SPC Systems
ໜ້າຫຼັກ > ຂ່າວໜ້າ​ໜຶ່ງ
ອປລ ສືບຕໍ່ປັບປຸງການບໍລິການໃຫ້ດີຂຶ້ນກ່ວາເກົ່າ
ວັນທີ 27 ມັງກອນ 2012 - ເວລາ 11:29:04 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

 

ກອງ​ປະ­ຊຸມ​ວຽກ​ງານ​ປະ­ກັນ​ສັງ­ຄົມ​ແຫ່ງ​ລັດ ປະ­ຈຳ​ປີ 2011 ໄດ້​ດຳ­ເນີນ​ມາ​ເປັນ​ເວ­ລາ 2 ວັນ ມາ​ຮອດ​ວັນ​ທີ 26 ມັງ­ກອນ 2012 ໄດ້​ສຳ­ເລັດ​ໃຫ້​ກຽດ​ກ່າວ​ປິດ ໂດຍ​ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ເງິນ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ອົງ­ການ​ປະ­ກັນ​ສັງ­ຄົມ​ແຫ່ງ​ລັດ (ອປລ).

ຕະ­ຫຼອດ​ໄລ­ຍະ​ຂອງ​ການ​ດຳ­ເນີນ​ກອງ​ປະ­ຊຸມ ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ປຶກ­ສາ​ຫາ­ລື ແລະ ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ຕ່າງໆ​ດ້ວຍ​ບັນ­ຍາ­ກາດ​ຟົດ­ຟື້ນ ສ້າງ­ສັນ ທັງ​ມີ​ເນື້ອ​ໃນ​ເລິກ­ເຊິ່ງ ແລະ ກ້ວ​າງ​ຂວາງ ໃນ​ການ​ຕີ​ລາ­ຄາ​ສູງ​ຕໍ່​ຜົນ­ສຳ­ເລັດ​ທີ່ ອປລ ຍາດ​ມາ​ໄດ້ ໃນ​ຂະ​ບວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ ອປລ ໃນ​ສົກ​ປີ 2010-2011 ນັບ​ທັງ​ຢູ່​ສູນ​ກາງ ແລະ ທ້ອງ­ຖິ່ນ​ຕ່າງໆ ເຖິງ​ວ່າ​ວຽກ​ງານ ອປລ ເປັນ​ວຽກ​ງານ​ໃໝ່ ແຕ່​ກໍ​ມີ​ບັນ­ດາ​ໜໍ່​ແໜງ​ທີ່​ສະ­ແດງ​ເຖິງ​ການ​ຂະ­ຫຍາຍ­ຕົວ​ອັນ​ເປັນ​ຮູບ​ປະ​ຖຳ​ເທື່ອ​ລະ​ກ້າວ ຕາມ​ທີ່​ໄດ້​ສະ­ຫຼຸບ​ຕີ​ລາ­ຄາ ແລະ ຖອດ​ຖອນ​ບົດ­ຮຽນ​ໃນ​ສົກ​ປີ​ນີ້ ແລະ ໄດ້​ວາງ​ທິດ​ທາງ​ແຜນ­ການ​ສົກ​ປີ 2011-2012 ເຊິ່ງ​ໂດຍ​ລວມ​ແລ້ວ​ເຫັນ​ວ່າ​ວຽກ​ງານ ອປລ ມີ​ລັກ­ສະ­ນະ​ຄ່ອງ​ຕົວ ແທດ​ຕົວ​ຈິງ ແລະ ສອດ­ຄ່ອງ​ກັບ​ແຜນ​ພັດ­ທະ­ນາ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ 5 ປີ​ຄັ້ງ​ທີ 3 ກໍ​ຄື​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ 7 ດ້ວຍ​ການ​ເຊີດ​ຊູ​ຄວາມ​ຮັບ­ຜິດ­ຊອບ ແລະ ຈິດ­ໃຈ​ປະ­ຕິ­ບັດ​ບຸກ​ດ້ວຍ​ການ​ສ້າງ​ບາດ­ກ້າວ​ບຸກ​ທະ­ລຸ ດ້ວຍ​ການ​ສ້າງ​ບາດ­ກ້າວ​ບຸກ​ທະ­ລຸ​ທັງ 4 ດ້ານ ຕາມ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ.

ເພື່ອ​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ໝາກ­ຜົນ​ທີ່​ພວກ​ເຮົາ​ຍາດ​ມາ​ໄດ້ ພ້ອມ​ທັງ​ຮັບ­ປະ­ກັນ​ໃຫ້​ເນື້ອ​ໃນ​ຈິດ­ໃຈ​ຂອງ​ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເປັນ​ຮູບ​ປະ​ທຳ​ຕົວ​ຈິງ ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ ກໍ​ຄື​ພະ­ນັກ­ງານ​ທີ່​ເຮັດ​ວຽກ​ງານ​ປະ­ກັນ​ສັງ­ຄົມ​ທຸກ​ຂັ້ນ ຈົ່ງ​ພ້ອມ​ກັນ​ສືບ­ຕໍ່​ອອກ­ແຮງ​ຈັດ​ຕັ້ງ​ປະ­ຕິ­ບັດ​ທິດ​ທາງ​ແຜນ­ການ​ທີ່​ໄດ້​ກຳ­ນົດ​ໄວ້ ໃຫ້​ມີ​ຄວາມ​ເລິກ­ເຊິ່ງ​ກ້ວ​າງ​ຂວາງ​ໃນ​ທົ່ວ​ປະ­ເທດ.

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
18 + 1 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0353 ວິນາທີ.
Apycom jQuery Menus
Powered by iTeen 020 54644729