາຄົມຜູ້ປູກ ກາເຟລາວ" ເພາະມັນສັ້ນກວ່າ "ເພາະໝາກກາເຟ", ກັບ "ກາເຟ" ຄຳວ່າ "ກາເຟ" ຈະສົມບູນກວ່າ ແລະບໍ່ເປືອງເນື້ອທີ່ປະຫຍັດເຂົ້າໄປອີກ. - ນີ້ແລ້ວ ຄືຄວາມໝາຍຄວາມສຳຄັນຂອງພາສາລາວ, ຕອນເວົ້າສຳຄັນນ້ອຍກວ່າການຂຽນ ແຕ່ຫາກເວົ້າໃນທາງການ ໃຊ້ໃນທາງການສຳຄັນກວ່າ. - ອັນວ່າ "ສະມາຄົມ" ມາຈາກ "ສະມະຄະມະ" ແປ ເຂົ້າມາຫາກັນ, ຫຼືໄປມາຫາສູ່ກັນ. ຂອບໃຈທີ່ໃຫ້ໂອກາດ ຂຽນເດີ
ສາຍເຊລຳເພົາ ວັນທີ 15 ກັນຍາ 2011 - ເວລາ 12:11:25 183.182.127.xxx
ຫຼຸດຜ່ອນຄວາມທຸກຍາກ (ໜ້າຊິເປັນລົດຜ່ອນຄວາມທຸກຍາກ) - ຢ່າລືມວ່າ ພາສາທຸກໆພາສາໃນໂລກນັ້ນ ປະຫວັດການເກີດຂອງມັນ ບໍ່ແມ່ນ "ພາສາບັນຍັດ" ແຕ່ຫາກແມ່ນ "ພາສາສັງຄົມບັນຍັດ" ຄື ພາສາມັນເກີດຕາມສັງຄົມມາ ບາດມາໄລຍະຫຼັງໆ ວັດຖຸເກີດ ວຽກງານເກີດ ຈຶ່ງບັນຍັດພາສາມາໃຊ້,(ພຽງແຕ່ຕໍ່ຕື່ມພາສາເກົ່າໃຫ້ຫຼວງຫຼາຍພຽງພໍກັບການໃຊ້ ເທົ່ານັ້ນ, ແຕ່ສຳລັບ "ລົດລາຄາ ກັບຫຼຸດລາຄາ ໃຊ້ຄູ່ມາເຫິງແລ້ວ" ເຮົາຊິມີຕັດຮອນມັນຖິ້ມເຊັ່ນນີ້ເປັນບໍ ?)
ໄມ້້້້ຈັັນ ວັນທີ 09 ກັນຍາ 2011 - ເວລາ 10:15:55 114.129.31.xxx
ຂໍມີຄວາມເຫັນກ່ຽວເລື່ອງການໃຊ້ພາສາລາວ ຊື່ຢູ່ປ້າຍວ່າ "ສະມາຄົມກາເຟລາວ" ບາດໃນຂ່າວພັດວ່າ "ສະມາຄົມໝາກ ກາເຟລາວ" ເວົ້າຕາມຫຼັກແລ້ວທັງສອງແມ່ນບໍ່ຖືກຕ້ອງ ເພາະໃນນີ້ມີພຽງສາມຄຳບວກກັນຄື ສະມາຄົມ+ ກາເຟ+ລາວ ຕີຄວາມໝາຍຕາມສັບ ອັນນີ້ເປັນການຈັດຕັ້ງຂອງໝາກກາເຟ ແຕ່ໃນຕົວຈິງມັນແມ່ນການຈັດຕັ້ງຂອງຄົນຜູ້ເຮັດກ່ຽວກັບກາເຟ (ຜູ້ຄ້າ ຜູ້ຜະລິດ ຜູ້ສົ່ງເສີມ...) ຄະນະບໍລິຫານງານສະມາຄົມ ກໍແມ່ນຄົນ/ບໍ່ແມ່ນໝາກກາເຟເລີຍ. ດັ່ງນັ້ນຊື່ທີ່ຖືກຕ້ອງຄວນ ເພິ່ມຄົນເຂົ້າໃສ່ ເປັນ: ສະມາຄົມ+ (ຜູ້ຄ້າ/ຜູ້ປະກອບການ/ຜູ້.....)ກາເຟ+ລາວ. ຕົວຢ່າງທີ່ມີແລ້ວຄື ສະມາຄົມນັກຂ່າວ ສະມາຄົມນັກທຸລະກິດໜຸ່ມ ສະມາຄົມນັກປະພັນ... ເປັນຕົ້ນ. ມີຊື່ຫຼາຍສະມາຄົມ ຫຼາຍສະຫະພັນທີ່ອອກໃນລັກສະນະນີ້ ໃນນັ້ນມີທັງ ສະຫະພັນບານເຕະ ອັນນີ້ຕີຄວາມໝາຍຕາມສັບແມ່ນ ການຈັດຕັ້ງຂອງໜ່ວຍໝາກບານ ແຕ່ໃນຕົວຈິງມັນ ແມ່ນການຈັດ ຕັ້ງຂອງຜູ້ເຮັດວຽກກ່ຽວກັບກີລາບານເຕະ ສະນັ້ນຊື່ທີ່ຄວນເປັນ ແມ່ນ: ສະຫະພັນນັກກີລາເຕະບານ ຫຼື ສະຫະພັນນັກກີລາ ບານເຕະ ຮູ້ຢູ່ວ່າຢາກໄດ້ຊື່ສັ້ນໆ ແຕ່ຖ້າສັ້ນຈົນບໍ່ຄົບເນື້ອໃນ ໃຈຄວາມ ມັນກໍບໍ່ຖືກຕ້ອງ ແລ້ວເຮົາຈະເອົາຄວາມຖືກຕ້ອງ ຫຼືຈະເອົາຕາມໃຈມັກ ?
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
20 + 4 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0346 ວິນາທີ.
Apycom jQuery Menus
Powered by iTeen 020 54644729