
ລູກຊາຍຕັ້ງບັນຫາຖາມວ່າ ໃນຖານະນັກຂ່າວ ມີທັດສະນະແນວໃດ ? ຕໍ່ການກະທຳແບບນັກເລງຂອງນັກກີລາບານເຕະ ນັດຊີງຊະນະເລີດກີລາແຫ່ງຊາດທີ່ຫຼວງພະບາງ ໂດຍສະເພາະທີມເຈົ້າພາບ ? ...
ແນວລາວ ປາກບໍ່ອອກ ? ເພາະຜ່ານມາເຄີຍເຫັນແຕ່ຢູ່ບ້ານເພິ່ນເມືອງທ່ານ ດຽວນີ້ພັດເກີດຢູ່ບ້ານຕົນເອງ ! ...
ຕອນເຊົ້າວັນທີ 22/12/2011 ມີໂທລະສັບຫຼາຍສາຍສົ່ງມາແລກປ່ຽນຄຳເຫັນ ໂດຍກ່າວເສຍໃຈຕໍ່ການເສື່ອມຖອຍຄຸນສົມບັດຂອງນັກກີລາບານເຕະທີມເຈົ້າພາບ ... ທັງຮຽກຮ້ອງໃຫ້ສະຫະພັນບານເຕະແຫ່ງຊາດລາວ ຄະນະກຳມະການຈັດງານກີລາແຫ່ງຊາດ ອອກມາຊີ້ແຈງ ແລະ ລົງວິໄນຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ເປັນແບບຢ່າງ ທີ່ຄົນຖ່ອຍບາງຄົນກະທຳຂຶ້ນ ພາໃຫ້ເສື່ອມເສຍກຽດຊື່ສຽງຂອງນັກກີລາລາວ.
ນອກຈາກໂທລະສັບແລ້ວ ກໍຍັງ ຈ.ມ ດ່ວນ ສົ່ງເຂົ້າມາເຊັ່ນກັນ ... ຜູ້ຮັບຜິດຊອບກໍລົງພິມ ຈ.ມ ຈາກເພື່ອນຜູ້ອ່ານຂາປະຈຳ ດັ່ງລຸ່ມນີ້:
ສະບາຍດີ ທ່ານຜູ້ຮັບຜິດຊອບຄໍລຳ ນານາສາລະ.
ໃນ ນສພ ວຽງຈັນໃໝ່ຂອງທ່ານ ຂ້າພະເຈົ້າມັກອ່ານຄໍລຳນີ້ຫຼາຍກ່ວາໝູ່ ເພາະມັນພົວພັນກັບສະພາບຄວາມເປັນຈິງຂອງສັງຄົມລາວໃນປັດຈຸບັນ.
ມື້ແລງວານນີ້ ວັນທີ 20/12/2011 ໄດ້ເບິ່ງຖ່າຍທອດເຕະບານຈາກແຂວງຫຼວງພະບາງ ລະຫວ່າງທີມນະຄອນຫຼວງວຽງຈັນກັບແຂວງຫຼວງພະບາງ ຮອບຊີງຊະນະເລີດ ເບິ່ງແລ້ວໜ້າເສົ້າໃຈ ເພາະນັກກີລາບໍ່ຍອມຮັບຄຳຕັດສິນຂອງກຳມະການ ທໍ່ນີ້ຍັງບໍ່ພໍ ຍັງໄລ່ຕີກຳມະການອີກ ອີ່ດູຕົນກຳມະການ ຕ້ອງແລ່ນເອົາຕົວລອດຈາກນັກກີລາ ໃຈບໍ່ເປັນນັກກີລາ ບໍ່ຮູ້ຈັກເສຍຈັກໄດ້ ບໍ່ຮູ້ການໃຫ້ອະໄພ ຂໍໃຫ້ຕົນເອງເປັນຜູ້ຊະນະຝ່າຍດຽວແລ້ວພໍ ເປັນຫຍັງຈຶ່ງບໍ່ໄປແຂ່ງຂັນຊົກມວຍພຸ້ນ ຖ້າມັກຕີມັກຕ່ອຍ ຂ້າພະເຈົ້າມີຄວາມລະອາຍຕໍ່ການນຳທີ່ເພິ່ນນັ່ງເບິ່ງຢູ່ເທິງຜາມໄຊ ແລະ ປະຊາຊົນທັງໃນສະໜາມ ແລະ ຜ່ານທາງໂທລະພາບ ທີ່ມີຄວາມຊື່ນຊົມໃນຕົວນັກກີລາເຕະບານລາວເຮົາ ທີ່ເຄີຍສ້າງຜົນງານຜ່ານມາໃນການແຂ່ງຂັນ ທັງໃນ ແລະ ນອກປະເທດ ການພັດທະນາຂອງບານເຕະລາວ ຈະກ້າວໄປໄດ້ແນວໃດ ຫາກມີຄົນປະເພດນີ້ລົງເດີ່ນຫຼິ້ນນຳໝູ່ ຂ້າພະເຈົ້າຄິດວ່າ ຄວນມີມາດຕະການຕໍ່ຜູ້ກະທຳຜິດດັ່ງນີ້:
1. ຄວນມີການປັບໄໝ.
2. ປະຕິບັດວິໄນ ໃຫ້ເຊົາລົງຫຼິ້ນກີລາບານເຕະໄລຍະໃດໜຶ່ງ ຫຼື ບໍ່ໃຫ້ຫຼິ້ນເລີຍ.
3. ມາຂໍອະໄພໂທດນຳປະຊາຊົນ ຜ່ານສື່ມວນຊົນ.
ສຸດທ້າຍນີ້ ຂໍອວຍພອນໄຊອັນປະເສີດແກ່ພະນັກງານ ນສພ ວຽງຈັນໃໝ່ ໝົດທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ໃນໂອກາດປີໃໝ່ 2012 ທີ່ຈະມາເຖິງນີ້ເທີ້ນ.
ຂໍຂອບໃຈ
ຈາກຜູ້ອ່ານ ນານາສາລະ.

