ວັນທີ 01 ມີນາ 2011 - ເວລາ 12:22:22 ເບິ່ງ 577
ວັນອັງຄານ ທີ 01 ມີນາ 2011
ລາ ລີກາ
ເອສປັນຢອນ ພົບ ມາຢໍກາ ເວລາ 02.00 ມ TrueSport 4 (Ch 104)
ເດເອຟເບ ໂພຄາລ
ດຸ໋ຍສ໌ບວກ ພົບ ຄ໊ອດບຸສ ເວລາ 02.30 ມ TrueSport 3 (Ch 103)
ເອຟເອ ຄັບ
ເອຟເວີຕັນ ພົບ ເຣດດິງ ເວລາ 02.30 ມ TrueSport 3 (Ch 103)
ພຣີເມຍລີກ
ເຊວຊີ ພົບ ແມນຯຢູໄນເຕັດ ເວລາ 02.45 ມ TrueSport 1 (Ch 101)
ວັນທີ 01 ມີນາ 2011 - ເວລາ 12:21:23 ເບິ່ງ 563
ບາເຊໂລນ່າ ແລະ ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວຕາມລ່າສອງນັກເຕະທີ່ດີທີ່ສຸດຈາກສະໂມສອນຣິວ ມາດຣິດ ຕາມລາຍງານຂອງມາກາ ສື່ດັງຂອງແອສະປາຍ.
ວັນທີ 01 ມີນາ 2011 - ເວລາ 12:20:16 ເບິ່ງ 566
ເຂົ້າທຳນອງແລ້ວເສິກຂ້າຂຸນພົນເສຍແລ້ວສຳລັບທ່ານໂຣມັນ ອະບຣາໂມວິຊ ມະຫາເສດຖີເຈົ້າຂອງທິມເຊວຊີ ຫລັງກຽມເຂ່ຍຈອນ ເທີຣີ່, ແຟຣງ ແລມພາດ ແລະ ດິດິເຢ ດຣອກບາ ສາມຜູ້ຊົງອິດທິພົນອອກຈາກຖິ່ນສະແຕມຟອດ ບຣິດ ສັງເວີຍຜົນງານທີ່ຕົກຕໍ່າໃນລະດູການນີ້.
ວັນທີ 01 ມີນາ 2011 - ເວລາ 12:19:11 ເບິ່ງ 530
ຄຣິສ ສະມອນລິ່ງ ກອງຫລັງດາວຮຸ່ງຂອງແມນຯຢູໄນເຕັດ ກ່າວຢືນຢັນວ່າເກມວັນອັງຄານນີ້ຕົນ ພ້ອມຮັບມືກັບຍອດດາວຍິງເຊວຊີທຸກຄົນ ເນື່ອງຈາກແມນຯຢູໄນເຕັດກຳລັງຫ້າວ ບໍ່ມີຕັ້ງຮັບຢ່າງດຽວແນ່ນອນ ຍອມຮັບວ່າຕົນພາກພູມໃຈສຸດໆ ທີ່ຕອນນີ້ໄດ້ຮັບໂອກາດລົງສະໜາມຢ່າງຕໍ່ເນື່ອງ.
ວັນທີ 01 ມີນາ 2011 - ເວລາ 12:17:34 ເບິ່ງ 520
ທ່ານປີເຕີ ຮິວ-ວູດ ປະທານໃຫຍ່ອາເຊນອນ ໝັ້ນໃຈຜົນຂາດທຶນເລັກນ້ອຍພຽງ 2,5 ລ້ານປອນ ບໍ່ຫລວງຫລາຍເກີນກວ່າແຜນການທີ່ວາງເອົາໄວ້ ຢືນຢັນການບໍລິຫານສະໂມສອນເປັນໄປຕາມແຜນໄລຍະຍາວທຸກຢ່າງ ທັງດ້ານຂອງຄວາມສຳເລັດ ມີລຸ້ນຂັນລາງວັນໃນສະໜາມ ລວມເຖິງການບໍລິຫານຈັດການພາຍນອກທີ່ນັບວັນຍິ່ງໝັ້ນຄົງຂຶ້ນເລື້ອຍໆ.
