
ທ່ານ ພັນຕີ ບຸນມາກ ສູນດາໄລ ຫົວໜ້າກອງໂຄສະນາ ພະແນກຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ເພື່ອຫ້າງຫາກະກຽມໃສ່ງານຕະຫຼາດນັດ ແລະ ບຸນນະມັດສະການພຣະທາດຫຼວງ 2011 ທາງພະແນກຈະລາຈອນນະຄອນຫຼວງ ໄດ້ມີການວາງກຳລັງ ເພື່ອຳນວຍຄວາມສະດວກໃນການສັນຈອນໄປມາຕາມທ້ອງຖະໜົນ ແລະ ຕາມເສັ້ນທາງຫຼັກສຳຄັນຕ່າງໆ ລວມທັງໝົດ 98 ຈຸດ ແລະ 8 ຈຸດຄອຍເຫດ ປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອຄອຍຮັບການແຈ້ງເຫດ ໃນກໍລະນີມີເຫດການດ່ວນ.
ເນື່ອງໃນໂອກາດບຸນນະມັດສະການພຣະທາດຫຼວງປີນີ້ ກໍຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມພະແນກຈະລາຈອນນະຄອນຫຼວງຢ່າງເຄັ່ງຄັດ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ໃນການປະຕິບັດງານ ບັນດາລົດໃຫຍ່ ບັນທຸກຕ່າງໆ ກໍຄວນຫຼີກລ້ຽງບັນດາເສັ້ນທາງຫຼັກທີ່ກ່ຽວຂ້ອງ ກັບເສັ້ນທາງທີ່ຈະມາຫາເດີ່ນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ສ່ວນຜູ້ປະກອບການຫ້າງຮ້ານ ບໍລິການຮັບຝາກລົດຕ່າງໆ ກໍບໍ່ຄວນກິນເນື້ອທີ່ໃນການສັນຈອນຕາມທ້ອງຖະໜົນ ເພາະຈະເຮັດໃຫ້ເກີດລົດຕິດ ການສັນຈອນໄປມາຈະພົບຄວາມຫຍຸ້ງຍາກ ພິເສດບັນດາຜູ້ຂັບຂີ່ທັງຫຼາຍ ກໍຄວນລະວັງ ເວລາດື່ມສິ່ງມຶນເມົາແລ້ວ ກໍບໍ່ຕ້ອງຂັບລົດ ເພື່ອຫຼີກລ້ຽງການເກີດອຸປະຕິເຫດ ພິເສດສຸດກໍຮ່ວມໃຈກັນປະຕິບັດ 6 ສ ຂອງນະຄອນຫຼວງຢ່າງເຄັ່ງຄັດ.
ຊົມເຊີຍອ້າຍເອື້ອຍນ້ອງຈະລາຈອນ ຄອຍໃຫ້ການບໍລິການລະບາຍລົດ ແກ້ໄຂບັນຫາລົດຕິດຕາມຈຸດໃຫຍ່ຕ່າງໆ ໃນນະຄອນຫຼວງນີ້ແມ່ນຢູ່ 4 ແຍກທາດຂາວ.
ພາບນີ້ແມ່ນຢູ່ 4 ແຍກໄຟແດງໃກ້ທະນາຄານລາວ-ຫວຽດ (ຕາມເສັ້ນທາງຖະໜົນລ້ານຊ້າງ).
ນີ້ແມ່ນອີກຈຸດໜຶ່ງສຳຄັນບັນດາອ້າຍນ້ອງຈະລາຈອນ ກຳລັງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຫ້າວຫັນ ຢູ່ເສັ້ນທາງໄກສອນ ພົມວິຫານ 3 ແຍກໄຟແດງໂພນເຄັງ ແລະ ທາງຕັດໃສ່ຖະໜົນກຳແພງເມືອງ.
ຂໍຊົມເຊີຍເດີ ! ເຮັດໃຫ້ການລະບາຍລົດໄປມາສະດວກຂຶ້ນ.
