SPC Systems
ໜ້າຫຼັກ > ຂ່າວໜ້າ​ໜຶ່ງ
ພັດທະນາແຜນດຳເນີນງານລະບົບປະຕູດຽວ
ວັນທີ 27 ມັງກອນ 2012 - ເວລາ 11:46:19 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

 

ສຳ​ມະ​ນາ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ແຜນ​ດຳ­ເນີນ​ງານ​ສຳ­ລັບ​ການ​ແຈ້ງ​ເອ­ກະ­ສານ​ຜ່ານ​ລະ­ບົບ​ປະ­ຕູ​ດຽວ​ແຫ່ງ​ຊາດ​ຂອງ ສປປ ລາວ ໄດ້​ມີ​ຂຶ້ນ​ວັນ​ທີ 26-27 ມັງ­ກອນ 2012 ຢູ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສັນ­ຕິ­ພາບ ພົມ­ວິ­ຫານ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການ​ເງິນ ມີ​ທ່ານ David L.Carden ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ­ເມ­ລິ­ກາ ປະ­ຈຳ​ອາ​ຊຽນ ທີ່​ອິນ​ໂດ​ເນ​ເຊຍ ທູດ​ອາ­ເມ­ລິ­ກາ ປະ­ຈຳ​ລາວ ຕາງ­ໜ້າ​ທະ­ນາ­ຄານ​ໂລກ ກອງ​ເລ­ຂາ​ອາ​ຊຽນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ສຳ​ມະ​ນາ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ສຳ­ຄັນ​ຕໍ່​ວຽກ​ງານ​ການ​ແຈ້ງ​ເອ­ກະ­ສານ​ຜ່ານ​ລະ­ບົບ​ປະ­ຕູ​ດຽວ​ແຫ່ງ​ຊາດ ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ລັດ­ຖະ­ບານ​ອາ­ເມ­ລິ­ກາ ກໍ​ຄື​ທະ­ນາ­ຄານ​ໂລກ ທີ່​ໄດ້​ສະ­ໜັບ­ສະ­ໜູນ​ວຽກ​ງານ​ການ ຫັນ​ບໍ­ລິ­ການ​ພາ­ສີ​ໃຫ້​ເປັນ​ທັນ​ສະ­ໄໝ ແລະ ພັດ­ທະ­ນາ​ແຫຼ່ງ​ຂໍ້​ມູນ​ຂ່າວ­ສານ​ແກ່​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ພາຍ​ໃຕ້​ໂຄງ­ການ​ຂອງ​ກະ­ຊວງ​ການ​ເງິນ ແລະ ກະ­ຊວງ​ອຸດ­ສາ­ຫະ­ກຳ-ການ​ຄ້າ.

ຈຸດ­ປະ­ສົງ​ຂອງ​ການ​ສຳ​ມະ​ນາ​ຄັ້ງ​ນີ້ ເພື່ອ​ສົນ­ທະ­ນາ​ປຶກ­ສາ​ຫາ­ລື ແລະ ປະ­ກອບ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ຮ່າງ​ແຜນ​ດຳ­ເນີນ​ງານ​ສຳ­ລັບ​ການ​ແຈ້ງ​ເອ­ກະ­ສານ​ຜ່ານ​ລະ­ບົບ​ປະ­ຕູ​ດຽວ​ແຫ່ງ​ຊາດ​ຂອງ ສປປ ລາວ (NSW) ໃຫ້​ສຳ­ເລັດ​ກ່ອນ​ກາງ​ປີ 2012 ນອກ​ນີ້​ຍັງ​ໄດ້​ພິ­ຈາ­ລະ­ນາ​ກຳ­ນົດ​ຂະ­ແໜງ­ການ​ຂອງ​ລັດ ທີ່​ຈະ​ຮັບ­ຜິດ­ຊອບ​ວຽກ​ງານ NSW ກໍ​ຄື​ການ​ກຳ­ນົດ​ຮູບ​ແບບ​ກ່ຽວ​ກັບ​ບົດ­ບາດ​ຂອງ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ ແລະ ພາກ­ສ່ວນ​ເອ­ກະ​ຊົນ​ໃສ່​ລະ­ບົບ NSW ໃຫ້​ປະ­ກົດ​ຜົນ​ເປັນ​ຈິງ.

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
12 + 7 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0353 ວິນາທີ.
Apycom jQuery Menus
Powered by iTeen 020 54644729