
ວັນທີ 17 ມັງກອນ 2012 ຜ່ານມາ ທ່ານ ພູວົງ ຫຼວງໂຄດ ປະທານສະມາຄົມອ໊ອບໂຣດແຫ່ງປະເທດລາວ ແລະ ທ່ານ ສຸດໃຈ ພັນທະມິດ ຜູ້ຈັດການຝ່າຍການຕະຫຼາດຂອງບໍລິສັດ ປີໂຕຼລ້ຽມ ເທຣດດິ້ງລາວ ຈຳກັດ ໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ ແລະ ທີມງານຂອງຕົນ ກ່ຽວກັບການຈັດກິດຈະກຳ ເປີດຂະບວນຄາລະວານການກຸສົນ ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ ປີໂຕຼລ້ຽມ ເທຣດດິ້ງລາວ ຈຳກັດ ແລະ ສະມາຄົມອ໊ອບໂຣດແຫ່ງປະເທດລາວ ເປົ້າໝາຍເພື່ອນຳສິ່ງຂອງຊ່ວຍເຫຼືອ ໄປມອບໃຫ້ປະຊາຊົນຜູ້ປະສົບໄພທຳມະຊາດ ແລະ ທຸກຍາກຂາດເຂີນ ໃນຈຳນວນ 6 ເມືອງຢູ່ 2 ແຂວງຄື: ແຂວງບໍລິຄຳໄຊ ແລະ ແຂວງຊຽງຂວາງ.
ພິທີຖະແຫຼງຂ່າວໄດ້ຈັດຂຶ້ນທີ່ສາງນ້ຳມັນວຽງຈັນ 2 ຖະໜົນທ່າເດື່ອ ນະຄອນຫຼວງວຽງຈັນ ກິດຈະກຳທີ່ທັງສອງພາກສ່ວນໄດ້ຮ່ວມກັນຈັດຂຶ້ນເທື່ອນີ້ ຈະໄດ້ນຳຂະບວນລົດຄາລະວານ ຈຳນວນ 25 ຄັນ ອອກເດີນທາງແຕ່ວັນທີ 10-12 ກຸມພາ 2012 ລວມເປັນ 3 ວັນ 2 ຄືນ ໃນໄລຍະການເດີນທາງ ແມ່ນຈະໄດ້ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນໄປພ້ອມ ແລະ ເຄື່ອງຊ່ວຍເຫຼືອທີ່ນຳໄປຊ່ວຍເຫຼືອ ປະກອບມີຜ້າຫົ່ມຈຳນວນ 6.000 ຜືນ ເຂົ້າສານ 5 ໂຕນ ແລະ ມີ່ຈຳນວນ 100 ແກັດ.
ສຳລັບການປະກອບສ່ວນງານຄັ້ງນີ້ ສະມາຄົມອ໊ອບໂຣດແຫ່ງປະເທດລາວເປັນລົດ ສ່ວນເຄື່ອງຊ່ວຍເຫຼືອ ແລະ ນ້ຳມັນ 2.200 ລິດ ແມ່ນການປະກອບສ່ວນຂອງບໍລິສັດ ປີໂຕຼລ້ຽມ ເທຣດດິ້ງລາວ ຈຳກັດ ຖ້າທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມກິດຈະກຳຂະບວນຄາລະວານຄັ້ງນີ້ ກໍສາມາດມາລົງທະບຽນໄດ້ທີ່ວິທະຍາໄລເສດຖາ ບໍລິຫານ-ທຸລະກິດ.
