ວັນທີ 27 ເມສາ 2012 - ເວລາ 11:56:44 ເບິ່ງ 141
ສະໂມສອນເຊວຊີ ກຽມຮັບເງິນຄ່າລິຂະສິດໂທລະພາບ ຈາກຢູຟ່າ ແຊັມປຽນ ລີກ ສູງສຸດເປັນສະຖິຕິປະມານ 55 ລ້ານເອີໂຣ ຫຼັງທີມເຂົ້າຊີງໃນລາຍການນີ້ໄດ້ສຳເລັດ.
ວັນທີ 27 ເມສາ 2012 - ເວລາ 11:56:06 ເບິ່ງ 113
ໂຈເຊ່ ມູຣິນໂຢ່ ຜູ້ຈັດການທີມຄົນດັງສະແດງຄວາມປາດຖະໜາຢາກຄຸມທີມຣິວ ມາດຣິດ ຕໍ່ໄປໃນລະດູການໜ້າ ໂດຍຢືນຢັນວ່າ ຫາກສະໂມສອນຍັງຕ້ອງການຕົວກໍພ້ອມຢູ່ຕໍ່ທັນທີ.
ວັນທີ 27 ເມສາ 2012 - ເວລາ 11:55:27 ເບິ່ງ 103
ແມນເຊສເຕີ ຢູໄນເຕັດ ຈະບຸກໄປເອົາຊະນະ ແມນເຊສເຕີ ຊີຕີ ໃນເກມພຣີເມຍລີກນັດຄືນວັນຈັນທີ 30 ເມສານີ້ໃຫ້ໄດ້ ຕາມຄຳຢືນຢັນຂອງທ່ານເຊີ ອະເລັກ ເຟີກູສັນ ຜູ້ຈັດການໃຫຍ່ແຫ່ງທີມແມນເຊສເຕີ ຢູໄນເຕັດ.
ວັນທີ 27 ເມສາ 2012 - ເວລາ 11:54:30 ເບິ່ງ 119
ວັນເສົາ ທີ 28 ເມສາ 2012
ພຣີເມຍລີກ ອັງກິດ
- ສະໂຕກ ຊີຕີ ພົບ ອາເຊນອນ ເວລາ 21.00 ໂມງ TrueSport 1 (101)
- ສະວອນຊີ ຊີຕີ ພົບ ວູຟແຮມຕັນ ເວລາ 21.00 ໂມງ TrueSport 2 (102)
- ຊັນເດີແລນ ພົບ ໂບຕັນ ເວລາ 21.00 ໂມງ TrueSport 3 (103)
- ເອຟເວີຕັນ ພົບ ຟູແລ່ມ ເວລາ 21.00 ໂມງ TrueSport 4 (104)
- ວີແກນ ພົບ ນິວຄາສເຊິນ ເວລາ 21.00 ໂມງ TrueSport 5 (105)
- ເວສບຣອມວິຊ ພົບ ແອສຕັນ ວິນລ່າ ເວລາ 21.00 ໂມງ TrueSport 6 (106)
- ນໍຣິຊ ຊີຕີ ພົບ ລີເວີພູນ ເວລາ 23.30 ໂມງ TrueSport 3 (103)
ວັນທີ 25 ເມສາ 2012 - ເວລາ 14:23:05 ເບິ່ງ 99
ເອພີລາຍງານເມືອວັນທີ 25 ເມສາຜ່ານມາວ່າ ເປັບ ກວາດິໂອລາ ໂຄ໊ຊທີມບາເຊໂລນາ ທີມຍິ່ງໃຫຍ່ຂອງແອັດສະປາຍ ໃຫ້ສຳພາດຫລັງເກມທີ່ບາເຊໂລນາສະເໝີເຊວຊີ 2-2 ຕົກຮອບຮອງຊະນະເລີດ ຢູຟ່າ ແຊັມປຽນລີກ ທັ້ງທີ່ທີມຄູ່ແຂ່ງເຫລືອຜູ້ຫລິ້ນ 10 ຄົນ ວ່າ ຈະພິຈາລະນາອະນາຄົດຂອງຕົວເອງໃນບໍ່ເທົ່າໃດວັນຂ້າງໜ້າ.
ວັນທີ 25 ເມສາ 2012 - ເວລາ 14:22:35 ເບິ່ງ 77
ຜົນການຈັບສະຫລາກແບ່ງສາຍເຕະບານໂອລິມປິກ ຫລື ລອນດອນເກມ 2012 ອອກມາເປັນທີ່ຮຽບຮ້ອຍແລ້ວ ໂດຍທີມເຕະບານຊາຍສະຫະລາຊະອານາຈັກ ຢູ່ໃນກຸ່ມ A ຮ່ວມກັບ ເຊເນກັນ, ສະຫະລັດອາຫລັບເອມີເຣດ ແລະ ອູຣຸກວັຍ.