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ

ຄໍາເຫັນຂອງທ່ານຜູ້ອ່ານ
ພູມອນ
ວັນທີ 03 ກຸມພາ 2012 - ເວລາ 19:55:31
103.1.29.xxx
ເຫັນດີແລ້ວຕໍ່ການໃຫ້ໂທດແບນກັບນັກກິລາທີ່ກະທຳຜິດ ເພາະເຫດການນີ້ເປັນເຫດການທີ່ໜ້າອາຍເພາະວ່ານັ້ນມັນບໍ່ພຽງແຕ່ຄົນລາວເທົ່ານັ້ນທີ່ວິເຄາະວິຈານແຕ່ມັນຮູ້ໄປໄກເຖິງຕ່າງປະເທດ ຊື່ງນັ້ນມັນບໍ່ແມ່ນວັດທະນະທຳຂອງຄົນລາວ ເພາະຄົນລາວແມ່ນຄົນອອນໜອມທອມຕົນຮູ້ເສຍຮູ້ຈັກຊະນະຮູ້ໃຫ້ອະໄພ ແລະ ຫຼີນຢູ່ໃນເກມກິລາຟັງກຳມະການກ່ອນອື່ນໝົດຖືກຫຼືຜິດກໍ່ຄວນກວດກາກັນຄືນໃນຄະນະກຳມະການ ເພາະທຸກສິ່ງຢ່າງແມ່ນຂື້ນກັບລະບຽບ ແລະ ກົດໝາຍບ້ານເມືອງ ບໍ່ຄວນໃຊ້ກຳລັງຕັດສິນບັນຫາມີຫຍັງກໍຄວນຄອຍເວົ້າຄອຍວ່າກັນດ້ວຍເຫດຜົນຈະເປັນການດີ ( ເຮົາຄົນລາວຮັກຊາດລາວຊ່ວຍຮັກສາ ແລະ ພັດທະນາຮ່ວມກັນຊ່ວຍກັນກ້າວໜ້າຈະດີກວ່າແຍ້ງຊິງກັນເອງ ).
DSG
ວັນທີ 18 ມັງກອນ 2012 - ເວລາ 23:03:24
103.1.29.xxx
ຂ້າພະເຈົ້າຄິດວ່າຄວນມີການສອບສວນເລື້ອງນີ້ຈາກຫລາຍຝ່າຍ 1. ກຳມະການ ເປັນຫຍັງຈຶ່ງຕັດສິນແບບນັ້ນບໍ່ແມ່ນແຕ່ຜິດພາດຈັງຫວະດຽວນີ້ມີຫລາຍໆຈັງຫວະທີ່ຜິດພາດ ຕ້ອງສອບສວນໃຫມ່ວ່າເຈດຕະນາຫລືບໍ່ ຫລືມີການຊື້ຈ້າງກັນ ຕ້ອງມີການລົງໂທດຢ່າງເດັດຂາດ ຍົກໂຕຢ່າງໃນປະເທດທີ່ມີມາດຕະຖານເຂົາເຈົ້າຈະມີບົດລົງໂທດຢ່າງເຂັ້ມງວດ.
2. ນັກກິລາກໍ່ບໍ່ຄວນເຮັດແບບນັ້ນຖືວ່າຜິດ ນັກກິລາມືອາຊີບຕ້ອງມີວິໄນ
3. ການຈະຕັດສິນລົງໂທດນັກກິລາຝ່າຍດຽວກໍ່ບໍ່ໄດ້ ການຕັດສິນກໍ່ບໍ່ຄວນເຖິງຂັ້ນຫ້າມຕະຫລອດຊິວິດ ເພາະເຫດການມັນມີຫລາຍປັດໃຈທີ່ເຮັດໃຫ້ເກີດເຫດການນີ້.
ນາຊາ
ວັນທີ 11 ມັງກອນ 2012 - ເວລາ 22:53:42
77.238.61.xxx
ຂ້າພະເຈົ້າໄດ້ເຫັນພາບເຫດການດັ່ງກ່າວທາງໂທລະພາບ, ຂ້າພະເຈົ້າມີຄວາມຄິດເຫັນວ່າ ຕ່າງຝ່າຍ ຕ່າງມີຄວາມຜິດພາດເກືອບເທົ່າໆກັນ ແຕ່ສິ່ງທີ່ສຳຄັນຄວນປັບປຸງ ແລະ ຊອກຫາວິທີປ້ອງກັນ, ແກ້ໄຂ ບໍ່ໃຫ້ເຫດການເຊັ່ນນີ້ເກີດຂຶ້ນອີກ, ຕາມທັດສະນະຂອງຂ້າພະເຈົ້າ: ນັກກິລາຄວນຝຶກອົບຮົມ ໃຫ້ປະຕິບັດພາຍໃຕ້ກົດກະຕິກາ ຢ່າງເຂັ້ມງວດ ຖ້າມິໃຜ້ຜູ້ໜຶ່ງໃນທີມສະແດງທ່າທີອັນບໍ່ເໝາະສົມ(ດັ່ງທີ່ເຫັນຢູ່ໃນພາບການແຂ່ງຂັນມື້ນັ້ນ) ສະມາຊິກໃນກຸ່ມຕ້ອງພາກັນຊ່ວຍກັນຫ້າມໄວ້ ເພື່ອລະງັບອາລາລົມ ເພາະໃນສະຖານະແບບນັ້ນ ຄິດວ່າທຸກຄົນຄົງຈະເຂົ້າໃຈໃນອາລົມ ແລະ ກໍ່ອາດມີການຜິດພາດຂຶ້ນໄດ້ໂດຍບໍ່ຮູ້ຕົວ ດັ່ງນັ້ນຂ້າພະເຈົ້າຄິດວ່າສະມາຊິກໃນກຸ່ມຈຶ່ງເປັນສິ່ງທີ່ສຳຄັນທີ່ຈະຊ່ວຍຫຼຸດຜ່ອນຄວາມຕຶງຄຽດໃຫ້ດີຂຶ້ນໄດ້. ສ່ວນກຳມະການຕັດສິນ ດັ່ງທີ່ເຫັນຢູ່ໃນພາບມື້ນັ້ນ ຂ້າພະເຈົ້າເຫັນວ່າມີການຕັດສິນທີ່ຜິດພາດ, ທຸກຄົນຍ່ອມມີການຜິດພາດກັນທັງນັ້ນ, ແຕ່ເພື່ອທີ່ຈະຫຼຸດຜ່ອນການຜິດພາດໃຫ້ໜ້ອຍລົງ ຂ້າພະເຈົ້າຄິດວ່າຄວນຈະຄັດເລືອກເອົາກຳມະການທີ່ມີປະສົບການ ແລະ ຄຸນນະພາບສູງໃນການຕັດສິນນັດທີ່ສຳຄັນເຊັ່ນນັ້ນ. ໃນເຫດການເກີດຄັ້ງນີ້ຄິດວ່າຄົງຈະເປັນບົດຮຽນທີ່ສຳຄັນທີ່ສຸດຂອງວົງການກິລາໃນບ້ານເຮົາ ແລະ ຊ່ວຍກັນປ້ອງກັນ, ປັບປຸງ ແກ້ໄຂບັນຫາ ບໍ່ໃຫ້ເກີດຂຶ້ນອີກໃນອານາຄົດ. (ຂໍຂອບໃຈ)
