
ມື້ກ່ອນຂຽນບົດເລື່ອງນ້ຳຖ້ວມ ຢູ່ເມືອງບາງກອກ ປະເທດໄທ ວ່າສາເຫດຫຼັກມາຈາກການເປັ່ງນ້ຳລົງສູ່ທະເລບໍ່ໄດ້ ແລະ ນ້ຳອັ່ງ ເພາະມີການກໍ່ສ້າງຖົມຄອງນ້ຳທຳມະຊາດ ເຊິ່ງຂໍ້ມູນນີ້ເຂົາວ່າກັນເອງ! ... ເລີຍຕັ້ງບັນຫາເລື່ອງນະຄອນຫຼວງວຽງຈັນ ອາດສ່ຽງເພາະດຽວນີ້ ມີການກໍ່ສ້າງຖົມຄອງນ້ຳ ຫຼື ໜອງກັນແລ້ວ !...
ໄດ້ອ່ານບົດ ການພັດທະນາຜັງເມືອງ ມີສ່ວນຊ່ວຍປ້ອງກັນໄພພິບັດຢ່າງໃດ ? ເຊິ່ງເປັນບົດສຳພາດທ່ານ ສຈ.ດຣ. ບຸນເຫຼື່ອມ ສີສຸລາດ ຢູ່ວາລະສານສະຖາປານິກ ແລະ ວິສະວະກອນກໍ່ສ້າງລາວ ສະບັບທີ 030 ເພິ່ນໃຫ້ທັດສະນະວ່າ: ຄວາມສ່ຽງຂອງນ້ຳຖ້ວມນະຄອນຫຼວງວຽງຈັນ ແມ່ນມາຈາກສອງສາເຫດ ຄື: ສາເຫດທີໜຶ່ງ ແມ່ນເກີດຈາກນ້ຳລົ້ນຄັນຄູ (ຊຶ່ງໄດ້ຮັບການກໍ່ສ້າງຂຶ້ນໃໝ່) ແລະ ອາດຈະເກີດຂຶ້ນໄດ້ທຸກໆ 30 ປີ ຕາມສະຖິຕິ.
ສາເຫດທີສອງ ແມ່ນເກີດຂຶ້ນຈາກນ້ຳຂັງພາຍໃນຕົວເມືອງ ຫຼືວ່ານ້ຳໄຫຼອອກບໍ່ທັນຍ້ອນຮ່ອງລະບາຍນ້ຳອູດຕັນ ຂາດປະຕູນ້ຳ ແລະ ເຄື່ອງຈັກດູດນ້ຳບໍ່ພຽງພໍ ແລະ ເໝາະສົມ.
ເວົ້າເລື່ອງນ້ຳຖ້ວມວຽງຈັນໃນໄລຍະ 50 ປີຜ່ານມານີ້ ມີ 3 ຄັ້ງ ຄື: ປີ 1966 1971 ແລະ 2008 ແຕ່ໃນຄັ້ງປີ 1966 ແມ່ນໜັກໜ່ວງຖ້ວມຕະຫຼາດເຊົ້າ ແລະ ສະໜາມບິນວັດໄຕ.
ຜ່ານການພົບປະໂອ້ລົມຫຼາຍຄົນ ແນວລາວ ກໍຄິດຄືກັນ ເລື່ອງອັນຕະລາຍຈາກນ້ຳຂອງບໍ່ຫ່ວງປານໃດ ເພາະມີການກໍ່ສ້າງຄູກັນນ້ຳຂອງແຂງແຮງແໜ້ນໜາ ແລະ ສູງພໍສົມຄວນ ແຕ່ພັດເປັນຫ່ວງນ້ຳຂັງ ຫຼື ນ້ຳອັ່ງຈາກທາງໃນ ຊຶ່ງອາດບໍ່ຮ້າຍແຮງເໝືອນປີ 1966 ແຕ່ຈະສ້າງຄວາມລຳຄານ ແລະ ມັນຈະແກ່ຍາວຍ້ອນນ້ຳໄຫຼອອກບໍ່ໄວ... ສະນັ້ນ ຫຼາຍຄົນຈຶ່ງຕັ້ງບັນຫາວ່າ ຄວນຈັດກອງປະຊຸມຍາດແຍ່ງເອົາຄວາມເຫັນຈາກຫຼາຍໆພາກສ່ວນ ແລະ ເມື່ອເປັນເອກະພາບກັນແລ້ວ ຈຶ່ງຊອກວິທີແກ້ໄຂບັນຫາທີ່ຈະເກີດຂຶ້ນໃນອະນາຄົດ ຕ້ອງໄດ້ຕັດສິນໃຈລົງທຶນກໍ່ສ້າງກິດຈະການໃດໜຶ່ງຢ່າງຈິງຈັງ ເພື່ອປ່ອຍນ້ຳອອກສູ່ນ້ຳຂອງໃຫ້ໄດ້ໄວທັນການ.
