10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023

ວັນທີ 20 ກຸມພານີ້ 10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນປີ 2023 ໄດ້ຖະແຫຼງຢູ່ນະຄອນຄຸນໝິງ ໂດຍມີຜົນງານບົດຂ່າວຈາກອົງການສື່ມວນຊົນ ແລະ ໜ່ວຍງານຕ່າງໆ ເຊັ່ນ: ຂ່າວສານຊິນຮວາ ໜັງສືືພິມລາຍວັນຢຸນນານ ໜັງສືພິມລາຍວັນຫູໜານ ໜັງສືພິມປະຊາຊົນ ລາວ ວິທະຍຸກະຈາຍສຽງແຫ່ງຊາດລາວ ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງເປັນຕົ້ນ ໄດ້ຮັບລາງວັນ.

ຕາມຂ່າວແຈ້ງວ່າ: ການປະກວດຂ່າວຄັ້ງນີ້ ແມ່ນຈັດໂດຍສະຫະພັນສື່ມວນຊົນອາຊີໃຕ້-ອາຊີ ຕາເວັນອອກສ່ຽງໃຕ້ ແລະ ສະຫະພັນສື່ມວນຊົນທາງລົດໄຟລາວ-ຈີນ ສື່ມວນຊົນສໍາຄັນ ສື່ມວນ ຊົນເອກະຊົນ  ແລະ  ອົງການຈັດຕັ້ງຕ່າງໆ ທັງສອງປະເທດລາວ-ຈີນ  ໄດ້ນໍາສະເໜີບົດ ຂ່າວດີເດັ່ນຂອງຕົນໃນປີ 2023 ມາເຂົ້າຮ່ວມການປະກວດຄັ້ງນີ້ ໂດຍຜ່ານການຄັດເລືອກຈາກຫົວໜ້າ ແລະ ນັກຊ່ຽວຊານດ້ານສື່ມວນຊົນ ທັງສອງຝ່າຍລາວ-ຈີນ ໄດ້ເລືອກ ຂ່າວເດັ່ນ 10 ຂ່າວ ບົດຂ່າວທີ່ໄດ້ຮັບລາງວັນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງເຫດການສໍາຄັນກ່ຽວກັບທາງລົດໄຟລາວ-ຈີນ ໃນປີ 2023 ພ້ອມທັງບົດຂ່າວທີ່ໄດ້ບັນທຶກເຖິງທາງລົດໄຟ ລາວ-ຈີນ ໄດ້ເພີ່ມພະລັງຂັບເຄື່ອນອັນແຂງແຮງເຂົ້າໃນການພັດທະນາຂອງພາກພື້ນ ເລົ່າເລື່ອງລາວທີ່ ປະຊາຊົນສອງຊາດລາວ-ຈີນ ໄດ້ເຊື່ອມສານຈິດໃຈ ແລະ ເພີ່ມຄວາມເຂົ້າໃຈ ເຊິ່ງກັນແລະກັນ.

ນັບຕັ້ງແຕ່ການເປີດນຳໃຊ້ທາງລົດໄຟລາວ-ຈີນ ເປັນເວລາ 2 ປີກວ່າ ເປັນຕົ້ນມາ ການຂົນ ສົ່ງສິນຄ້າ ແລະ ຜູ້ໂດຍສານຕາມທາງລົດໄຟລາວ-ຈີນ ໄດ້ມີການເພີ່ມຂຶ້ນຢ່າງຫຼວງຫຼາຍ ທາງລົດໄຟສາຍນີ້ກໍມີບົດບາດນັບມື້ນັບກວ້າງອອກ ທາງລົດໄຟສາຍນີ້ໄດ້ເພິ່ມທະວີິຄວາມເຊື່ອມໂຍງເຊື່ອມຈອດກັນ ແລະ ເປັນສັກຂີພິຍານໃຫ້ແກ່ການເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາ ຊົນ ພ້ອມທັງໄດ້ກາຍເປັນເສັ້ນທາງແຫ່ງຄວາມຜາສຸກ ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບລະຫວ່າງປະຊາຊົນສອງຊາດລາວ-ຈີນ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ.