ສີສະຫງ່າ ສຸມສີ
ວັນທີ 11 ມັງກອນ 2012 - ເວລາ 14:40:21
103.1.29.xxx
ເຖິງແນວໃດກໍ່ຕາມນັກກິລາກໍ່ຕ້ອງເຄົາລົບຕໍ່ກົດລະບຽບຂອງສະຫະພັນກິລາບານເຕາະລາວກໍ່ຄືກຳມະການຕັດສິນ ບໍ່ແມ່ນຈະເອົາອາລົມ ແລະ ຄວາມໂມໂຫໂທໂສໄປໃຊ້ໃນວົງການກິລາ ຖ້າບໍ່ນັບຖືກຳມະການຕັດສິນແລ້ວຈະແຕ່ງຕັ້ງກຳມະການໄປເຮັດຫຍັງ ເປັນຫຍັງບໍ່ໃຫ້ເຂົາເຈົ້າເຕາະບານກັນເອງໂດຍບໍ່ຈຳເປັນຕ້ອງມີກຳມະການ, ສິ່ງທີ່ເກີດຂື້ນນີ້ເປັນແບບຢ່າງທີ່ບໍ່ດີໃຫ້ແກ່ນັກກິລາລຸ້ນຕໍ່ໄປ ແລະ ເຊື່ອມເສຍພາບພົດຂອງວົງການກິລາລາວກໍ່ຄືພາບພົດຂອງເມືອງມໍລະດົກໂລກກໍ່ຄືຄົນລາວທັງຊາດ, ຂ້າພະເຈົ້າຄິດວ່າຄວນລົງໂທດນັກກິລາຜູ້ທີ່ກະທຳຜິດຢ່າງເດັດຂາດ ເພາະວ່າຄົນທີ່ບໍ່ເຄົາລົບນັບຖືກົດໝາຍ ກໍ່ໝາຍເຖິງຄົນທີ່ທຳໂຕຢູ່ນອກກົດໝາຍ ເພື່ອບໍ່ໃຫ້ໄກ່ຜູ້ໂອກຕ້ອງເສຍໜ້າໃນອານາຄົດ
ເຊຍລາວ
ວັນທີ 11 ມັງກອນ 2012 - ເວລາ 09:19:50
202.144.184.xxx
ຂ້າພະເຈົ້າຂໍມີຄວາມເຫັນຕໍ່ກັບບັນຫານີ້ຄື:ການຕັດສິນຂອງກຳມະການຄວນຕັດສິນແບບເດັດຂາດ, ສີ່ງສຳຄັນແມ່ນຄວາມເປັນກາງ ຕ້ອງຍຸດຕິທຳລະຫວ່າງສອງຝ່່າຍພາຍໃຕ້ກົດກະຕິກາຂອງເກມກິລານັ້ນຯ. ແຕ່ເມືອໄດ້ຕັດສິນໄປແລ້ວກໍ່ຕ້ອງໄດ້ປະຕິບັດຂັ້ນຕອນນັ້ນຕໍ່ໄປແລະຕ້ອງຮັບຜິດຊອບຕໍ່ການຕັດສິນຂອງຕົນບໍ່ວ່າຈະຖືກຫຼືຜິດ, ຖ້າຖືກກໍ່ໝົດບັນຫາໄປ ແຕ່ຖ້າຕັດສິນຜິດພາດກໍ່ຄວນໄດ້ສືກສາ ປັບປຸງຫຼືປະຕິບັດຕາມວິໄນວາງອອກຢ່າງເຂັ່ງງວດຈາກປະທານຄະນະກຳມະການພາຍຫຼັງເກມການແຂ່ງຂັນສິ້ນສຸດ. ສ່ວນນັກກິລາກໍ່ຕ້ອງໄດ້ເຄົາລົບຕໍ່ການຕັດສິນຂອງກຳມະການເຊັ່ນກັນ,ຕ້ອງມີນ້ຳໃຈເປັນນັກກິລາຮູ້ແພ້ຮູ້ຊະນະຮູ້ໃຫ້ອະໄພເຊີງກັນແລະກັນຢູ່ໃນເກມການແຂ່ງຂັນ, ບໍ່ຄວນໄປສະແດງອາການທຸກຮູບແບບຕໍ່ກຳມະການຫຼືຄູ່ແຂ່ງຂັນບໍ່ວ່າການຈະກໍລະນີໃດ ຄວນຫຼີ້ນຢູ່ຂອບເຂດກະຕິກາ (ເຮົາເຄີຍເຫັນຫຼາຍຢູ່ຕ່າງປະເທດສຸດທ້າຍກໍ່ໄດ້ເຮັດໄປຕາມການຕັດສິນຂອງກຳມະການເພາະໄດ້ຕັດສິນໄປແລ້ວກໍ່ຕ້ອງໄດ້ທຳການຕໍ່ແມ່ນບໍ? ສ່ວນການຕັດສິນໂທດແມ່ນຕາມຫຼັງສີ້ນສຸດເກມຫຼືເວລາຫຼັງ)
ປາເຂັງ
ວັນທີ 11 ມັງກອນ 2012 - ເວລາ 08:12:43
172.16.3.xxx
ເກມກິລາເປັນເກມເພື່ອຄວາມສາມັກຄີ ທຸກພາກສ່ວນພາກັນເອົາເງິນ ແລະ ເກັບເງິນເປັນຈຳນວນຫຼວງຫຼາຍສົ່ງເສີມກິລາ ຖ້າເງິນສ່ວນນັ້ນມາພັດທະນາການສຶກສາຄືກິລາ ປະເທດລາວຄືສິຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2015 ນີ້ແນ່ນອນ
ນາປີ
ວັນທີ 10 ມັງກອນ 2012 - ເວລາ 10:05:00
203.110.67.xxx
ລຸງນາປີ ທີ່ນັບຖື, ກຳມະການຕັດສິນມື້ນັ້ນ ແມ່ນລູກຊຂອງລຸງບໍ, ຖ້ແມ່ນ ກໍຄວນໄປສັ່ງສອນ ລູກໃຫ້ ຢູ່ໃນຄວາມຍຸຕິທຳ. ຖ້າບໍ່ມີຄວາມຍຸຕິທຳ ກໍບໍ່ຄວນໄປເປັນກຳມະການຕໍ່ໄປອີກ. ເພາະຈະສ້າງໃຫ້ເສຍພາບພົດຂອງຊາດ, ຂອງວັດທະນະທຳລາວ, ເສຍຄວາມຮູ້ສຶກຂອງຄົນລາວ ຜູ້ຮັກຄວາມຍຸຕິທຳ.