ສຳລັບຄວາມຄິດເຫັນເບື້ອງຕົ້ນຂອງທ່ານ ສຈ.ດຣ ບຸນເຫຼື່ອມ ສີສຸລາດ ຂຽນໄວ້ ມີດັ່ງນີ້:
1. ຄວນເອົາໃຈໃສ່ຈຸດປາຍທາງເສຍກ່ອນ ໝາຍຄວາມວ່າ ລະບົບລະບາຍນ້ຳອອກຈາກບຶງທາດຫຼວງ ລົງໃສ່ນ້ຳໝາກຮຽວ (ຫຼື ນ້ຳງື່ມ) ດ້ວຍເຮັດເປັນຮ່ອງລະບາຍນ້ຳຖາວອນ ຂະໜາດໃຫຍ່ ພຽງພໍກັບຄວາມຕ້ອງການ.
2. ການສະຫງວນເຂດບຶງທາດຫຼວງ ເພື່ອບໍ່ໃຫ້ມີການຖົມ ແລະ ເຮັດໃຫ້ບໍລິມາດບັນລຸນ້ຳໜ້ອຍລົງ ພ້ອມກັນນັ້ນກໍຄວນມີແຜນການລວງພື້ນບຶງ ແລະ ຂຸດເອົາຂີ້ຕົມອອກ ຕ້ອງມີວິທີສະກັດກັ້ນການລຸກລາມ ໂດຍການກໍ່ສ້າງເສັ້ນທາງເລາະບຶງທາດຫຼວງທັງສອງດ້ານ ເພື່ອກຳນົດເຂດຂອງບຶງໃຫ້ຈະແຈ້ງ.
3. ການປະສານສົມທົບກັບພາກສ່ວນຊົນລະປະທານ ເພື່ອເປັນເອກະພາບໃນດ້ານການໃຊ້ນ້ຳຈາກຮ່ອງລະບາຍນ້ຳ (ເພື່ອບໍ່ໃຫ້ມີປະຕູນ້ຳຕັນຮ່ອງລະບາຍນ້ຳ).
4. ຕາມຮ່ອງລະບາຍນ້ຳທີ່ໄດ້ສ້າງໄປແລ້ວ ຄວນມີການລວງຢູ່ເລື້ອຍໆ ແລະ ຖ້າຈຳເປັນຄວນມີການຕິດຕັ້ງປ້ຳດູດນ້ຳ ເປັນບ່ອນໆທີ່ໃຫ້ຮ່ອງນ້ຳຢູ່ຕົ້ນທາງບົກແຫ້ງລົງ (ໃນເວລາຍາມຝົນ).
5. ຂັ້ນຕອນສຸດທ້າຍແມ່ນ ການສຳຫຼວດຄືນວ່າ ຮ່ອງລະບາຍນ້ຳທີ່ຖືກຖົມໄປແລ້ວນັ້ນ ຍັງໄດ້ໃຊ້ການໄດ້ຫຼືບໍ່ ຄວນຂຸດຮ່ອງໃຫ້ຄື້ນຢູ່ສະພາບເດີມຫຼືບໍ່ ແລະ ອື່ນໆ ... ຖ້າຫາກຮ່ອງທອງອຸດຕັນເຂດວັດຈັນ ອິນແປງ ອົງຕື້ ມີໄຊ ຫາຍໂສກ ເຊິ່ງເປັນເຂດເມືອງເກົ່າ ແລະ ຕ່ຳ ອາດຈະມີນ້ຳຖ້ວມນ້ຳຂັງໃນອະນາຄົດ.
ທາງຍາກ... ຢູ່ນະຄອນຫຼວງ (256)
ຄຳສ່ອງແສງຈາກນັກຮຽນມໍປາຍ (505)
ຊ່ອງຫວ່າງໃນການບໍລິການ (396)
ເລື່ອງພາສາລາວອີກແລ້ວ (528)