SPC Systems
ໜ້າຫຼັກ > ພັດທະນານະຄອນຫຼວງ
ບັນຫາຂີ້ເຫຍື້ອ ຄາໃຈຂອງຜູ້ຄົນທ່ຽວຜ່ານໄປມາ
ວັນທີ 03 ພະຈິກ 2011 - ເວລາ 16:59:24 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

ຂີ້​ເຫຍື້ອ​ເປັນ​ສິ່ງ​ເສດ​ເຫຼືອ​ຂອງ​ຜູ້​ຄົນ​ທີ່​ໃຊ້​ແລ້ວ​ບໍ່​ຕ້ອງ­ການ ກາຍ­ເປັນ​ບັນ­ຫາ​ທີ່​ຕາມ​ມາ ຍ້ອນ​ການ​ເກັບ​ມ້ຽນ ແລະ ຮັກ­ສາ ຈຶ່ງ​ຕ້ອງ​ນຳ­ໄປ​ຖິ້ມ​ໄວ້​ບ່ອນ​ອື່ນ ສ້າງ​ຄວາມ​ຮົກ­ເຮື້ອ​ເປິ​ະ​ເປື້ອນ ສ້າງ​ຄວາມ​ຮັບ­ຜິດ­ຊອບ​ໃຫ້​ເປັນ​ຂອງ​ຜູ້​ອື່ນໆ ທັງໆ​ທີ່​ມັນ​ກໍ​ເກີດ​ຂຶ້ນ​ມາ​ດ້ວຍ​ນ້ຳ­ມື​ຂອງ​ຄົນ​ມັກ­ງ່າຍ ຄື​ດັ່ງ​ທີ່​ເຫັນ​ໃນ​ພາບ​ນີ້.

ບັນ­ດາ​ຂີ້​ເຫຍື້ອ​ເຫຼົ່າ​ນີ້ ບໍ່​ແມ່ນ​ຫາ​ກໍ​ມີ ມັນ​ກໍ່​ຮ່າງ​ສ້າງ​ໂຕ​ຂຶ້ນ​ມາ ແລະ ແຜ່​ລາມ​ກະ­ຈາຍ​ຢູ່​ຕາມ​ແຄມ​ທາງ​ຢູ່ 4 ແຍກ​ໄຟ​ແດງ​ສີ​ບຸນ​ເຮືອງ (ເສັ້ນ­ທາງ​ອາ​ຊຽນ) ຕັດ​ກັບ​ຖະ­ໜົນ​ໄກ­ສອນ ພົມ­ວິ­ຫານ ເຊິ່ງ​ເປັນ​ເສັ້ນ­ທາງ​ຫຼັກ​ສຳ­ຄັນ ບໍ່​ຄວນ​ຈະ​ເປັນ​ສະ­ພາບ​ຄື​ດັ່ງ​ທີ່​ເຫັນ​ເລີຍ !.

ສະ­ພາບ​ຂອງ​ຖັງ​ຂີ້​ເຫຍື້ອ​ແຄມ​ຖະ­ໜົນ ຕິດ​ກັບ​ທີ່­ຢູ່​ອາ­ໄສ​ຂອງ​ປະ­ຊາ­ຊົນ ບໍ່​ແມ່ນ​ແຕ່​ຈຸດ​ດຽວ­ນີ້ ມີ​ຫຼາຍ​ບ່ອນ​ກໍ​ປະ­ກົດ​ເປັນ​ຄື​ກັນ ຂີ້​ເຫຍື້ອ​ທີ່​ລົ້ນ​ເຫຼືອ ອາດ​ຈະ​ແມ່ນ​ຂອງ​ຄົນ​ທຽວ​ທາງ ຫຼື ເຮືອນ​ໃກ້​ຄຽງ ສວຍ­ໂອ­ກາດ​ຖິ້ມ​ໃສ່​ຈົນ​ລົ້ນ​ຊະ­ຊາຍ​ອອກ​ມາ​ແບບ​ນີ້.