ບຸນໂຮມ ປະຕິວັດ
ວັນທີ 10 ມັງກອນ 2012 - ເວລາ 09:31:38
203.110.67.xxx
ສ່ວນຕົວແລ້ວ ເຫັນຄວນລົງໂທດຜູ້ສ້າງສາຍເຫດທີ່ພາໃຫ້ເກີດມີບັນຫາໃນມື້ນັ້ນ, ເພາະ ຖ້າບໍ່ມີຄົນສ້າງສາຍເຫດ ບັນຫາ ກໍບໍ່ເກີດຂື້ນຢ່າງແນ່ນອນ. ເກມກິລາ ເພີ່ນ ຕັ້ງໃຫ້ມີກຳມະການ ກໍຍ້ອນບໍ່ຢາກໃຫ້ຕີກັນ ຫລື ອອກນອກຂອບຂອງ ເກມ ຫລື ອອກນອກຂອບ ກະຕິກາ, ເຫດການມື້ນນັ້ນ ກໍຍ້ອນ ກຳມະການບໍ່ຮ້ຄຕັດສິນ ທີ່ພາໃຫ້ເປັນຕົ້ນເຫດ. ສະນັ້ນ ລົງໂທດກຳມະການ ບໍ່ໃຫ້ກ່ຽວຂ້ອງກັບກິລາທຸກປະເພດຕະລອດຊີວິດຂອງຜູ້ກ່ຽວ.
ລຸງແຄມບຶງ
ວັນທີ 10 ມັງກອນ 2012 - ເວລາ 06:34:01
118.210.194.xxx
ຂ້າພະເຈົ້າຄິດວ່າ ເຖິງເວລາແລ້ວພວກເຮົາຕ້ອງສັງຄະຍານາໃໝ່ ກ່ຽວກັບວົງການເຕະບານຂອງບ້ານເຮົາ ທຸກພາກສ່ວນ:
1. ຖ້າກໍາມະການບໍ່ເດັດຂາດໃນຫຼາຍຈັງຫວະການຕັດສິນຈະເຮັດໃຫ້ຜູ້ຫຼີ້ນ ສະສົມຄວາມບໍ່ພໍໃຈໄວ້ຫຼາຍ ແລະ ລະບາຍອອກຄືຫຼີ້ແຮງຂຶ້ນ ກັບຝ່າຍກົງກັນຂ້າມ ຮ້າຍແຮງກວ່ານັ້ນກັບກໍາມະການ.
2. ນັກເຕະກໍຄວນເຄົາລົບຄໍາຕັດສິນ ຂອງກໍາມະການ ຖ້າເຫັນວ່າບໍ່ໄດ້ຮັບຄວາມຍຸດຕິທໍາ ຄວນຮ້ອງຟ້ອງຫາສານກ່ຽວຂ້ອງ ເຮັດໄດແນວນັ້ນຕ້ອງມີນິກໍາຮອງຮັບ ແລະ ກົນໄກອິດສະຫຼະຮັບຜິດຊອບ.
3. ກອງເຊຍ ຂ້າພະເຈົ້າເຫັນ ທິມອາຍຸບໍ່ເກີນ 16 ລົງເຕະຜ່ານ ໃນໂທລະທັດ ເຫັນວ່າ ມາລະຍາດຍັງບໍ່ໄດ້ມາດຕະຖານ ASEAN ເທື່ອ ຍັງບໍ່ທັນກ້າວໄປເວົ້າເຖິງ ລະດັບສາກົນ.
4. ນັກພາກ ເວົ້າດີໃສ່ຕົວ ເວົ້າໃຫ້ໝູ່ທາງລົບ ອັນນີ້ຄວນຈະໄດ້ປັບປຸງ.
5. ການສະໜັບສະໜູນຈາກພາກສ່ວນສັງຄົມ ແລະ ພາກເອກະຊົນ.
6. ການສ້າງໂຮງຮຽນປະຖົມ ມັດທະຍົມ ກິລາ ແຕ່ລະແຂວງຢ່າງນ້ອຍ 1 ແຫ່ງ, ເຮັດໄດ້ຄືແນວນີ້ຈະສາມາດ ສ້າງບຸກຄະລາກອນທາງການກິລາ ແລະ ນັກກິລາ ຢູ່ຂັ້ນທ້ອງຖິ່ນ ໄປພ້ອມໆກັນ.
ສິ່ງເຫຼົ່ານີ້ຜູ້ທີ່ມີອໍານາດ ແລະ ພາກສ່ວນກ່ຽວຂ້ອງຄວນທີ່ຈະໄດ້ພິຈາລະນາຢ່າງເປັນຮູບປະທໍາ
ເບິ່ງທັງລະບົບ ບໍ່ແມ່ນໃຊ້ມາດຈະການລົງໂທດແລ້ວຖືວ່າຈົບ ຖ້າຄິດແນວນັ້ນ "ຄິດສັ້ນຫຼາຍ"
ຜູ້ຊົມ
ວັນທີ 09 ມັງກອນ 2012 - ເວລາ 19:07:17
103.1.29.xxx
ເຖິງນັກກິລາບານເຕະທີສະແດງຄວາມຄິດເຫັນກ່ອນໜ້ານີ້: ຂ້າພະເຈົ້າເອງເຄີຍຊື່ນຊົມກັບຄວາມສາມາດຂອງທ່ານໃນໄລຍະການແຂງຂັນກິລາທີ່ຜ່ານມາ ແຕ່ບໍ່ເຄີຍຄິດເລີຍວ່າທ່ານຈະສະແດງທັດສະນະຄະຕິເຊັ່ນນີ້ ໃນເຫດການມີນັກກິລາບາງຄົນຫັດແຂນກໍາມະການໄວ້, ແລະພໍຜູ້ຕັດຊິນແລ່ນອອກໄດ້ ກໍ່ມີຜູ້ຮັກສາປະຕູແລ່ນມາແຕ່ທາງຫຼັງຂອງກໍາມະການພ້ອມທັງຍົກຂາຈະຖີບກໍາມະການ ແລະ ນັກເຕະອີກຫຼວງຫຼາຍແລ່ນເຂົ້າໃກ້ກໍາມະການດ້ວຍທ່າທີທີ່ບໍ່ເໝາະສົມ ອັນນີ້ບໍ່ທີ່ທ່ານເອີນວ່າບໍ່ໄດ້ທໍາຮ້າຍກໍາມະການ, ບໍ່ໄດ້ສະແດງທ່າທີທີ່ບໍ່ເໝາະສົມ ຖ້າທ່ານເປັນນັກເຕະບານຄົນໜຶ່ງທີ່ຕາງໜ້າປະຊາຊົນທັງຊາດໄປແຂງຂັນໃນເວທີອາຊຽນ ແລະ ເວທີລະດັບໂລກ ທີ່ຕ່າງປະເທດມາແລ້ວທ່ານຄົງຮູ້ດີວ່າອັນໃດເປັນອັນໃດ, ການຕັດສິນທີ່ຜິດພາດເປັນເລື່ອງທີເກີດຂຶ້ນໄດ້ໃນທົວໂລກທ່ານຄົງເຫັນມາແລ້ວ (ນັ້ນລະຄືກິລາເຕະບານ) ສະນັ້ນຖ້າທ່ານບໍ່ມີນໍາໃຈນັກກິລາພໍ, ບໍ່ຮູ້ຈັກແພ້ ຫຼື້ ຊະນະ ຂ້າພະເຈົ້າວ່າທ່ານກໍ່ບໍ່ຄວນເປັນນັກກິລາອີກຕໍ່ໄປ ໃນເມື່ອທ່ານບໍ່ຍອມຮັບຄະນະກໍາມະການກໍ່ຄື່ທ່ານກໍາລັງລົບລູ່ສະຫະພັນບານເຕະຢູ່, ປະເດັນມັນບໍ່ໄດ້ຢູ່ທີ່ການຕັດຊິນຜິດພາດຫຼືວ່າໃຜເປັນຄົນຊະນະ ປະເດັນຄືທ່ານກໍາລັງທໍາເລື່ອງທີເຊື່ອມເຊຍໃຫ້ຄົນທັງຊາດ. ຂໍຂອບໃຈ
