3 ຂໍ້ຄວນລະວັງ! ໃນການກິນນ້ຳມັນປາ

ຈັດ​ເປັນ​ຍອດ​ອາ­ຫານ​ເສີມ​ທີ່​ນິ­ຍົມ​ເລືອກ​ໃຊ້​ບຳ­ລຸງ​ສຸ­ຂະ­ພາບ​ທຸກ​ໄວ ສຳ­ລັບ “ນ້ຳ­ມັນ​ປາ” ເນື່ອງ​ຈາກ​ເຕັມ​ໄປ​ດ້ວຍ​ສານ​ອາ­ຫານ ແລະ ຄຸນ​ປະ­ໂຫຍດ​ເຫຼືອ​ລົ້ນ ເຊັ່ນ DHA ຊ່ວຍ​ບຳ­ລຸງ​ຫົວ­ໃຈ EPA ຊ່ວຍ​ສ້າງ ແລະ ສ້ອມ­ແຊມ​ເຊລ ລວມ​ທັງ​ການ​ສ້າງ​ຄວາມ​ແຂງ­ແຮງ​ໃຫ້​ກັບ​ເຊລ​ໂອ​ເມ​ກາ-3 ບຳ­ລຸງ​ສະ­ໝອງ ແລະ ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ຂອງ​ໂຣກ​ຫົວ­ໃຈ ຊະ​ລໍ​ໄວ​ຄືນ​ຄວາມ​ອ່ອນ​ກວ່າ​ໄວ ໃຫ້​ຜິວ​ພັນ​ເປັ່ງ​ປັ່ງ​ສົດ­ໃສ ຄວບ​ຄຸມ​ລະ­ດັບ​ໄຂ­ມັນ​ໃນ​ເລືອດ ຄວາມ­ດັນ­ເລືອດ ພັດ­ທະ­ນາ​ລະ­ບົບ​ປະ­ສາດ ແລະ ສະ­ໝອງ ບັນ­ເທົາ​ອາ­ການ​ປວດ​ອັກ­ເສບ​ຈາກ​ໂລກ​ທີ່​ກ່ຽວ​ກັບ​ກະ­ດູກ ແລະ ປິ່ນ­ປົວ​ກ້າມ­ຊີ້ນ​ທີ່​ໄຮ້​ໄຂ­ມັນ (Lean muscle) ໃນ​ຜູ້​ປ່ວຍ​ມະ​ເຮັງ.

ແຕ່​ຄຽງ​ຄູ່​ກັບ​ຄຸນ​ປະ­ໂຫຍດ ກໍ​ຍັງ​ມີ​ຜົນ​ຂ້າງ­ຄຽງ​ທີ່​ຄວນ​ລະ­ວັງ ເນື່ອງ​ຈາກ​ໂອ​ເມ​ກາ-3 ໃນ​ນ້ຳ­ມັນ​ປາ ຈະ​ມີ​ຄຸນ­ສົມ­ບັດ​ໃນ​ການ​ຕ້ານ​ການ​ເກາະ​ກຸ່ມ​ຂອງ​ເກັດ​ເລືອດ ແລະ ເຮັດ​ໃຫ້​ເລືອດ​ຢຸດ​ໄຫຼ​ຊ້າ​ລົງ​ໄດ້ ຜູ້​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ມີ​ເລືອດ​ອອກ ຄວາມ­ດັນ­ເລືອດ­ຕ່ຳ ຄໍ​ເລ​ສ​ເຕີ​ຣອລ​ເພີ່ມ​ວິ­ຕາ­ມິນ E ຫຼຸດ​ລົງ ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຂອງ​ລະ­ບົບ​ປະ­ສາດ.

ທັ້ງ​ນີ້ ປະ­ລິ­ມານ​ທີ່​ເໝາະ​ສົມ​ບໍ່​ຄວນ​ບໍ­ລິ­ໂພກ​ນ້ຳ­ມັນ​ປາ​ຊະ­ນິດ EPA ແລະ ຊະ­ນິດ DHA ທີ່​ເປັນ​ອາ­ຫານ​ເສີມ​ເກີນ​ວັນ​ລະ 2 ກຣາມ ແລະ ທັ້ງ​ນີ້ ການ​ບໍ­ລິ­ໂພກ​ນ້ຳ­ມັນ​ປາ​ທັງ 2 ຊະ­ນິດ ທັງ​ຈາກ​ການ​ບໍ­ລິ­ໂພກ​ອາ­ຫານ ແລະ ອາ­ຫານ​ເສີມ ເມື່ອ​ລວມ​ກັນ​ແລ້ວ ບໍ່​ຄວນ​ເກີນ 3 ກຣາມ/ວັນ ທີ່​ສຳ­ຄັນ ຄວນ​ຮັບ​ສານ​ອາ­ຫານ​ຈາກ​ທຳ​ມະ​ຊາດ​ຈາກ​ປາ​ແຊວ​ມອນ ປາ​ຊາ​ດີນ ປາ­ທູ​ນ່າ ຫຼື ນ້ຳ­ມັນ​ໝາກ­ພ້າວ ເປັນ​ການ​ດີ​ທີ່​ສຸດ.

