SPC Systems
ໜ້າຫຼັກ > ວົງຈອນກີລາ
ປະທານໜ້າເກັກເປີດເຜີຍ ເດືອນມີນາຈະຈັດແຂ່ງຂັນໜ້າເກັກທົ່ວປະເທດ
ວັນທີ 26 ມັງກອນ 2012 - ເວລາ 10:57:50 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

ທ່ານ ພຸ່ງ​ພະ­ຈັນ ແສງ​ມີ​ໄຊ ປະ­ທານ​ສະ­ຫະ­ພັນ​ໜ້າ​ເກັກ​ແຫ່ງ​ຊາດ​ລາວ ໄດ້​ອອກ​ມາ​ຖະ­ແຫຼງ​ຂ່າວ​ເປີດ­ເຜີຍ​ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 20 ມັງ­ກອນ ຢູ່​ທີ່​ສະ­ຫະ­ພັນ​ໜ້າ​ເກັກ​ແຫ່ງ​ຊາດ​ລາວ ວ່າ: ລະ­ຫວ່າງ​ວັນ​ທີ 25-30 ມີ­ນາ 2012 ນີ້ ຈະ​ໄດ້​ຈັດ​ແຂ່ງ­ຂັນ​ໜ້າ​ເກັກ​ທົ່ວ​ປະ­ເທດ ຄັ້ງ​ທີ I ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ.

ການ​ຈັດ​ແຂ່ງ­ຂັນ​ກີ­ລາ​ຍິງ​ໜ້າ​ເກັກ​ຄັ້ງ​ນີ້ ເປົ້າ​ໝາຍ​ແມ່ນ​ເພື່ອ​ເປັນ​ການ​ທົດ​ສອບ​ຄວາມ​ຮູ້​ຄວາມ​ສາ­ມາດ​ດ້ານ​ເຕັກ­ນິກ​ຂອງ​ນັກ­ກີ­ລາ ກຽມ​ຄວາມ​ພ້ອມ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ງານ​ກີ­ລາ​ພື້ນ­ເມືອງ​ທົ່ວ​ປະ­ເທດ ຄັ້ງ​ທີ VIII ຢູ່​ແຂວງ​ເຊ​ກອງ ແລະ ງານ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ກີ­ລາ​ລາວ ຄົບ­ຮອບ 46 ປີ ທີ່​ແຂວງ​ຄຳ​ມ່ວນ ນອກ­ຈາກ​ນັ້ນ ກໍ​ເປັນ​ການ​ທົດ​ສອບ​ຄວາມ​ສາ­ມາດ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ໜ້າ​ເກັກ ໃນ​ການ​ຈັດ​ແຂ່ງ­ຂັນ ແລະ ເປັນ​ການ​ປຸກ­ລະ­ດົມ​ມວນ​ຊົນ ຫັນ​ມາ​ສົນ­ໃຈ​ຫຼິ້ນ​ກີ­ລາ​ໜ້າ​ເກັກ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ອະ­ນຸ​ຮັກ​ກີ­ລາ​ພື້ນ­ເມືອງ​ລາວ​ປະ­ເພດ​ນີ້ ໄວ້​ຢ່າງ​ຍາວ​ນານ.

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
12 + 8 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0346 ວິນາທີ.
Apycom jQuery Menus
Powered by iTeen 020 54644729