low
ວັນທີ 09 ມັງກອນ 2012 - ເວລາ 09:29:13
202.9.76.xxx
ນັກກິລາບໍ່ໄດ້ໄລ່ຕີກຳມະການ ແຕ່ນັກກິລາແລ່ນເຂົ້າໄປຖາມເຫດຜົນຊື່ໆ ກຳມະການບໍ່ມີປະສົບການໃນການຕັດສິນ ຄວນຈະສືບສວນກຳມະການກ່ອນບໍ. ຄັນຊິລົງໂທດກະລົງໃຫ້ເໝາະສົມບໍ່ແມ່ນຈະບໍ່ໃຫ້ເຕະຕະຫຼອດຊີວິດ ຕັດອານາຄົດນັກກິລາຕິ ບ້ານເຮົາບໍ່ແມ່ນເຕະບານອາຊີບແຕ່ປະເທດອາຊີບກະເຈົ້າຍັງບໍ່ຕັດສິນແບບທີ່ເວົ້າມາ ......ຈາກນັກກິລາບານເຕະ
bounmy onphachan
ວັນທີ 06 ມັງກອນ 2012 - ເວລາ 16:38:18
65.49.2.xxx
ຂ້າພະເຈົ້າຂໍສະແດງຄວາມເຫັນບາງບັນຫາກ່ຽວກັບເລື່ອງນີ້,ເຫດການດັ່ງກ່າວນີ້ເປັນສິ່ງເຕືອນສະຕິໃຫ້ຄົນລາວຕື່ນໄດ້ແລ້ວ,ສັງຄົມກຳລັງມີພະຍາດແຊກຊ້ອນ,ເຮົາຄົນລາວຕ້ອງຊ່ວຍກັນຮັກສາວັດທະນະທຳຄວາມເປັນຊາດໄວ້ໃຫ້ໝັ້ນຄົງຄຽງຄູ່ກັບຄົນລາວຕະຫຼອດໄປ,ນັ້ນຄືວັດທະນະທຳໃນຄວາມມີນ້ຳໃຈອົບອ້ອມອາລີໄມຕີຈິດເຊິ່ງເປັນລັກສະນະທີ່ສະແດງອອກເຖິງຄວາມອ່ອນໂຍນທີ່ບໍ່ອ່ອນແອ.ທຸກພາກສ່ວນໃນສັງຄົມຄວນມີສ່ວນຮ່ວມໃນການສຶກສາອົບຮົມລູກຫຼານແລະຄົນອ້ອມຂ້າງເປັນຕົ້ນແມ່ນພາກສ່ວນຜູ້ປົກຄອງ,ສຶກສາ ແລະ ວັດທະນະທຳ. ແລະຕໍ່ກັບເຫດການດັ່ງກ່າວນີ້ຂ້າພະເຈົ້າກະບໍ່ໄດ້ເຫັນກັບຕາໄດ້ເຫັນແຕ່ຂ່າວ ດັ່ງນັ້ນຖ້າເຫດການເປັນແນວນັ້ນແທ້ຄວນມີມາດຕະການແກ້ໄຂຢ່າງເໝາະສົມເພາະບັນຫາດັ່ງກ່າວເປັນບັນຫາສຳຄັນທີ່ສັງຄົມເກີດຄຳຖາມແລະມີຄວາມສົນໃຈ, ອີງຕາມບາງຄຳເຫັນຂ້າງເທິງນີ້ແລ້ວຂ້າພະເຈົ້າເຫັນວ່າທຸກພາກສ່ວນກ່ຽວຂ້ອງຄວນໄດ້ມີການປັບປຸງກັນຕື່ມລວມທັງພາກສ່ວນສື່ມວນຊົນພ້ອມ
ໝອນ
ວັນທີ 06 ມັງກອນ 2012 - ເວລາ 10:18:12
103.1.29.xxx
ຂ້າພະເຈົ້າ ກໍ່ເປັນອີກຄົນໜຶ່ງ ທີ່ມັກ ແລະ ຫຼີ້ນກິລາບານເຕາະ ຕາມ ທັດສະນະສ່ວນໂຕ ຂ້າພະເຈົ້າເຫັນວ່າ ການກະທຳ ຂອງນັກກິລາ ແມ່ນບໍ່ເໝາະສົມຢ່າງຍິງ ແລະ ອີກຢ່າງໜຶ່ງ ກຳມະການກາງ ຕັດສິນ ແມ່ນຕັດສິນບໍ່ມີຄວາມ ຍຸດຕິທຳ ເທົ່າທີ່ຄວນ ສຸດທ້າຍນີ້ ຂ້າພະເຈົ້າ ກໍ່ຢາກຟາກ ເຖິງພາກສ່ວນ ທິ່ກຽວຂ້ອງ ຄວນປັບປຸງ ແກ້ໄຂ ວົງການບານເຕະລາວເຮົາ ໃຫ້ມີຄວາມ ພັດທະນາ ເທົ່າກັບສາກົນ ວົງການບານ ລາວກຳລັງພັດທະນາ ເຮົາຄົນລາວເຮົາຕ້ອງ ແກ້ໄຂບັນຫາແລະ ພັດທະນາວົງການບານເຕະລາວຊ່ວຍກັນ ຂ້າພະເຈົ້າຫວັງຢ່າງຍິງວ່າ ຈະໄດ້ເຫັນວົງການບານເຕະລາວ ກ້າວໄປໃນລະດັບໂລກ ຂໍຂອບໃຈ
piro
ວັນທີ 06 ມັງກອນ 2012 - ເວລາ 09:10:28
115.84.105.xxx
ເປັນຕາອາຍຫຼາຍທີ່ເຮັດແນວນີ້ເຫັນແຕ່ຢູ່ບ້ານເພິ່ນໄລ່ຕີກຳມະການສຸດທ້າຍບ້ານໂຕກະເປັນຄືກັນມັນສົມຄວນແລ້ວບໍ
ໜຶ່ງຄົນລາວ
ວັນທີ 05 ມັງກອນ 2012 - ເວລາ 09:16:55
203.110.70.xxx
ຂໍຊົມເຊີຍຕໍ່ໜັງສືພິມວຽງຈັນໃໝ່ ທີ່ໃຫ້ຄົນລາວ ມີໂອກາດເປີດເຜີຍ ແລະ ສະແດງຄວາມຄິດເຫັນສັງສັນຕໍ່ສັງຄມ, ພັດທະນາ. ຂ້າພະເຈົ້າກໍ່
