ວັນທີ 09 ກຸມພາ 2012 - ເວລາ 14:46:25 ເບິ່ງ 206
ກະທັນຫັນຈົນເກືອບບໍ່ໜ້າເຊື່ອເລີຍ ຫຼັງສະມາຄົມເຕະບານອັງກິດ (ເອຟເອ) ຢືນ¬ຢັນວ່າ ຟາບິໂອ ຄາເປວໂລ່ ຜູ້ຈັດການທີມຊາດອັງກິດຄົນປັດຈຸບັນ ໄດ້ລາອອກຈາກຕໍາແໜ່ງເປັນທີ່ຮຽບຮ້ອຍແລ້ວ.
ວັນທີ 09 ກຸມພາ 2012 - ເວລາ 14:45:08 ເບິ່ງ 173
ສະຫະພັນປະຫວັດສາດ ແລະ ສະຖິຕິເຕະບານນານາຊາດ (IFFHS) ໄດ້ເລືອກ ຈານລຸຍຈິ ບຸບຟ່ອນ ຜູ້ຮັກສາປະຕູຂອງຢູເວນຕຸສ ເປັນຜູ້ຮັກສາປະຕູທີ່ດີທີ່ສຸດໃນປະຫວັດສາດຂອງທົດສະວັດທີ 21.
ວັນທີ 09 ກຸມພາ 2012 - ເວລາ 14:43:40 ເບິ່ງ 124
ແມນເຊສເຕີ ຢູໄນເຕັດ ໄດ້ຜູ້ອຸປະຖໍາໃໝ່ອີກຄົນ ຫຼັງຫຼ້າສຸດ "ໂກລບຸນ" ຜູ້ໃຫ້ບໍລິການດ້ານການສື່ສານໄຮ້ສາຍອັນດັບ 2 ໃນປະເທດບຸນກາຣີ ເປີດເຜີຍວ່າ ພວກເຂົາໄດ້ເຊັນສັນຍາເປັນຜູ້ສະໜັບສະໜູນໃຫ້ແມນເຊສເຕີ ຢູໄນເຕັດ 3 ປີ ໂດຍຈາກສັນຍາໃນຄັ້ງນີ້ ຈະເຮັດໃຫ້ກອງເຊຍຂອງຍອດທີມແຫ່ງຖິ່ນໂອລ ແທຣບຟອດ ໃນບ້ານເກີດຂອງ ດິມິທາ ເບີບາຕອຟ ໄດ້ເຂົ້າເຖິງເລື່ອງຂອງທີມເກືອບທຸກດ້ານ.
ວັນທີ 09 ກຸມພາ 2012 - ເວລາ 14:42:40 ເບິ່ງ 101
ສະຫະພັນເຕະບານນານາຊາດ ຫຼື ຟີຟ່າ (FIFA) ໄດ້ບໍລິຈາກເງິນຈໍານວນ 250.000 ໂດລາສະຫະລັດ ຫຼື 1.992.500.000 ກີບ ໃຫ້ແກ່ຄອບຄົວຊາວອີຢິບທີ່ເສຍຊີ¬ວິດຈາກເຫດຈະລາຈົນໃນເກມເຕະບານລີກອາຊີບຂອງດິນແດນອີຢິບ ເມື່ອວັນພຸດທີ 1 ກຸມພາທີ່ຜ່ານມາ.
ວັນທີ 09 ກຸມພາ 2012 - ເວລາ 14:41:17 ເບິ່ງ 210
ແມນນີ ປາກຽວ ຍອດມວຍຊາວຟີລິບປິນ ມີແວວວ່າອາດຈະໄດ້ຂຶ້ນຟາດປາກກັບ "ພາຍຸທະ ເລຊາຍ" ທິໂມທີ ແບຣດລີ ແຊັມໂລກຮຸ່ນ ໄລ ເວວເຕີເວດ ຊາວອາເມຣິກາ ໃນວັນທີ 9 ມິຖຸນານີ້ ທີ່ເອັມຈີເອັມ ແກຣນ ລາສເວກັສ ໂດຍຕອນນີ້ເຫຼືອພຽງແຕ່ລໍຖ້າລາຍເຊັນຈາກ ປາກຽວເທົ່ານັ້ນ ຕາມການເປີດ¬ເຜີຍຂອງບັອບ ອາຣໍາ ໂປຣໂມເຕີຂອງແມນນີ ປາກຽວ.
