
ການແຂ່ງຂັນກີລາຕີດອກປີກໄກ່ ຊີງຂັນທ່ານລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກີລາ ໄດ້ເປີດສະໜາມໃນວັນທີ 23 ມັງກອນ 2012 ຜ່ານມາ ທີ່ສະໂມສອນກີລາດອກປີໄກ່ລາວ-ຫວຽດນາມ ບ້ານອານຸ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອໃຫ້ເຍົາວະຊົນໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ບໍ່ກ່ຽວຂ້ອງກັບສິ່ງເສບຕິດ ທັງເປັນການສ້າງນັກກີລາລຸ້ນສືບທອດ ເພື່ອເຮັດໃຫ້ວົງການກີລາຕີດອກປີກໄກ່ ໄດ້ມີການພັດທະນາທຽບເທົ່າກັບບັນດາປະເທດໃນພາກພື້ນ ແລະ ສາກົນ.
ການແຂ່ງຂັນປະກອບມີ ຄູ່ຊາຍບໍ່ເກີນ 10 ປີມີ 32 ຄູ່ ຄູ່ຊາຍບໍ່ເກີນ 12 ປີມີ 32 ຄູ່ຊາຍບໍ່ເກີນ 14 ປີ 32 ຄູ່ ຄູ່ຍິງອາຍຸບໍ່ເກີນ 12 ປີມີ 32 ຄູ່ ຍິງບໍ່ເກີນ 14 ປີ 32 ຄູ່ ຄູ່ປະສົມອາຍຸບໍ່ເກີດ 12 ປີ 16 ຄູ່ ແລະ ຄູ່ປະສົມອາຍຸບໍ່ເກີນ 14 ປີ 16 ຄູ່ ຊຶ່ງການແຂ່ງຂັນຄັ້ງນີ້ ແມ່ນຈະໄດ້ດຳເນີນໄປຈົນເຖິງວັນທີ 27 ມັງກອນ 2012.
ສຳລັບນັກກີລາທີ່ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ແມ່ນມາຈາກສະໂມສອນດອກປີກໄກ່ສະກາຍໄລ ສະໂມສອນດອກປີໄກ່ KM 5 ສະໂມສອນດອກປີກໄກ່ລາວ-ຫວຽດນາມ ສະໂມສອນດອກປີກໄກ່ດົງປ່າລານ ສະໂມສອນດອກປີກໄກ່ຕີນາ ແລະ ສະໂມສອນ KT.