ເຫັນດີ ໃຫ້ລົງໂທດຜູ້ກ່ຽວໂດຍບໍ່ໃຫ້ລົງເຕະຊິງຂັນທຸກປະເພດຕະ
ຫລອດຊີວິດເພາະຜູ້ກ່ຽວບໍ່ມີຄຸນສົມບັດພໍທີ່ຈະເປັນນັກກິລາລະດັບຊາດ. ຄົນບໍ່ມີຄຸນສົມບັດແມ່ນມັກຂາຍຊາດຂາຍປະຊາຊົນ. ຄົນລາວໃຜໆກໍ່ ບໍ່ມັກທີ່ສ້າງຄວາມສູນເສຍຂອງຊາດລາວຄົນລາວ
ສຳລັບກຳມະການກາງກໍ່ຕ້ອງຕັດສິນຢ່າງເດັດຂາດ ແລະ ສິນທຳ ຈະແລ່ນໜີຈາກສະໜາມບໍ່ໄດ້ເດັດຂາດ, ຕ້ອງເດັດຂາດ, ໃຈບໍ່ຢ້ານ, ໃຜກະທຳຜິດ ຕ້ອງຖືກລົງໂທດຕາມກົດກະຕິກາ. ແຈກບັດແດງໃຫ້ສົມ
ຄວາມຜິດຂອງນັກກິລາ.
jack
ວັນທີ 04 ມັງກອນ 2012 - ເວລາ 10:50:01
202.137.156.xxx
ຖ້າຫາກຄະນະຮັບຜິດຊອບກິລາບານເຕະ ຕ້ອງການທີ່ຈະໃຫ້ສະຫະພັນຍັງມີຄວາມສັກສິດເປັນທີ່ຄອງໃຈຂອງປະຊາຊົນດັ່ງທີ່ຜ່ານມາໃນໄລຍະກອນ ສະຫະພັນຄວນອອກມາຊີ້ແຈງ ກ່ຽວກັບເຫດການດັ່ງກ່າວ, ກ່ຽວກັບບົດລົງໂທດຕໍ່ຜູ້ກະທໍາຜິດ, ບໍ່ວ່າຈະເປັນ ບໍ່ວ່າຈະເປັນນັກກິລາ ຫຼື ກໍາມະການກໍ່ຕາມ ເພາະຂ້າພະເຈົ້າເຊື່ອວ່າ ປະຊາຊົນທົວປະເທດກໍາລັງລໍຖ້າທ່ານຢູ່. ຂໍຂອບໃຈ
joynadin
ວັນທີ 03 ມັງກອນ 2012 - ເວລາ 10:05:00
115.84.105.xxx
ຢາກຮູ້ວ່າການໃສ່ໂທດຜູ້ກ່ຽວດຽວນີ້ໄປຮອດໃສແລ້ວ, ຫລືວ່າມີແຕ່ຕັກເຕືອນຊື່ໆ ຖ້າເປັນໄປໄດ້ຂໍໃຫ້ລົງໂທດຜູ້ກ່ຽວໂດຍບໍ່ໃຫ້ລົງເຕະຊິງຂັນທຸກປະເພດຕະຫລອດຊີວິດ
ນ້ຳໃຈຄົນລາວ
ວັນທີ 03 ມັງກອນ 2012 - ເວລາ 09:47:05
103.1.29.xxx
ຂ້າພະເຈົ້າຄິດວ່າ: ສິ່ງທີ່ເກີດຂຶ້ນນັ້ນ ເປັນການກະທຳຂອງຄົນສິ້ນຄິດ ແລະຄົນທີ່ມີການສຶກສາຕ່ຳ, ຖ້າຂາດສະຕິແລ້ວຈະພາໃຫ້ຄົນໆນັ້ນຕົກຕ່ຳທັນທີ. ພວກເຮົາບໍ່ຄວນເອົາແບບຢ່າງ, ແມ່ນຢູ່ ເຖິງວ່າກຳມະການຈະຕັດສິນຜິດຜາດໄປແດ່ ແຕ່ເຮົາກະບໍ່ຄວນສະແດງອາການ ຫຼືກິລິຍາທີ່ຫຍາບຊ້າປານນັ້ນ (ຄະນະກຳມະການ ເຂົາເຈົ້າກໍ່ຈະມີການຕຳນິກັນຢູ່ດອກ). ການກະທຳດັ່ງກ່າວມັນເສຍພາບພົດ, ເສຍໜ້າເສຍຕາຂອງໝົດທຸກຄົນໃນປະເທດອີກດ້ວຍ. ສະນັ້ນ ພວກເຮົາກ່ອນຈະເຮັດຫຍັງລົງໄປຄວນມີສະຕິ ແລະຄົ້ນຄິດຈັກໜ້ອຍໜຶ່ງ ກໍ່ຈະບໍ່ເກີດເຫດການແນວນັ້ນຂຶ້ນ. ຄົນເຮົາຄວນຈະຮູ້ໃຫ້ອະໄພຊຶ່ງກັນ ແລະກັນ. ສັງຄົມຈຶ່ງຈະມີຄວາມສະຫງົບ ແລະເປັນຕາຢູ່ຫຼາຍຂຶ້ນ. ຂອບໃຈ
ລຸງ ບຸນຫົງ ຄົມມະຣາຊ
ວັນທີ 01 ມັງກອນ 2012 - ເວລາ 01:19:56
174.65.70.xxx
ເວລານີ້ ງົວເຮົາເສຍແລ້ວ ຄວນພາກັນລ້ອມຄອກດຽວນີ້ ກ່ອນທີ່ງົວໂຕອື່ນໆ ຈະເສຍຕື່ມອີກ. ວົງການກິລາແຕ່ປະເພດ ຈະຕ້ອງວາງອອກກົດລະບຽບ ນັບແຕ່ວິທີການຫລີ້ນ ເກມກິລາ ມີກະຕິກາແນວໃດ ກໍວ່າກັນໄປ ໃຜກະທຳຜິດ ຈະໃສ່ໂທດແແບໃດ ກໍວ່າກັນໄປ ກະຕິກາຕ່າງໆຄວນວາງອອກແລ້ວ ດັດແປງປັບປຸງໄປຕາມ ສະພາບການ ເມ່ືອມີກະຕິກາອອກມາແລ້ວ ນັກກິລາທຸກຄົນ ຕ້ອງຮຽນຮູ້ແລະທ່ອງຂື້ນໃຈ ເຂົ້າໃຈເນື້ອໃນ ໃນລະບຽບນັ້ນໆ ຖ້າບໍ່"ລ້ອມຄອກ" ຈັກໜ່ອຍນັກມວຍລາວ ໄປແຂ່ງຂັນຕ່າງປະເທດ ອາດຈະເອົາແຂ້ວກັດຄູ່ຕໍ່ສູ້ ຫລືໄລ່ຕີກຳມະການ (ໂຕຢ່າງອ້າງອີງ)
bs
ວັນທີ 31 ທັນວາ 2011 - ເວລາ 08:52:07
115.84.92.xxx
ຖ້າບໍ່ມີການຕີ,ເຕະ,ຕ່ອຍ ກິລາມັນຈະມ່ວນຈະມັນໄດ້ຈັ່ງໃດ????
