SPC Systems
ໜ້າຫຼັກ > ຂ່າວໜ້າ​ໜຶ່ງ
ທຳລາຍໄຂ່ ທີ່ນຳເຂົ້າຜິດກົດໝາຍ
ວັນທີ 22 ກຸມພາ 2012 - ເວລາ 13:46:45 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

 

ອີງ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລ້ຽງ­ສັດ ແລະ ການ​ສັດ­ຕະ­ວະ­ແພດ ສະ­ບັບ​ເລກ​ທີ 03 ລົງ​ວັນ​ທີ 25 ກໍ­ລະ­ກົດ 2008 ແລະ ດຳ­ລັດ​ວ່າ​ດ້ວຍ​ການ​ຄວບ​ຄຸມ­ພະ​ຍາດ​ສັດ ແລະ ການ​ກວດ­ກາ​ສັດ​ຜະ­ລິດ​ຕະ​ພັນ​ສັດ ຜະ­ລິດ​ຕະ​ພັນ​ສິນ­ຄ້າ​ກ່ຽວ​ກັບ​ສັດ ທີ່​ນຳ​ເຂົ້າ ແລະ ຂົນ­ສົ່ງ​ຜ່ານ ສປປ ລາວ ເລກ​ທີ 206/ນຍ ລົງ​ວັນ​ທີ 27/7/2007.

ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຂະ­ແໜງ​ລ້ຽງ­ສັດ ແລະ ການ​ປະ­ມົງ ນະ­ຄອນ­ຫຼວງ ສົມ­ທົບ​ກັບ​ວິ­ຊາ​ການ​ລ້ຽງ­ສັດ ແລະ ການ​ປະ­ມົງ​ບັນ­ດາ​ເມືອງ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ພ້ອມ​ກັນ​ລົງ​ກວດ­ກາ​ຢູ່​ຈຸດ​ກວດ­ກາ​ຕາມ​ຈຸດ​ຕ່າງໆ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ­ຕົ້ນ​ແມ່ນ​ຢູ່​ຫຼັກ 10 ຖະ​ໝົນ 13 ໃຕ້ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກວດ​ພົບ​ເຫັນ​ລົດ HYUNDAI ໝາຍ​ເລກ​ທະ­ບຽນ ບກ 1811 ຊາວ​ຫວຽດ­ນາມ ຢູ່​ບ້ານ​ທາດ­ຫຼວງ​ໃຕ້ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ນຳ​ເອົາ​ຜະ­ລິດ​ຕະ​ພັນ​ສັດ​ປະ­ເພດ​ໄຂ່​ໄກ່ ໄຂ່​ຫ່ານ ແລະ ໄຂ່​ເປັດ ເປັນ​ໄຂ່​ລູກ ຈຳ­ນວນ 18 ແກັດ ມີ​ຈຳ­ນວນ 1.600 ໝ່ວຍ ເປັນ​ສິນ­ຄ້າ​ຈາກ​ແມ່​ຄ້າ​ຂອງ​ຊາວ​ຫວຽດ­ນາມ ໃນ​ມູນ​ຄ່າ 2.880.000 ກີບ ສະ­ນັ້ນ ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ຢຶດ ແລະ ປັບ­ໄໝ​ຕາມ​ລະ­ບຽບ​ກົດ­ໝາຍ​ຂອງ​ບ້ານ​ເມືອງ ພ້ອມ​ທັງ​ນຳ​ເອົາ​ສິນ­ຄ້າ​ດັ່ງ­ກ່າວ ໄປ​ທຳ­ລາຍ​ຖີ້ມ​ຕາມ​ລະ­ບຽບ​ການ.

ພິ­ທີ​ຈັດ​ຂຶ້ນ​ວັນ​ທີ 17 ກຸມ­ພາ 2012 ຜ່ານ​ມາ ທີ່​ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ຕາງ­ໜ້າ​ຫ້ອງ­ການ ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້ ນະ­ຄອນ­ຫຼວງ ພະ­ນັກ­ງານ​ວິ­ຊາ​ການ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
12 + 4 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0317 ວິນາທີ.
Apycom jQuery Menus
Powered by iTeen 020 54644729