ວັນທີ 07 ກຸມພາ 2012 - ເວລາ 16:28:02 ເບິ່ງ 118
ບາເຊໂລນ່າ ກາຍເປັນສະໂມສອນເຕະບານທໍາອິດໃນປະຫວັດສາດຂອງແອັດສະປາຍ ທີ່ຊະນະເລີດທີມໂດດເດັ່ນແຫ່ງປີໄປຄອງ ຄວ້າລາງວັນ "ລໍຣິອຸສ ເວິລດ ສະປອດ" ຫຼືອອສກາແຫ່ງວົງການກິລາໂລກ ຫຼັງສ້າງຜົນງານຄວ້າ 2 ແຊັມເມື່ອລະດູການທີ່ແລ້ວ.
ວັນທີ 07 ກຸມພາ 2012 - ເວລາ 16:26:39 ເບິ່ງ 72
ປະທານຟີຟ່າ ປະກາດກຽມເພື່ອຄືນສິດໃຫ້ສະມາຄົມເຕະບານອີຢິບ ທີ່ຖືກລັດຖະບານໃນປະເທດແຊກແຊງ ສັ່ງປົດຍົກຊຸດ ຈາກເຫດຈະລາຈົນທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 74 ຄົນ.
ວັນທີ 07 ກຸມພາ 2012 - ເວລາ 16:23:47 ເບິ່ງ 109
ທີມໂດດເດັ່ນການແຂ່ງຂັນເຕະບານພຣີເມຍລີກ ລະດູການ 2011-2012 ປະຈໍາສັບປະດາທີ 24 ພົບວ່າຜູ້ຫຼິ້ນຂອງທີມແມນເຊສເຕີ ຢູໄນເຕັດ ຕິດຫຼາຍຄົນສຸດເຖິງ 4 ຄົນ ຂະນະທີ່ ວູຟແຮມຕັນ ວັນເດີເຣີ ຕາມຈີ້ມາຕິດໆເປັນອັນດັບສອງ ຂະນະທີ່ ເຊວຊີ ແລະ ແມນເຊສເຕີ ຊີຕີ ຕິດໂຜເຂົ້າມາທີມລະຄົນດຽວ ສ່ວນຜູ້ຫຼິ້ນຄົນອື່ນໆຈະມີໃຜແດ່ໄປຕິດຕາມກັນໄດ້ເລີຍ.
ວັນທີ 07 ກຸມພາ 2012 - ເວລາ 16:21:34 ເບິ່ງ 82
ສໍານັກຂ່າວບີບີຊີ ສື່ດັງໃນອັງກິດເປີດເຜີຍວ່າ ການແຂ່ງຂັນເຕະບານຖືເປັນການແຂ່ງຂັນປະເພດດຽວໃນໂອລິມປິກ 2012 ທີ່ລອນດອນ ຊຶ່ງຍັງຂາຍບັດອອກໄປບໍ່ໝົດ ໂດຍລາຍງານລະບຸວ່າ ມີທ່າອຽງວ່າບັດຍັງເຫຼືອຢູ່ເຖິງ 1.500.000 ໃບ.
ວັນທີ 07 ກຸມພາ 2012 - ເວລາ 16:20:13 ເບິ່ງ 60
ການແຂ່ງຂັນ ອະເມຣິກັນຟຸດບອນ ຊີງແຊັມຊູເປີໂບ ຄັ້ງທີ 46 ຊຶ່ງເປັນການພົບກັນລະຫວ່າງ ຍິວຢອກ ໄຈແອນ ພົບກັບ ນິວອິງແລນ ແພທຣິອອສ ແຂ່ງກັນທີ່ສະໜາມລູຄັສ ອອຍ ສະເຕດຽມ ເມື່ອຕອນເຊົ້າວັນຈັນທີ 6 ກຸມພາຜ່ານມາ ການແຂ່ງ¬ຂັນໃນ 3 ຄໍເຕີທໍາອິດ ເປັນແພທຣິອອສ ທີ່ເປັນຝ່າຍນໍາຢູ່ກ່ອນ 17-15 ແຕ່ເກມກັບມາພິກໃນໄລຍະນາທີສຸດ ທ້າຍຂອງຄໍເຕີທີ 4 ຈາກການທັຊດາວຂອງ ຮາເໝັດ ແບຣດຊໍ ສົ່ງຜົນໃຫ້ໄຈແອນ ສາມາດເອົາຊະນະ ແພທຣິອອສ ໄປໄດ້ 21-17 ຄວ້າແຊັມຊູເປີໂບ ສະໄໝທີ 4 ໄປຄອງເປັນຜົນສໍາເລັດ ຫຼັງເຄີຍປະສົບຄວາມສໍາເລັດມາແລ້ວໃນປີ 1986, 1990 ແລະ 2007.