
ດັ່ງທີ່ຮູ້ນຳກັນແລ້ວວ່າ: ບຸນນະມັດສະການພຣະທາດຫຼວງ ແມ່ນງານບຸນປະເພນີປະຈຳຊາດ ທີ່ສືບທອດມາແຕ່ດົນນານ ຊຶ່ງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເວົ້າລວມ ເວົ້າສະເພາະຊາວນະຄອນຫຼວງວຽງຈັນຂອງພວກເຮົາ ໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງບຸນດັ່ງກ່າວຢ່າງຍິ່ງໃຫຍ່ ລະຫວ່າງເດືອນ 12 (ລາວ) ຂອງທຸກໆປີ ໃນງານບຸນນະມັດສະການພຣະທາດຫຼວງນີ້ ນອກຈາກຈະມີການຄົບງັນຕາມຮີດຄອງປະເພນີທີ່ເຄີຍປະຕິບັດມາແລ້ວ ຍັງໄດ້ມີການຈັດງານວາງສະແດງ ແລະ ຂາຍສິນຄ້າປະເພດຕ່າງໆ ທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດຈຳນວນໜຶ່ງ ເພື່ອໃຫ້ມວນຊົນທີ່ທ່ຽວບຸນໄດ້ຈັບຈ່າຍຊື້ຂາຍສິນຄ້າ ຕາມຖານະເງິນທີ່ຕົນມີ.
ສຳລັບງານບຸນນະມັດສະການພຣະທາດຫຼວງປີນີ້ ແມ່ນໄດ້ຈັດຂຶ້ນລະຫວ່າງວັນທີ 8-10 ພະຈິກ ແລະ ງານວາງສະແດງຂາຍສິນຄ້າແມ່ນເລີ່ມແຕ່ວັນທີ 4-10 ພະຈິກ 2011 ຕະຫຼອດໄລຍະຂອງວັນດັ່ງກ່າວ ບັນດາມວນຊົນຈາກເຂດແຂວງຕ່າງໆໃນທົ່ວປະເທດ ຕະຫຼອດຮອດຊາວນະຄອນຫຼວງວຽງຈັນ ແລະ ນັກທ່ອງທ່ຽວຕ່າງປະເທດ ກໍຈະໄດ້ຫຼັ່ງໄຫຼໄປທ່ຽວຊົມບຸນຢ່າງຫຼວງຫຼາຍ ສະນັ້ນ ເພື່ອຮັບປະກັນຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຮັກສາໄວ້ຊຶ່ງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ຈິ່ງຂໍຮຽກຮ້ອງໃຫ້ໝົດທຸກຄົນ ຈົ່ງມີສະຕິລະວັງຕົວສູງຕໍ່ກົນອຸບາຍຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີຈຳນວນໜຶ່ງທີ່ຫວັງມ້າງເພທຳລາຍ ກໍ່ຄວາມບໍ່ສະຫງົບໃນງານບຸນດັ່ງກ່າວ.
ບັນຫາໜຶ່ງອີກທີ່ຄວນເອົາໃຈໃສ່ນັ້ນ ແມ່ນການໃຊ້ລົດໃຊ້ຖະໜົນກໍໃຫ້ມີສະຕິ ບໍ່ຄວນປະໝາດ ເພື່ອຫຼີກລ້ຽງການເກີດອຸປະຕິເຫດ ສິ່ງສຳຄັນ ລົດທີ່ເຮົາຂັບຂີ່ ບໍ່ວ່າຈະເປັນລົດຈັກ ຫຼື ລົດໃຫຍ່ ຕ້ອງຮັບປະກັນທາງດ້ານເຕັກນິກ ຜູ້ຂັບຂີ່ຕ້ອງມີໃບຂັບຂີ່ ແລະ ເອກະສານລົດຄົບຖ້ວນ ເພື່ອສະດວກໃນການກວດກາຂອງເຈົ້າໜ້າທີ່ ສຳລັບຜູ້ທີ່ຈະໄປທ່ຽວບຸນພຣະທາດຫຼວງ ແມ່ນໃຫ້ປະຕິບັດຕາມແຈ້ງການຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນການນຳໃຊ້ເສັ້ນທາງ ແລະ ສະຖານທີ່ຈອດລົດຢ່າງເຂັ້ມງວດ ສ່ວນການກິນດື່ມສິ່ງມຶນເມົາຢູ່ໃນງານບຸນ ກໍໃຫ້ຢູ່ໃນຂອບເຂດ ປະຢັດມັດທະຍັດ ບໍ່ຄວນຫຼິ້ນກິນແບບຟຸມເຟືອຍ ຖ້າມີອາການມຶນເມົາແລ້ວແມ່ນບໍ່ໃຫ້ຂັບຂີ່ລົດ ເພາະມີຄວາມສ່ຽງຕໍ່ການເກີດອຸປະຕິເຫດຕາມທ້ອງຖະໜົນ ປັດຈຸບັນສັງເກດເຫັນວ່າ ບັນຫາເມົາແລ້ວຂັບຂີ່ແມ່ນຍັງກວມຕົວເລກສູງສົມຄວນ.
ໂດຍ: ໜຸ່ມສະຫວັນ
ຄຳຝາກຈາກອ້າຍນ້ອງຈະລາຈອນ (1167)