SPC Systems
ໜ້າຫຼັກ > ຂ່າວໜ້າ​ໜຶ່ງ
ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບກົງສູນໃຫຍ່ໄທ
ວັນທີ 27 ມັງກອນ 2012 - ເວລາ 11:11:23 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

 

ວັນ​ທີ 25 ມັງ­ກອນ 2012 ຢູ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສປປ ລາວ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ­ນັບ​ຂອງ​ທ່ານ ຣັດ ຈາ​ລິ​ຈັນ ກົງ​ສູນ​ໃຫຍ່​ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ໄທ ປະ­ຈຳ​ແຂວງ​ສະ­ຫວັນ​ນະ​ເຂດ ໂດຍ​ມີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ ແຫ່ງ ຣາ​ຊະ​ອາ­ນາ­ຈັກ​ໄທ ປະ­ຈຳ ສປປ ລາວ ເປັນ​ຜູ້­ນຳ​ພາ­ຄະ​ນະ​ເຂົ້າ​ຢ້ຽມ​ຂ່ຳ­ນັບ.

ໂອ­ກາດ​ນີ້ ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ໃຫ້­ການ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ປະ­ຈຳ​ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ ເຊິ່ງ​ຈະ​ເປັນ​ນິ­ມິດ​ໝາຍ​ອັນ​ດີ​ໃນ​ການ​ປະ­ກອບ­ສ່ວນ​ເສີມ​ຂະ­ຫຍາຍ​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ປະ­ເທດ ລາວ-ໄທ ໄທ-ລາວ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

ທ່ານ ຣັດ ຈາ​ລິ​ຈັນ ໄດ້​ເຂົ້າ​ເຮັດ​ວຽກ​ຢູ່​ກະ­ຊວງ​ການ​ຕ່າງ­ປະ­ເທດ​ໄທ ປີ 1984-1989ໄດ້​ປະ­ຈຳ­ການ​ຢູ່​ໂອ​ຕະ​ວາ ປະ­ເທດ​ກາ​ນາ​ດາ ປີ 1997ໄດ້​ປະ­ຈຳ­ການ​ຢູ່​ນະ­ຄອນ​ໂຮ່​ຈິ​ມິນ ສ.ສ ຫວຽດ­ນາມ ປີ 2004ໄດ້​ເປັນ​ຫົວ­ໜ້າ​ພະ​ແນກ​ພິ­ທີ­ການ ກົມ​ພິ­ທີ­ການ​ທູດ ປີ 2008ໄດ້​ເປັນ​ເອກ​ອັກ​ຄະ​ຣາ​ຊະ​ທູດ​ທີ່​ປຶກ­ສາ​ສະ­ຖານ­ທູດ​ໄທ ປະ­ຈຳ​ວໍ​ຊີງ​ຕັນ ແລະ ປີ 2011ໄດ້​ເປັນ​ກົງ​ສູນ​ໃຫຍ່​ປະ­ຈຳ​ແຂວງ​ສະ­ຫວັນ​ນະ​ເຂດ.

ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
Divider
ຄໍາເຫັນຂອງທ່ານຜູ້ອ່ານ ຄໍາເຫັນຂອງທ່ານຜູ້ອ່ານ
ສະແດງຄວາມຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ:
ອີເມວ:
ເນື້ອໃນ:
14 + 7 =
ກະລຸນາໃຫ້ຄໍາຄິດຄໍາເຫັນໃນທາງສ້າງສັນ
Advertise
ອອກແບບ ແລະ ພັດທະນາໂດຍ: iTeen Page Rank Check
ເວລາໃນການປະມວນຜົນໜ້າເວັບ: 0.0352 ວິນາທີ.
Apycom jQuery Menus
Powered by iTeen 020 54644729