
ຕາມດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 279/ປປທ ວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ທີ່ມີຄວາມກ້າວໜ້າໃນທົ່ວປະເທດ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 36 ປີ.
ນັກໂທດທີ່ໄດ້ຮັບນະໂຍບາຍອະໄພຍະໂທດທົ່ວປະເທດມີທັງໝົດ 665 ຄົນ ຍິງ 109 ຄົນ ເປັນຄົນຕ່າງປະເທດ 25 ຄົນ ເຊິ່ງໄດ້ຮັບອະໄພຍະໂທດຜ່ອນໂທດ 538 ຄົນ ຍິງ 85 ຄົນ ຄົນຕ່າງປະເທດ 22 ຄົນ ໃນນີ້ມີ ມຽນມາ 1 ຄົນ ຫວຽດນາມ 7 ຄົນ ໄທ 1 ຄົນ ຈີນ 3 ຄົນ ແລະ ອາເມລິກາ 1 ຄົນ.
ສ່ວນຜູ້ທີ່ໄດ້ອະໄພຍະໂທດປ່ອຍຕົວມີ 119 ຄົນ ຍິງ 22 ຄົນ ຕ່າງປະເທດ 3 ຄົນ ແລະ ອະໄພຍະໂທດອອກປິ່ນປົວສຸຂະພາບ 8 ຄົນ ຍິງ 2 ຄົນ ໃນນີ້ສະເພາະຢູ່ບັນດາຄ້າຍຂອງສູນກາງໄດ້ຮັບການອະໄພຍະໂທດທັງໝົດ 326 ຄົນ ຍິງ 50 ຄົນ ຄົນຕ່າງປະເທດ 15 ຄົນ ເຊິ່ງໄດ້ອະໄພຍະໂທດຜ່ອນໂທດ 258 ຄົນ ຍິງ 36 ຄົນ ຄົນຕ່າງປະເທດ 13 ຄົນ ມຽນມາ 1 ຄົນ ຫວຽດນາມ 5 ຄົນ ໄທ 6 ຄົນ ແລະ ອາເມລິກາ 1 ຄົນ ສ່ວນອະໄພຍະໂທດປ່ອຍຕົວ 68 ຄົນ ຍິງ 14 ຄົນ ຕ່າງປະເທດ 2 ຄົນ.
ພິທິປະກາດອະໄພຍະໂທດປ່ອຍຕົວນັກໂທດໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2012 ທີ່ສະໂມສອນກົມຕຳຫຼວດໂພນພະເນົາ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມມີທ່ານພົນຈັດຕະວາ ກົງທອງ ວົງວິຈິດ ຄະນະປະຈຳພັກ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ ພ້ອມນີ້ມີທ່ານຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ບັນດາພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງ.