ໂດຍ: ລູກຊາຍດຽວ

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ

ຄໍາເຫັນຂອງທ່ານຜູ້ອ່ານ
ດວງຈັນ
ວັນທີ 04 ທັນວາ 2011 - ເວລາ 21:17:46
183.182.127.xxx
bb ເວົ້າກໍ່ເຫັນດີນໍາ , ແຕ່ຈະເກັບເອົາເງິນຈາກປະຊາຊົນທີ່ແລ່ນລົດຜິດກົດຈາລະຈອນມາເບີກໃຫ້ຕຳຫລວດກໍ່ໄດ້ຢູ່,ແຕ່ການລະເມີດກົດຈະບໍ່ມີວັນສິ້ນສຸດ,ເພາະຕຳຫລວດຍັງຕ້ອງການເງິນເພິ່ມຢູ່ ເຂົາບໍ່ຜິດກໍ່ຕ້ອງເປົ່າຫວີດອັດລົດ ແລະ ຫາຂໍ້ຜິດໃຫ້ເຂົາ,ຖ້າປະຊາຊົນຫາກບໍ່ເຮັດຜິດຢ້ານຕຳຫລວດບໍ່ມີເງິນຊື້ຢາດູດ ຊ່ວຍກັນຄົນລະທິດຄົນລະທາງ ດີທີ່ສຸດຕ້ອງ "ຢູ່ຮ່ວມກັນໂດນສັນຕິ"ກໍ່ແລ້ວໄປ,ເຂົາລ່ວງໄຟແດງກໍ່ຢ່າໄປໄລ່ເຂົາ,ຖ້າໄລ່ເຂົາ ເຂົາຍິ່ງປົບໜີ ແລ່ນໄວເຮັດໃຫ້ເກີດອຸບັດຕິເຫດຕຶ້່ມ ບາງເທື່ອກໍ່ປົບຕາຍລົ້ມຫົວແຕກເສຍຊີວິດກໍ່ເປັນໄດ້ 555555
ດວງຈັນ
ວັນທີ 18 ພະຈິກ 2011 - ເວລາ 19:13:42
183.182.127.xxx
ສະບາຍດີທຸກທ່ານ.
ບັນຫາອຸບັດຕິເຫດຕາມທ້ອງຖະໜົນເວົ້າລວມແລ້ວມັນກໍ່ບໍ່ແມ່ນຍ້ອນພະນັກງານ ເຮັດໜ້າທີ່ຈາລະຈອນດອກ.ສ່ວນຫລາຍ ແມ່ນຜູ້ຂັບຂີ່ຂາດສະຕິສັງ ຄົມ,ບາງລາຍກໍ່ອວດໂອ້ໂວຫານ,ສະແດງ ຝີ ມືໃນການຂັບຂີ່ເຊັ່ນ:ແລ່ນໄວແລ່ນແບບງູລອຍແລ່ນຍົກລໍ້ດັດປັບລົດໃຫ້ມີສຽງດັງຂູ່ຂວັນຜູ້ອື່ນໃຫ້ຕື່ນຕົກໃຈ,ບາງລາຍກໍ່ທັງລົມໂທລະຊັບທັງຂັບລົດຕ່າງໆນັ້ນກໍ່ແມ່ນສ່ວນໜຶ່ງ ຂອງການກໍ່ໃຫ້ເກີດອຸບັດຕິເຫັດບົນທ້ອງຖະໜົນແຕ່ຍັງອີກບັນຫາໜຶ່ງທີ່ຢາກ ສົ່ງເຖິງເຈົ້າໜ້າທີ່ທຸກໆຄົນຊ່ວຍກັນຕິດຕາມເຫັດການ ແລະ ການ ແກ້ ໄຂເຫດການດັ່ງນີ້:
-ບັນດານັກຂັບຂີ່ຍານພາຫະນະກົນຈັກໜັກຄືລົດຖອກດິນ,ລົດໂມ້ ເບຕົງ,ຫລືລົດຂົນສົ່ງຕ່າງໆທີ່ມີປະກັນໄພ,ໂດຍແມ່ນ ນັກຂັບ ຂີ່ທີ່ ຈ້າງຂັບລົດໃຫ້ບໍລິສັດຕ່າງໆ .ກຸ່ມຄົນພວກນີ້ມັກຈະຂັບລົດໂດຍ ຂາດມາລະຍາດຫລາຍ,ແລ່ນໄວ,ເລັ່ງເວລາພາໃຫ້ ເກີດອຸບັດ ຕິເຫດໄດ້.