ໃນໃຈຂອງທີມນັກເຕະແຂວງຫຼວງພະບາງຄິດໄວ້, ແຕ່ບໍ່ມີບານນະ,ນັກເຕະກຳມະການຕ່າງຫາກ.
ເມຍຂອງນັກເຕະຄົນນັ້ນຄືຊິໂຕບວມທຸກໆ ຄືນເນາະ!!!!ເພາະຜົວເຕະເກັ່ງຂະນາດນັ້ນ ທົນບໍ່ໄດ້ກໍ່ປະເນີ!!!!!
ຫຼືວ່າບໍ່ທັນໄດ້ເມຍຍ້ອນເຕະເກັ່ງໂພດເບ໋າະ!!!!!ແນະນຳໃຫ້ກໍ່ໄດ້ ຊອກເອົາເມຍມັກຕ່ອຍເດີ!!!!ຈຶ່ງຈະຢູ່ມັດ
ບຸນຄ້າຍ ຈະເລີນສຸກ
ວັນທີ 30 ທັນວາ 2011 - ເວລາ 21:09:25
88.174.180.xxx
ຢ່າຟ້າວປັບໄຫມ ໃສ່ໂທດເລີຍ ຄັ້ງທຳອິດ ຫລື ໃຫ້ເຂົາ ທ່ຽວປີໃຫມ່ ແລ້ວກ່ອນ...ບາງທີ່ໄປໄລ່ "ເຕະ" ຫມູ່ຢູ່ເທັກບາ ເມືອງ ມໍລະດົກໂລກ... ທາງກັບກັນ ຜຂ ກໍຂໍໃຫ້ທຸກຝ່າຍ ທີ່ກ່ຽວຂ້ອງ ສຶກສາ ບັນຫາ ແບບນີ້ ສິ່ງສຳຄັນ ຊອກຫາຫົນທາງ ວິທີແກ້ໄຂ ທີ່ ຕົ້ນເຫດ. ບໍ່ແມ່ນແຕ່ ຄວາມຜິດນັກເຕະ ຫລວງພະບາງ, ກຳມະການກາງ ກໍມີສ່ວນ ນອກນັ້ນ ຜູ້ເບິ່ງຜູ້ຊົມ ກໍຕ້ອງມີວິນິດພິຈາລະນາແບບເປັນກາງທີ່ສຸດ ... ບໍແມ່ນແກ້ໄຂ ແບບເສຍຫຍ້າ ຖົມຂີ້ຫມາ...ເບິ່ງທຸກດ້ານ ທຸກສຖານະກາຣ໌. ແລະ ບັນຫານຶ່ງ ການຖ່າຍທອດ ກໍມີສ່ວນ ວ່າ ເຫມາະສົມບໍຄວນແຜ່ພາບທຳນອງນີ້ ຕໍ່ສັງຄົມ ມວນຊົລ ໂດຍສເພາະ ສັງຄົມລາວ??????????? ຊ່ວຍກັນຄິດ ຊ່ວຍກັນແກ້ ... ບໍ່ແມ່ນຊ່ວຍກັນຫາ ແພະ ຮັບບາບ!!!!!!
ໂຊກດີ ປີໃຫມ່ ຄສ 2012!
ຄົນ75
ວັນທີ 30 ທັນວາ 2011 - ເວລາ 17:26:51
183.182.115.xxx
ຂ້ອຍເອງກໍ່ແມ່ນຄົນຫນຶ່ງທີ່ມັກໃນການກິລາບານເຕະ ເລື້ອງນີ້ຈະໂທດແຕ່ຄົນຫລິ້ນ(ນັກເຕະຝ່າຍດຽວກະບໍ່ໄດ້)ເພາະຂ້າພະເຈົ້າຄິດວ່າກຳມະການຕັດສິນບໍ່ຢຸດຕິທຳປານໃດ ສັງເກດຈາກຫລາຍເຫດການທີ່ກຳມະການເປົາຟ້າວແລ້ວເຫັນວ່າບໍ່ຢຸດຕິທຳກັບນັກກິລາເຈົ້າພາບປານໃດ. ໂດຍສະເພາະແມ່ນເຫດການທີ່ເປັນສາເຫດຂອງເລື້ອງນີ້.
ບຸນຄ້າຍ ຈະເລີນສຸກ
ວັນທີ 30 ທັນວາ 2011 - ເວລາ 09:54:57
88.174.180.xxx
ເປັນທັກສະ ເພີ້ມຂອງນັກກິລາ ບານເຕະລາວ ຄື ຫລີ້ນບານເຕະເກັ່ງ ແລະ ສາມາດໄລ່ "ເຕະ" ກຳມະການອີກ. ໃນດ້ານ ເສຖກິດ ນັກເຕະ ເຫລົ່ານີ້ ອາດ ພົ້ນຈາກຄວາມທຸກຍາກ ກ່ອນ ປີ 2020 ເພາະຕອນເວັນ ຫລີ້ນ ບານເຕະ ຕອນວາງອາດໄປຊອກຫາຕີມວຍລາວ-ໄທ ສາກົນ ຫາເງິນເພີ້ມ ລູກເມຍເພິ່ນອາດດີໃຈ ແລະ ພູມໃຈ ທີ່ມີລູກຜົວ ດຸຫມັ່ນຫາເງິນ...ໂຊກດີ ປີໃຫມ່ ຄສ 2012!