ຂີ້​ເຫຍື້ອ​ເຫຼົ່າ​ນີ້ ບໍ່​ແມ່ນ​ມີ​ມາ​ແຕ່​ດົນ ແຕ່​ແມ່ນ​ຫາ​ກໍ​ເກີດ​ຂຶ້ນ​ໄລ­ຍະ​ບຸນ​ອອກ​ພັນ​ສາ​ປະ​ວໍ­ລະ­ນາ ຊ່ວງ​ເຮືອ​ປະ­ເພ­ນີ​ທ່າ​ວັດ​ຈັນ 2011 ຄັ້ງ​ຜ່ານ​ມາ ຢູ່​ຕໍ່­ໜ້າ​ອົງ­ການ​ແມ່­ນ້ຳ​ຂອງ​ໃກ້​ປາກ​ປ່າ​ສັກ.

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ລາວ ວັນທີ 24 ມັງກອນ 2012 - ເວລາ 16:51:54 202.170.51.xxx
ນີ້ແລະ ຄົນຮັບຜິດຊອບມັນບໍ່ມີຄວາມຮັບຜິດຊອບໃນໜ້າທີຂອງມັນ
ດວງຈັນ ວັນທີ 12 ພະຈິກ 2011 - ເວລາ 19:40:09 183.182.127.xxx
ບັນຫາຂີ້ເຫຍື້ອກໍ່ແມ່ນໜຶ່ງໃນບັນຫາທີ່ພົວພັນເຖິງ 6 ສ,ການກຳຈັດຂີ້ເຫຍື້ອກໍ່ມີຢູ່ຫລາຍວິທີ່,ແຕ່ກ່ອນອື່ນໝົດກໍ່ແມ່ນການປະພຶດຂອງທຸກໆຄົນ,ຸກຄົນຕ້ອງສ້າງສະຕິສັງຄົມໃຫ້ສູງ,ມີຄວາມຮັບຜິດຊອບນຳກັນ ໂດຍບໍ່ຄວນຖິ້ມຊະຊາຍຄວນຖິ້ມບ່ອນທີ່ຈັດສັນໄວ້ໃຫ້.ອີກດ້ານໜຶ່ງກໍ່ຕ້ອງສັດສັນໃຫ້ມີສະຖານທີ່ຖິ້ມຂີ້ເຫຍື້ອໃຫ້ພຽງພໍ,ໂດຍສະເພາະແມ່ນກະຖັງເກັບຂີ້ເຫຍື້ອ.ອີກດ້ານໜຶ່ງກໍ່ຄວນມີຜູ້ດູແລເກັບ ແລະ ຕິດຕາມຊ່ວຍເຕືອນ-ຫ້າມບໍ່ໃຫ້ຄົນຖິ້ມຊະຊາຍ.ຖ້າເຮັດໄດ້ແນວນີ້ຂີ້ເຫຍື້ອກໍ່ຈະບໍ່ອັ່ງຖ້ວມບ້ານເມືອງຂອງເຮົາຢ່າງແນ່ນອນ.
bommby ວັນທີ 07 ພະຈິກ 2011 - ເວລາ 10:41:36 183.182.127.xxx
ຄົນນະຄອນຫຼວງແທ້ໆມີການສຶກສາສູງແຕ່ແນວຄິດຈິດໃຈຕໍ່າມັກງ່າຍ ຢູ່ກະໂຕໃຈກາງເມືອງແທ້ໆຍັງເອົາຂີ້ເຫື້ຍອມາຖີ້ມໃສ່ບໍ່ອາຍຊາດເຂົາແດ່ວ່າ ຈັບໄດ້ໄລ່ທັນເອົາມາລົງໂທດໃຫ້ມັນເຄັດຫລາບແດ່
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
20 + 5 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
ຮູບປະກອບ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0307 ວິນາທີ.
Apycom jQuery Menus
Powered by iTeen 020 54644729