ວັນທີ 01 ມີນາ 2011 - ເວລາ 12:16:28 ເບິ່ງ 369
ສື່ແອສະປາຍ ເປີດເຜີຍວ່າ ຣິວ ມາດຣິດ ພ້ອມປ່ອຍກາກ້າ ກອງກາງເບຣຊິນ ອອກຈາກທິມ ຫາກໄດ້ຮັບຂໍ້ສະເໜີທີ່ໜ້າພໍໃຈ ຫລັງອະດີດນັກເຕະເອຊີ ມິລານ ບໍ່ສາມາດສະແດງຟອມເກັ່ງອອກມາໄດ້ ນັບຕັ້ງແຕ່ຍ້າຍຮ່ວມ ຣິວ ມາດຣິດ ເມື່ອ 2 ປີກ່ອນ.
ວັນທີ 01 ມີນາ 2011 - ເວລາ 12:14:34 ເບິ່ງ 404
ມາຕິນ ຄາຍເມີ ນັກກ໊ອຟຊາວເຢຍລະມັນ ກາຍເປັນນັກກ໊ອຟມື 1 ຂອງໂລກຄົນໃໝ່ ຫລັງຄວ້າຮອງແຊັມການແຂ່ງຂັນກ໊ອຟລາຍການ ແອກເຊນເຈີ ແມດເພລ ແຊມປຽນຊິບ ທີ່ລັດອະຣິໂຊນາ ເມື່ອທ້າຍສັບປະດາທີ່ຜ່ານມາ ໂດຍໂຄ່ນບັນລັງ ລີເວສວູດ ນັກກ໊ອຟຊາວອັງກິດ ທີ່ຄອງມາຍາວນານ 17 ສັບ ປະດາ ແລະ ກາຍເປັນນັກກ໊ອຟຄົນທີ 14 ທີ່ເປັນມື 1 ຂອງໂລກ ນັບແຕ່ມີການປະກາດອັນດັບໂລກເມື່ອປີ 1986.
ວັນທີ 28 ກຸມພາ 2011 - ເວລາ 15:54:55 ເບິ່ງ 496
ວັນຈັນ ທີ 28 ກຸມພາ 2011
ພຣີເມຍລີກ
ສະໂຕກ ພົບ ເວສ ບຣອມ ເວລາ 03.00 ມ TrueSport 1 (Ch 101)
ກັນໂຊ່
ເອຊີ ມິລານ ພົບ ນາໂປລີ ເວລາ 02.45 ມ TrueSport 3 (Ch 103)
ວັນທີ 28 ກຸມພາ 2011 - ເວລາ 15:48:37 ເບິ່ງ 528
ພຣີເມຍລີກລະດູການໜ້າ ເຊີ ອະເລັກ ເຟີກູສັນ ຜູ້ຈັດການທິມແມນເຊສເຕີ ຢູໄນເຕັດ ຕ້ອງການຖ່າຍເລືອດຂຸມກຳລັງຂອງທິມໃໝ່ ຈຶ່ງກຽມຍື່ນເງິນ 80 ລ້ານປອນຄວ້າແກເຣດ ເບວ ແລະ ລູກາ ໂມດຣິຊ ສອງດາວດັງມາຈາກທອດແນ່ມ ຮອສເປີ.
ວັນທີ 28 ກຸມພາ 2011 - ເວລາ 15:47:43 ເບິ່ງ 519
ທ່ານໂຣມັນ ອະບຣາໂມວິຊ ປະທານສະໂມສອນເຊວຊີຍື່ນຄຳຂາດຕໍ່ ຄາໂລ ອັນເຊລອດຕິ ຜູ້ຈັດການທິມຄົນປັດຈຸບັນວ່າຕ້ອງຊະນະເລີດຂັນຢູຟ່າ ແຊັມປຽນ ລີກ ສະຖານດຽວ ບໍ່ເຊັ່ນນັ້ນຕົກຕຳແໜ່ງແນ່ນອນ ໂດຍຈະແຕ່ງຕັ້ງ ກຸສ ຮິດດິງ ມາດຳລົງຕຳແໜ່ງແທນ..