ທ ອິນທະຫວາ
ວັນທີ 30 ທັນວາ 2011 - ເວລາ 07:11:53
103.1.29.xxx
ຂ້າພະເຈົ້າ ເຫັນດີນໍາທີ່ເວົ້າມາຂ້າງເທີງ
- ຜູ້ກະທໍາສີ່ງບໍ່ດີດັ່ງກ່າວຊື່ຫຍັງ ? ຢູ່ໃສ ? ສັງກັດທີມໃດ ? ຄືເປັນແນວນີ້ ໃຫ້ອອຫມາຂໍໂທດ ປະຊາຊົນແລະ ປະຕີບັດວີໃນຕໍ່ຜູ້ກ່ຽວ
ຢ່າງເດັດຂາດ
- ທາງຄະນະຮັບຜິດຊອບຂໍໃຫ້ອອກຖິແຫລງການແດ່
- ເທື່ອນີ້ເຮັດໄດ້ ເທື່ອຫນ້າ ບໍ່ໄດ້ໃຈເຮັດອີກ
- ເສຍໃຈຫລາຍກັບ ບັນຫາດັ່ງກ່າວ
Chanhpheng LUANGVANNA
ວັນທີ 29 ທັນວາ 2011 - ເວລາ 15:02:31
203.110.70.xxx
ຂ້າພະເຈົ້າກໍ່ເປັນຜູ້ໜຶ່ງທີ່ນິຍົມກິລາບານເຕະ ແລະ ກໍ່ເຄີຍຫຼິ້ນ ໃນລະດັບ ສາຍສູງມາແລ້ວ, ກໍ່ຍັງບໍ່ເຄີຍເຫັນປະກົດການ ໄລ່ຕີກຳມະການແບບນີ້. ຂ້າພະເຈົ້າກໍ່ອາໄສຢູ່ຫຼວງພະບາງ ແລະ ງານກິລາຄັ້ງນີ້ກໍ່ໄດ້ຮ່ວມເປັນຄະນະກຳມະການຝ່າຍ ທີ່ພັກ, ອາຫານ ແລະ ສະຖານທີ່ ກໍ່ພະຍາຍາມຮັບແຂກຢ່າງ ດີທີ່ສຸດ ແຕ່ກໍ່ໜ້າເສົ້າທີ່ທີເລື່ອງແບບນີ້ເກີດຂຶ້ນ. ແຕ່ສອບຖາມໄປແລ້ວເຫັນວ່ານັກກິລານັ້ນບໍ່ແມ່ນຄົນຫຼວງພະບາງ ພຽງແຕ່ມາຫຼິ້ນໃຫ້ແຂວງຫຼວງພະບາງ ປະຈຸບັນບໍ່ຮູ້ວ່າໄປຢູ່ໃສ? ຕາມທັດສະນະຂອງຂ້າພະເຈົ້າແມ່ນຄວນສັ່ງລົງໂທດບໍ່ໃຫ້ພົວພັນກັບກິລາທຸກປະເພດເລີຍຕະຫຼອດຊີວິດ.
ອານຸສອນ ນາມມະທ້າວ
ວັນທີ 29 ທັນວາ 2011 - ເວລາ 14:52:39
69.22.174.xxx
ຜູ້ທີ່ລົງມືກະທຳຄວນສຳຫຼວດແລະພິຈາລະນາຕົນເອງຄືນໃໝ່
ຂ້າພະເຈົ້າຄິດວ່າທ່ານອາດລົງມືເຮັດໄປດວ້ຍອາລົມຊົ່ວວູບ
ແຕ່ຖ້າທ່ານມີນ້ຳໃຈເປັນນັກກິລາ ແລະ ມັກຮັກໃນກິລາແທ້ຈີງ ຂ້າພະເຈົ້າຄິດວ່າທ່ານອາດຈະຄິດກອ່ນຈະລົງມືກະທຳສີ່ງໃດອອກໄປ
ເພາະສີ່ງທີ່ທ່ານເຮັດມັນບົ່ງບອກວ່າທ່ານເປັນນັກເລງບໍ່ແມ່ນນັກກິລາ
ທ່ານ ຕິ່ງ
ວັນທີ 29 ທັນວາ 2011 - ເວລາ 08:44:28
203.110.70.xxx
ຂ້າພະເຈົ້າຂອບໃຈ ທີ່ທ່ານ ເອົາຄໍາເຫັນນີ້ ລົງມາໃນຫນ້າຫນັງສືພິມ ຫວັງວ່າຄົນທີ່ກະທໍາຜິດ ແລະ ປະພຶດໂຕແບບຕໍ່າໆ ຈະໄດ້ອ່ານ ແລະຄິດໄດ້ ສຸດທ້າຍນີ້ ໃນໂອກາດປີໃຫມ່ທີ່ຈະມາເຖິງ ຂໍອວຍພອນໄຊ ອັນປະເສີດຈົ່ງເກີດແດ່ທ່ານທຸກຄົນ ທີ່ຄິດດີ ທໍາດີ ຕະຫລອດໄປ ແລະຂໍໃຫ້ຫນັງສືພິມວຽງຈັນໃຫມ່ ຈົ່ງຍູ່ກັບຄົນລາວ ແລະຊາວນະຄອນຫລວງວຽງຈັນຕໍ່ໄປອີກນານແສນນານ
ໂຊກຈົ່ງເປັນຂອງທ່ານ
Anousack
ວັນທີ 28 ທັນວາ 2011 - ເວລາ 16:31:37
221.221.24.xxx
ຄວນປະຕິບັດລະບຽບວິໄນໃສ່ໂທດຢ່າງເຂັ້ມງວດຕາມລະບຽບກົດໝາຍບ້ານເມືອງເພື່ອບໍ່ໃຫ້ເປັນແບບຢ່າງແກ່ນັກກິລາຄົນອື່ນໆ, ຂ້າພະເຈົ້າເຫັນພາບທາງອິນເຕີເນັດກໍ່ຮູ້ສຶກແປກໃຈຫຼາຍກັບການກະທຳທີ່ສິ້ນຄິດແບບນັ້ນຂອງນັກກິລາຜູ້ກະທຳຜິດດັ່ງກ່າວ, ຂໍຝາກເບິ່ງກິລາຕ່າງປະເທດຄວນຮຽນ ແລະ ສຶກສາເອົາສິ່ງດີໆ, ສິ່ງທີ່ເຊື່ອມເສຍກໍ່ຢ່ານຳມາໃຊ້ເລີຍ.