2 ພາກສ່ວນ ຊຸກຍູ້ທີມນັກກີລາເທັນນິດ ນວ ຮ່ວມຊຽງຂວາງເກມ

    ພິ­ທີ​ມອບ​ເງິນ 18 ລ້ານ​ກີບ ຊຸກ­ຍູ້​ນັກ­ກີ­ລາ​ເທັນ​ນິດ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 25 ກຸມ­ພາ 2020 ຢູ່​ສະ­ໜາມ​ກີ­ລາ​ເທັນ​ນິດ ສະ­ຫະ­ພັນ​ເທັນ​ນິດ ນວ ບ້ານ​ປາກ​ທ້າງ ເມືອງ​ສີ​ໂຄດ​ຕະ­ບອງ ກ່າວ​ມອບ​ໂດຍ​ທ່ານ ສີ​ຄອນ ອ່ອນ​ສີ​ພັນ​ລາ ຫົວ­ໜ້າ​ພະ​ແນກ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ  ນວ ທ່ານ ສົມ​ດີ ອິນ​ທະ​ວົງ ອຳ­ນວຍ​ການ​ລູກ​ຄ້າ​ບໍ­ລິ­ສັດ ສະ​ຕຣາ​ໂທລະ​ຄົມ ຈຳ­ກັດ (ຢູ​ນິ​ເທວ) ແລະ ກ່າວ​ຮັບ​ໂດຍ​ທ່ານ ຕຸ້ຍ ບຸນ​ທະ­ລາ ປະ­ທານ​ສະ­ຫະ­ພັນ​ເທັນ​ນິດ ນວ ມີ​ຄະ­ນະ​ຄູ​ເຝິກ ແລະ ນັກ­ກີ­ລາ​ເຂົ້າ​ຮ່ວມ.

    ໂອ­ກາດ​ນີ້ ທ່ານ ຕຸ້ຍ ບຸນ​ທະ­ລາ ໄດ້​ກ່າວ​ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ ແລະ ຂອບ­ໃຈ​ເປັນ​ຢ່າງ​ສູງ​ມາ​ຍັງ​ສອງ​ພາກ­ສ່ວນ​ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ທີມ​ນັກ­ກີ­ລາ​ເທັນ​ນິດ ນວ ຄັ້ງ​ນີ້​ຈະ​ເປັນ​ໝາກ­ຜົນ​ທີ່​ສຳ­ຄັນ​ເຂົ້າ​ໃນ​ການ​ເກັບ​ຕົວ​ເຝິກ­ຊ້ອມ ແລະ ບຳ­ລຸງ​ກຳ­ລັງ​ໃຈ​ທີ່​ດີ​ໃຫ້​ທີມ​ນັກ­ກີ­ລາ ເພື່ອ​ກຽມ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ສ້າງ​ຜົນ­ງານ​ຍາດ​ເອົາ​ຫຼຽນ​ຄຳ​ໃນ​ຊຽງ​ຂວາງ​ເກມ ນັກ­ກີ­ລາ​ເທັນ​ນິດ ນວ ຊຸດ​ນີ້​ສາ­ມາດ​ຄັດ​ເລືອກ​ໄດ້ 12 ຄົນ ຍິງ 6 ຄົນ ໄດ້​ມີ​ການ​ເກັບ​ຕົວ​ເຝິກ­ຊ້ອມ​ມາ​ແຕ່​ເດືອນ​ສິງ­ຫາ 2019 ທີ່​ສະ­ໂມ­ສອນ​ກີ­ລາ​ເທັນ​ນິດ​ເຈົ້າ​ອາ​ນຸ​ວົງ ແລະ ສະ­ໂມ­ສອນ​ເທັນ​ນິດ​ສະ­ຫະ­ພັນ​ເທັນ​ນິດ ນວ ນອກ​ນັ້ນ ຈຳ­ນວນ​ໜຶ່ງ​ໄດ້​ເກັບ​ຕົວ​ເຝິກ­ຊ້ອມ ແລະ ເຄື່ອນ​ໄຫວ​ແຂ່ງ­ຂັນ​ທີ່​ປະ­ເທດ​ໃກ້​ຄຽງ ມາ​ຮອດ​ປັດ­ຈຸ­ບັນ​ມີ​ຄວາມ​ພ້ອມ​ເກືອບ 100% ພ້ອມ​ທັງ​ຕັ້ງ​ເປົ້າ​ໝາຍ​ໄວ້ 3 ຫຼຽນ​ຄຳ.

    ສຳ­ລັບ​ການ​ຊຸກ­ຍູ້​ທັບ​ນັກ­ກີ­ລາ​ເທັນ​ນິດ​ຄັ້ງ​ນີ້​ພະ​ແນກ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ນວ 8 ລ້ານ​ກີບ ແລະ ຢູ​ນິ​ເທວ 10 ລ້ານ​ກີບ ສ່ວນ​ການ​ແຂ່ງ­ຂັນ​ກີ­ລາ​ເທັນ​ນິດ​ຊຽງ​ຂວາງ​ເກມ ຈະ​ຊີງ 7 ລາຍ­ການ​ປະ­ກອບ​ມີ: ປະ­ເພດ​ດ່ຽວ​ຍິງ-ຊາຍ ທີມ​ຄູ່​ຍິງ ທີມ​ຄູ່​ຊາຍ ທີມ​ຊຸດ​ຍິງ ທີມ​ຊຸດ​ຊາຍ ແລະ ທີມ​ປະ­ສົມ ໂດຍ​ຄາດ​ວ່າ​ຈະ​ມີ​ຫຼາຍ​ແຂວງ​ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ສະ­ເພາະ​ທີມ​ນັກ­ກີ­ລາ​ເທັນ​ນິດ ນວ ຈະ​ສົ່ງ​ເຂົ້າ​ຮ່ວມ​ຄົບ​ທຸກ​ລາຍ­ການ.

Leave a Reply

error: Content is protected !!