ອົງການທີ່ເຂົ້າຮ່ວມການປະກວດຂ່າວຄັ້ງນີ້ຕ່າງກໍກ່າວວ່າ: ການຖະແຫຼງ 10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023 ເປັນໝາກຜົນທີ່ບັນດາສື່ມວນຊົນໄດ້ຮ່ວມມືກັນເລົ່າເລື່ອງລາວກ່ຽວກັບທາງລົດໄຟລາວ-ຈີນ ໃຫ້ດີ ສື່ມວນຊົນຕ່າງໆຈະນໍາໃຊ້ໂອກາດນີ້ໃຫ້ດີ ເພື່ອເພີ່ມທະວີການຮ່ວມມື ແລະ ການປະສານງານ ເຊິ່ງກັນ ແລະ ກັນ ຊຸກຍູ້ການແລກປ່ຽນດ້ານວັດທະນະທໍາລະຫວ່າງສອງປະເທດຂະຫຍາຍເຂົ້າສູ່ລວງເລິກ ພ້ອມທັງປະກອນສ່ວນກໍາລັງຂອງສື່ມວນຊົນເຂົ້າໃນການສ້າງຄູ່ຮວມຊາຕາກໍາລາວ-ຈີນ.


ລາຍຊື່ 10 ຂ່າວເດັ່ນກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023

  1. ຂ່າວສານຊິນຮວາ: ເສັ້ນທາງລົດໄຟໄດ້ຂ້າມພູຜາແມ່ນ້ຳ-ຂຽນໃນມື້ເປີດການນໍາໃຊ້ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ http://m.news.cn/2023-04/14/c_1129521098.htm

2. CMG: ເຂົາງາມເຮົາຍ້ອງ ເຮົາງາມເຂົາຍອມ https://tv.cctv.com/2023/10/05/VIDEath46Xz1PLnNmoaS0m1r231005.shtml
3. ໜັງສືພິມລາຍວັນຢຸນນານ: 1035 ກິໂລແມັດ ອອກເດີນທາງແຕ່ຕອນເຊົ້າ ແລະ ໄປຮອດໃນຕອນແລງ https://yndaily.yunnan.cn/content/202304/14/content_132537.html
4. ໜັງສືພິມລາຍວັນຫູໜານ: ແຂວງຫູໜານ ກັບ ປະເທດລາວ ຮ່ວມກັນສ້າງເສັ້ນທາງສາຍໄໝເສັ້ນໃໝ່ https://m.voc.com.cn/xhn/news/202306/18121347.html
5. ບັນຊີວິແຊັດທາງການ “ທາງລົດໄຟຈີນ” ແລະ ບັນຊີວິແຊັດທາງການ “ທາງລົດໄຟຄຸນໝິງ”: ຂີ່ຂະບວນລົດໄຟໄປປະເທດລາວ ມິດຕະພາບລາວ-ຈີນ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ! https://mp.weixin.qq.com/s/D8QADj-GDw0VCcDZEBrpHg

6. ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ສາຂາຜູເອີ: ເສັ້ນທາງຄໍາ ຜ່ານນະຄອນຜູເອີ-ບັນທຶກການເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບ 2 ປີ http://www.yn.news.cn/20231203/53e1e475e3d24a71ae30bb720b1b60db/c.html
7. ໜັງສືພິມປະຊາຊົນລາວ: ທາງລົດໄຟລາວ-ຈີນ ສົ່ງເສີມການພັດທະນາຂະແໜງການຕ່າງໆຂອງປະເທດລາວ
8. ວິທະຍຸກະຈາຍສຽງແຫ່ງຊາດລາວ: ພຽງ 2 ປີ ທາງລົດໄຟລາວ-ຈີນ ນໍາຜົນປະໂຫຍດຢ່າງຫຼວງຫຼາຍມາໃຫ້ ສປປ ລາວ https://www.facebook.com/share/v/ipQDCvvX9aaMP7Tp/?mibextid=O563ZM
9. ສໍານັກຂ່າວສານປະເທດລາວ: ທາງລົດໄຟລາວ-ຈີນ ໂຄງການຕົວແບບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ດີທີ່ສຸດຢູ່ ສປປ ລາວ https://kpl.gov.la/Detail.aspx?id=76811
10. ບັນຊີເຟສບຸກ Nethdao Channel:  ເນັດໄອດໍ ເນັດດາວ ເຊັກອິນ ອາຫານ ແລະ ແຫຼ່ງທ່ອງທ່ຽວຕາມທາງລົດໄຟລາວ-ຈີນ ໃນກິດຈະກໍາທາງລົດໄຟລາວ-ຈີນ MUST GO


ບົດໂດຍ: Huang Yixian, Vimon, ວິດີໂອໂດຍ: Li Wenjun

error: Content is protected !!