
ໂຄງການຊົນລະປະທານຫຼັກ 6 ທ່າງ່ອນ ເປັນໂຄງການໜຶ່ງໃນການຕອບສະໜອງນ້ຳ ໃນການຜະລິດນາແຊງ ສົກປີ 2011-2012 ທ່ານ ອ້ວນ ລາດສະວົງ ຫົວໜ້າໂຄງການຊົນລະປະທານຫຼັກ 6 ທ່າງ່ອນ ກ່າວວ່າ ໂຄງການຊົນລະປະທານຫຼັກ 6 ທ່າງ່ອນນີ້ ມີປ້ຳສູບນ້ຳຈຳນວນ 4 ເຄື່ອງ ສາມາດຕອບສະໜອງນ້ຳ ໃນເນື້ອທີ່ 700 ເຮັກຕາ ປີນີ້ແມ່ນໄດ້ປ່ອຍນ້ຳຈາກຫົວງານທີ່ຕັ້ງຢູ່ບ້ານທ່າງ່ອນ ແລ້ວປ່ອຍມາເກັບນ້ຳໄວ້ຢູ່ອ່າງເກັບນ້ຳຂອງໂຄງການຢູ່ບ້ານດອນຕີ້ວ ຊຶ່ງອ່າງນີ້ສາມາດເກັບນ້ຳໄດ້ 16 ພັນແມັດກ້ອນ ອ່າງດັ່ງກ່າວໄດ້ຕອບສະໜອງນ້ຳຢູ່ທ້າຍອ່າງຂອງເນື້ອທີ່ນາແຊງ ມີບ້ານໄຊ ດອນໜູນ ພະຂາວ ສະພັງມຶກ ແລະ ບ້ານໂຊກໃຫຍ່ ເນື້ອທີ່ນາແຊງກວມເອົາປະມານ 500 ເຮັກຕາ ສ່ວນເນື້ອທີ່ຢູ່ເໜືອອ່າງ ນັບແຕ່ຫົວງານໂປ່ງນ້ຳ ມີປະມານ 2 ເຮັກຕາ ສ່ວນລະດູນາປີນັ້ນ ໂຄງການສາມາດຕອບສະໜອງນ້ຳ ໄດ້ 1.000 ເຮັກຕາຕໍ່ປີ.
ສຳລັບໂຄງການນີ້ ອັນຫຼັກແມ່ນໄດ້ຈັດຕັ້ງເປັນກຸ່ມຊາວນາຕົວແບບເຮັດເປັນຈຸດສຸມມີເນື້ອທີ່ທັງໝົດ 150 ເຮັກຕາ ໃນການເຮັດທົດລອງເພື່ອເປັນການຍົກສະມັດຕະພາບເຂົ້າບໍ່ໃຫ້ຫຼຸດ 5 ໂຕນຕໍ່ເຮັກຕາ ໄດ້ແບ່ງອອກເປັນ 4 ປະເພດການຜະລິດ ເປັນຕົ້ນແມ່ນການປັກດຳແບບທົ່ວໄປ ການປັກດຳແບບໂຍນກ້າ ການປັກດຳແບບກ້າກີບດຽວ ແລະ ການປັກດຳແບບການຫວ່ານ ໃນເນື້ອທີ່ 150 ເຮັກຕາ ມີຄອບຄົວຕົວແບບທັງໝົດ 190 ກ່ວາຄອບຄົວ ສາມາດແຍກປະເພດອອກມາ 50 ເຮັກຕາ ຈະສູ້ຊົນໃຫ້ໄດ້ 5 ໂຕນຕໍ່ເຮັກຕາ 4,5 ໂຕນ ຫາ 4,9 ໂຕນ ມີປະມານ 100 ເຮັກຕາ ນອກຈາກນັ້ນຍັງໄດ້ປຸກລະດົມຜູ້ປະກອບການຕ່າງໆເຂົ້າມາຊ່ວຍຄອບຄົວຕົວແບບ ຜ່ານມາທາງໂຄງການກໍໄດ້ ລະດົມພາກສ່ວນຕ່າງໆເຂົ້າມາຊ່ວຍ ເປັນຕົ້ນແມ່ນແນວພັນເຂົ້າ 45 ໂຕນ ຝຸ່ນຊີວະພາບ 22 ພັນໂຕນ ເຫັນວ່າການເລີ່ມຕົ້ນການຜະລິດມານີ້ ທາງໂຄງການກໍໄດ້ໃກ້ຊິດຕິດແທດກັບຄອບຄົວຕົວແບບໃນການຈັດຕັ້ງປະຕິບັດ ມາຮອດປັດຈຸບັນການປັກດຳຕ່າງໆທົ່ວໂຄງການໄດ້ 90% ຂອງເນື້ອທີ່ທັງໝົດ ແລະ ຄາດວ່າໃນທ້າຍເດືອນມັງກອນນີ້ຈະໃຫ້ສຳເລັດ 100% ໃນນັ້ນຄອບຄົວຕົວແບບໃນເນື້ອທີ່ 150 ເຮັກຕາ ແມ່ນສຳເລັດໂດຍພື້ນຖານໄລຍະນີ້ ແມ່ນໄລຍະບົວລະບັດຮັກສາ ແລະ ຕິດຕາມຕ່າງໆ ດັ່ງນັ້ນ ໂຄງການຮຽກຮ້ອງມາຍັງກຸ່ມບ້ານບ້ານ ຊາວກະສິກອນທຸກຄົນທີ່ທຳການຜະລິດກະສິກຳ ຜູ້ທີ່ຊົມໃຊ້ນ້ຳຂອງໂຄງການນີ້ໃຫ້ຮ່ວມມືກັນໃນການຄຸ້ມຄອງນຳໃຊ້ລະບົບຄອງເໝືອງ ແລະ ການຈັດການນ້ຳໃຫ້ເປັນລະບຽບປະຢັດນ້ຳໄດ້ ແລະ ສາມາດຄຸ້ມຄອງຄອງເໝືອງໃຫ້ຮັບໃຊ້ໃຫ້ໄດ້ຍາວນານສືບຕໍ່ກັນໄປ.