ໂດຍ​ຂໍ້​ຄວນ​ລະ­ວັງ​ເຫຼົ່າ​ນີ້​ໄດ້­ແກ່

1. ຜູ້​ທີ່​ດື່ມ​ເຫຼົ້າ​ເປັນ​ປະ­ຈຳ ຫຼື ຜູ້​ທີ່​ຮັບ​ປະ­ທານ​ຢາ​ຈຳ­ພວກ​ແອ​ສ​ໄພ​ຣິນ ຫຼື ວາຣ໌ຟາ​ຣິນ ລວມ​ໄປ​ເຖິງ​ຜູ້​ທີ່​ກຳ­ລັງ​ຈະ​ເຂົ້າ​ຮັບ​ການ­ຜ່າ­ຕັດ ຜູ້​ທີ່​ມີ​ແຜ​ໃນ​ກະ­ເພາະ​ອາ­ຫານ ເນື່ອງ​ຈາກ​ຄຸນ­ສົມ­ບັດ​ຂອງ​ນ້ຳ­ມັນ​ປາ ຊ່ວຍ​ຫຼຸດ​ການ​ແຂງ​ຕົວ​ຂອງ​ເລືອດ ຊຶ່ງ​ຫາກ​ຈະ​ເຂົ້າ​ຮັບ​ການ­ຜ່າ­ຕັດ ຄວນ​ແຈ້ງ​ແພດ​ກ່ອນ​ວ່າ​ກຳ­ລັງ​ກິນ​ນ້ຳ­ມັນ​ປາ​ຢູ່ ແລະ ຄວນ​ຢຸດ​ກິນ​ນ້ຳ­ມັນ​ປາ ກ່ອນ​ເຂົ້າ​ຮັບ​ການ­ຜ່າ­ຕັດ​ຢ່າງ​ໜ້ອຍ 14 ວັນ.

2. ຜູ້​ທີ່​ມີ​ຄວາມ­ດັນ­ເລືອດ­ຕ່ຳ ການ​ຮັບ​ປະ­ທານ​ນ້ຳ­ມັນ​ປາ ຄວນ​ເພີ່ມ​ຄວາມ​ລະ­ມັດ­ລະ­ວັງ​ເຊັ່ນ​ດຽວ​ກັນ ເນື່ອງ​ຈາກ​ນ້ຳ­ມັນ​ປາ​ມີ​ຄຸນ­ສົມ­ບັດ​ຊ່ວຍ​ຫຼຸດ​ຄວາມ­ດັນ­ເລືອດ ອັນ​ຈະ​ສົ່ງ​ຜົນ​ເສີມ​ຫຼຸດ​ຄວາມ­ດັນ­ເລືອດ​ໃຫ້​ຍິ່ງ​ຕ່ຳ​ລົງ​ອີກ.

3. ຜູ້​ທີ່​ຮັບ​ປະ­ທານ​ເກີນ​ຂະ­ໜາດ​ຈຳ­ນວນ​ທີ່​ຮ່າງ­ກາຍ​ຕ້ອງ­ການ ການ​ຮັບ​ປະ­ທານ​ນ້ຳ­ມັນ​ປາ​ຫຼາຍ​ເກີນ​ຂະ­ໜາດ ອາດ​ເປັນ​ການ​ເພີ່ມ​ປະ­ລິ­ມານ​ແຄ​ລໍ​ຣີ​ທີ່​ເຮົາ​ຄວນ​ໄດ້​ຮັບ​ຕໍ່​ວັນ​ໂດຍ​ບໍ່​ຮູ້​ຕົວ ເພາະ​ສ່ຽງ​ຕໍ່​ປະ­ລິ­ມານ​ໄຂ­ມັນ​ບໍ່​ດີ ແລະ ຄໍ​ເລ​ສ​ເຕີ​ຣອລ​ເພີ່ມ​ຫຼາຍ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ວິ­ຕາ­ມິນ E ໃນ​ຮ່າງ­ກາຍ​ຫຼຸດ​ລົງ​ນັ້ນ​ເອງ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!