-ເມື່ອເກີດອຸບັດຕິເຫດແລ້ວ ເຈົ້າໜ້າທີ່ປະກັນໄພມາເປັນ ຜູ້ໄກ່ ເກ່ຍ ແລ້ວກໍ່ຮັບສ້ອມແປງໄປນໍາ.ແຕ່ບໍ່ຮູ້ວ່າກະໂຕນັກຂັບ ຂີ່ນັ້ນ ເພິ່ນຈະປັບໄໝໃສ່ໂທດຫລືບໍ່.ຖ້າບໍ່ປະຕິບັດໂທດ ແກ່ເຂົາເທື່ອໜ້າ ເຂົາກໍ່ເຮັດອີກ. ກໍລະນີທີ່ເວົ້າມານີ້ຂ້າພະເຈົ້າຖືກມາສອງຄັ້ງແລ້ວ,ປະກັນໄພກໍ່ແປງໃຫ້ຢູ່,ແຕ່ວ່າບໍ່ມີລົດຈະທຽວການ ສ້ອມແປງ ເປັນອາທິດຈິ່ງແລ້ວຕ້ອງໄດ້ຈ້າງລົດໄປການ ບາດວ່ານັກຂັບ ຂີ່ ຂອງເພິ່ນພັດຍັງໃຫ້ຂັບລົດຕໍ່ໄປ.
ສະເໜີວ່າລົດມີປະກັນໄພຍິ່ງຈະຕ້ອງມີມາລະຍາດທັງແມ່ນການຮັກສາຊັບສົມບົດຂອງລວມໝູ່,ທັງຮັກສາຄວາມສະຫງົບບົນທ້ອງຖະໜົນ.ຂໍຮຽກຮ້ອງມາຍັງ ທຸກໆບໍລິສັດພໍ່ຄ້າຊາວຂາຍທີ່ຈ້າງນັກຂັບຂີ່ຄວນຊ່ວຍກັນສຶກສາອົບຮົມເຂົາມີສະຕິຕໍ່ສັງຄົມແດ່ຈັກໜ້ອຍ.
bb
ວັນທີ 17 ພະຈິກ 2011 - ເວລາ 14:31:14
203.110.64.xxx
ຫັນເອົາເງີນຄ່າປັບໃໝຈາກປະຊາຊົນທີ່ກະທຳຜິດໃນການຈະລາຈອນ ແລ້ວມາເພີ່ມເງີນເດືອນໃຫ້ຕຳຫຼວດ ເພື່ອຫຼຸດຜ່ອນ ການເກີດອຸປະຕິເຫດຊິບໍ່ດີບໍ??? ຕຳຫຼວດຫ້າມຮັບເງີນໄຕ້ໂຕະ ຄົນທີ່ກະທຳຜິດ ຫ້າມໃຫ້ເງີນຕຳຫຼວດ ຄົນທີ່ກະທຳຜິດ ຄວນໄປເສຍຄ່າປັບໃໝດີກ່ວາ
ຖ້າສືບຮູ້ ປົດທາງຜູ້ຮັບແລະປັບຜູ້ໃຫ້ ຖ້າລັດເຮັດໄດ້ ແນ່ນອນແລ້ວອຸປະຕິເຫດຈະໝົດໄປເນີ!!!!!!!!!!!