ວັນທີ 25 ເມສາ 2012 - ເວລາ 14:21:57 ເບິ່ງ 55
ສະພາກໍາມະການຜູ້ຕັດສິນຂອງສະຫະພັນເຕະບານນານາຊາດ ຫຼື ຟີຟ່າ ໄດ້ມີມະຕິຈັດສົ່ງຜູ້ຕັດສິນຈຳນວນ 84 ຄົນ ຈາກ 36 ປະເທດ ໄປເຮັດໜ້າທີ່ຕັດສິນການແຂ່ງຂັນເຕະບານໃນກິລາໂອລິມປິກເກມ ຫຼື ລອນດອນເກມ 2012 ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ລະຫວ່າງວນທີ 27 ກໍລະກົດ ຫາ 12 ສິງຫານີ້ ໂດຍເຕະບານຊາຍ ຈະໃຊ້ຜູ້ຕັດສິນລວມ 16 ຄົນ ແລະ ຜູ້ຊ່ວຍຜູ້ຕັດສິນ 32 ຄົນ ຂະນະທີ່ເຕະບານເພດຍິງຈະມີຜູ້ຕັດສິນ 12 ຄົນ ແລະ ຜູ້ຊ່ວຍຜູ້ຕັດສິນ 24 ຄົນ.
ວັນທີ 25 ເມສາ 2012 - ເວລາ 14:20:49 ເບິ່ງ 66
ໜັງສືພິມສະເຕຣດ ທາມ ຂອງສິງກະໂປ ລາຍງານວ່າຮົງກົງຍັງບໍ່ໝົດຫວັງທີ່ຈະເຮັດໃຫ້ສະໂມສອນເຕະບານແມນເຊສເຕີ ຢູໄນເຕັດ ໃນພຣີເມຍລີກ ອັງກິດ ນຳຫຸ້ນມາຈົດທະບຽນຊື້-ຂາຍໃນຕະຫຼາດຫຸ້ນຮົງກົງ ຫຼັງຈາກແຜນນຳຫຸ້ນອອກມາຂາຍຕໍ່ສາທາລະນະຊົນຄັ້ງທຳອິດທີ່ສິງກະໂປເມື່ອປີທີ່ແລ້ວຕ້ອງເລື່ອນອອກໄປກ່ອນ ເພາະສະພາບຕະຫຼາດຫຸ້ນຕົກຕໍ່າ ຊຶ່ງເປັນຜົນມາຈາກວິກິດໜີ້ໃນຂົງເຂດກຸ່ມເອີຣົບ.
ວັນທີ 25 ເມສາ 2012 - ເວລາ 14:18:54 ເບິ່ງ 65
ການແຂ່ງຂັນເຕະບານພຣີເມຍລີກ ອັງກິດ ລະດູການ 2011-2012 ນັດທີ 35 ປະກົດວ່າບໍ່ມີຊື່ນັກເຕະຂອງທີມອາເຊນອນ ກັບ ລີເວີພູນ ແລະ ແມນເຊສເຕີ ຊີຕີ ຕິດໂຜທີມໂດດເດັ່ນຂອງສຳນັກຂ່າວບີບີຊີ (BBC) ຂະນະທີ່ຜູ້ຫຼິ້ນທີມນິວຄາສເຊິນ ຢູໄນເຕັດ ມີຕິດຫຼາຍສຸດເຖິງ 3 ຄົນ ຕາມມາດ້ວຍ ເຊວຊີ 2 ຄົນ ສ່ວນຈະເປັນໃຜຈາກທີມ ໃດແດ່ທີ່ຕິດໂຜທີມໂດດເດັ່ນປະຈຳສັບປະດາທີ 35 ໄປຕິດຕາມກັນໄດ້ເລີຍ.
ວັນທີ 23 ເມສາ 2012 - ເວລາ 15:10:52 ເບິ່ງ 155
ຄົນມີເງິນເຮັດຫຍັງບໍ່ໜ້າກຽດ ເມື່ອທ່ານໂຣມັນ ອະບຣາໂມວິຊ ມະຫາເສດຖີ ປະທານທີມເຊວຊີ ຍອມຈ່າຍຄ່າຊົດເຊີຍ ໃຫ້ກັບ ຣິວ ມາດຣິດ 25 ລ້ານປອນ ໄຖ່ຕົວ ໂຈເຊ່ ມູຣິນໂຢ່ ກັບຄືນສູ່ນະຄອນຫຼວງລອນດອນອີກຄັ້ງໃນລະດູການໜ້າ.