10 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ໄດ້ປິ່ນປົວຄົບຕາມກຳນົດ ແຕ່ຜົນກວດຍັງມີເຊື້ອ ຕ້ອງສືບຕໍ່ນອນຕິດຕາມອາການ

    ກອງ​ປະ­ຊຸມ​ລາຍ​ງານ ແລະ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ສະ­ພາບ​ການ​ລະ­ບາດ ລວມ​ທັງ​ຜົນ­ສຳ­ເລັດ​ການ​ປະ­ຕິ­ບັດ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ COVID-19 ຈັດ​ຂຶ້ນ​ວັນ​ທີ13 ເມ­ສາ 2020 ທີ່​ກົມ​ສ່ວຍ​ສາ​ອາ­ກອນ ກະ­ຊວງ​ການ​ເງິນ ເປັນ​ປະ­ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ທັງ​ເປັນ​ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ​ພະ­ຍາດ COVID-19.

    ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ໄດ້​ລາຍ​ງານ​ວ່າ: ມາ​ຮອດ​ວັນ​ທີ 13 ເມ­ສາ 2020 ມີ​ການ​ກວດ​ວິ­ເຄາະ​ກໍ­ລະ­ນີ​ສົງ­ໄສ​ທັງ​ໝົດ 1.186 ຕົວ­ຢ່າງ ໃນ​ນັ້ນ 19 ກໍ­ລະ­ນີ ຖືກ​ຢັ້ງ­ຢືນ​ທາງ​ຫ້ອງ​ວິ­ເຄາະ​ວ່າ​ຕິດ­ເຊື້ອ COVID-19 ແລະ ຍັງ​ສືບ­ຕໍ່​ຕິດ­ຕາມ​ກໍ­ລະ­ນີ​ສຳ­ຜັດ​ໃກ້­ຊິດ​ກັບ​ຄົນ​ເຈັບ​ທັງ​ໝົດ 79 ຄົນ ເຊັ່ນ​ວ່າ: ນະ­ຄອນ­ຫຼວງ​ວຽງ​ຈັນ 49 ຄົນ ແຂວງ​ໄຊ​ສົມ­ບູນ 25 ຄົນ ນະ­ຄອນ­ຫຼວງ​ພະ​ບາງ 3 ຄົນ ແຂວງ​ຄຳ​ມ່ວນ 2 ຄົນ ແລະ ແຂວງ​ວຽງ​ຈັນ 1 ຄົນ ແລະ ເລີ່ມ​ແຕ່​ວັນ​ທີ 20 ມີ­ນາ 2020 ມີ­ແຮງ​ງານ​ລາວ​ຈຳ­ນວນ​ຫຼວງ­ຫຼາຍ ໄດ້​ເດີນ­ທາງ​ກັບ​ຈາກ​ປະ­ເທດ​ໄທ ເຂົ້າ​ຕາມ​ຈຸດ​ຊາຍ​ແດນ​ຕ່າງໆ ມີ​ທັງ​ໝົດ 113.404 ຄົນ ຖືກ​ຈຳ­ກັດ​ໂຕ​ຢູ່​ສູນ 68.534 ຄົນ ແລະ 44.870 ຄົນ ການ​ຈຳ­ກັດ​ໂຕ​ຢູ່​ເຮືອນ ໂດຍ​ຄອບ­ຄົວ​ຢັ້ງ­ຢືນ​ຮອດ​ປັດ­ຈຸ­ບັນ ຄົບ​ກຳ­ນົດ 14 ວັນ​ແລ້ວ ມີ 22.716 ຄົນ ແລະ ຍັງ​ສືບ­ຕໍ່​ຈຳ­ກັດ​ໂຕ​ຢູ່​ສູນ ແລະ ເຮືອນ​ມີ​ທັງ​ໝົດ 90.688 ຄົນ.

    ສ່ວນ​ຄົນ​ເຈັບ​ທີ່​ໄດ້​ຮັບ​ການ​ປີ່ນ​ປົວ​ນັ້ນ ແມ່ນ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 16 ຄົນ (1 ຄົນ​ຊ່ຽວ­ຊານ​ຕ່າງ­ປະ­ເທດ​ຈາກ​ບໍ­ລິ­ສັດ ພູ​ເບ້ຍ​ມາຍ​ນິງ) ໃນ​ນັ້ນ 15 ຄົນ​ມີ​ອາ­ການ​ເບົາ­ບາງ 10 ຄົນ​ແມ່ນ​ປິ່ນ­ປົວ​ຄົບ​ກຳ­ນົດ​ແລ້ວ ແຕ່​ຜົນ​ກວດ​ຍັງ​ພົບ​ເຊື້ອ​ຢູ່ ດັ່ງ­ນັ້ນ ຈຶ່ງ​ສືບ­ຕໍ່​ນອນ​ຕິດ­ຕາມ​ອາ­ການ ແລະ ປິ່ນ­ປົວ​ໃຫ້​ຢາ​ຈົນ​ຄົບ ສຳ­ລັບ​ຄົນ​ເຈັບ​ອີກ 3 ຄົນ​ທີ່​ນອນ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ແຂວງ​ຫຼວງ​ພະ​ບາງ ແມ່ນ​ອາ­ການ​ເບົາ­ບາງ ແຕ່​ຜົນ​ກວດ​ຍັງ​ພົບ​ເຊື້ອ ແລະ ສືບ­ຕໍ່​ປິ່ນ­ປົວ​ໃຫ້​ຢາ​ຈົນ​ຄົບ.

    ທ່ານ ພູ­ທອນ ເມືອງ​ປາກ ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ການ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06/ນຍ ແມ່ນ​ມີ​ຫຼາຍ​ກະ­ຊວງ ອົງ­ການ​ຂັ້ນ​ສູນ​ກາງ ແລະ ອຳ­ນາດ​ການ​ປົກ­ຄອງ​ທ້ອງ​ຖຶ່ນ ແມ່ນ​ໄດ້​ເອົາ­ໃຈ­ໃສ່​ຜັນ​ຂະ­ຫຍາຍ ມີ​ການ​ເຜີຍ­ແຜ່ ແລະ ຊີ້​ນຳ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໄດ້​ດີ​ພໍ​ສົມ­ຄວນ ເປັນ­ຕົ້ນ​ແມ່ນ​ການ​ຜັດ­ປ່ຽນ​ກັນ​ປະ­ຈຳ­ການ ການ​ຢູ່​ເຮືອນ ຫຼື ທີ່­ຢູ່​ອາ­ໄສ​ຂອງ​ຕົນ​ເອງ ບໍ່​ເດີນ­ທາງ​ໄປ​ທ້ອງ­ຖິ່ນ​ອື່ນ ບໍ່​ຈັດ​ກິດ­ຈະ­ກຳ ຫຼື ໂຮມ​ຊຸມ­ນຸມ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ເກີນ 10 ຄົນ ແລະ ອື່ນໆ.

error: Content is protected !!