ຈາກ​ກ້ວຍ​ມາ­ສູ່​ປາ​ກະ­ຊັງ - ໂດຍ: ຊຽງ​ເອງ

232 12 ມິ.ນ. 2017 ນານາສາລະ

ຈາກ​ບັນ­ຫາ​ປູກ​ໝາກ­ກ້ວຍ ໄດ້​ກາຍ​ມາ​ເປັນເລື່ອງ​ອື່ນ​ຕໍ່​ໄປ ອັນ​ໄດ້​ເຮັດ​ໃຫ້​ສັງ­ຄົມ​ຕ້ອງ​ຕິດ­ຕາມສິ້ງ​ຊອມ​ເບິ່ງ​ພຶດ­ຕິ​ກຳຂອງ​ການ​ທຳ​ມາ​ຫາ​ກິນຂອງ​ຄົນ​ຕ່າງ​ດ້າວ​ຈຳ­ນວນ​ໜຶ່ງ ​ທີ່​ແສນ​ສະ­ດວກ​ສະ­ບາຍ​ໃນ​ປະ­ເທດ​ເຮົາ ເນື່ອງ​ຈາ​ກວ່າ​ມີ​ປາ­ກົດການ​ຄົນ​ຕ່າງ​ດ້າວທ້າວ​ຕ່າງ​ແດນ​ດັ່ງ­ກ່າວ ​ໄດ້​ຫັນ​ມາ​ລ້ຽງ​ປາ​ກະ­ຊັງໃສ່​ສາຍ​ນ້ຳ​ສາຍ​ໜຶ່ງ ເຊິ່ງ​ເປັນສາ­ຂາ​ຂອງ​ແມ່­ນ້ຳ​ຂອງ​ໃນ​ຂົງ­ເຂດ​ນະ­ຄອນ­ຫຼວງ ແທນ​ຄົນ​ທ້ອງ­ຖິ່ນ ຄາດ​ວ່າ​ຄົງ​ມີ​ບັນ­ຫາ​ໃນ​ການລົງ­ທຶນ ຫຼື ຂາດ​ຄວາມ​ສາ­ມາດ​ເຂົ້າ​ຫາ​ແຫຼ່ງ​ທຶນ…

ດັ່ງ­ນັ້ນ ຜູ້​ມີ​ທຶນ ຫຼື ມີ​ໂວ­ຫານ ຈຶ່ງ​ມີ​ໂອ­ກາດທຳ​ການ​ເຂົ້າ​ສຽບ​ແທນ​ໝ້ອງ​ປັບ ພໍ​ປານ​ທິມ​ເຕະບານ ເມື່ອ​ນັກ­ກີ­ລາ​ຜູ້​ໜຶ່ງເມື່ອຍ ຜູ້​ສຳ­ຮອງ​ກໍ​ຍ່ອມລົງ​ປ່ຽນ​ແທນ ແຕ່​ໃນ​ຕົວ​ຈິງປາ­ກົດ­ການ​ຊື່​ຜູ້​ລ້ຽງປາ​ກະ­ຊັງ​ລາຍ​ໃໝ່​ ຈຶ່ງ​ມີ​ຊື່​ຂອງ​ບັນ­ດາ​ອາ...  ທັງຫຼາຍ​ລົງ​ເພິ່ມ​ເຕີມ ແຕ່​ຜັດ​ຫຼາຍ​ຈົນ​ກາຍ​ຜິດ​ສັງເກດ​ ເປັນ​ບານ​ສະ­ພັ້ງ​ຂຶ້ນ​ຕາມ​ແຄມ​ຝັ່ງ​ນ້ຳ ຍ້ອນແນວ​ນັ້ນ ບັນ­ຫາ​ຈຶ່ງຕັ້ງ​ຂຶ້ນ​ເພື່ອ​ເປັນ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ສົນ­ໃຈ​ຕໍ່​ສິ່ງ​ດັ່ງ­ກ່າວ ແລະ ຜູ້​ທີ່​ມີ​ສ່ວນ​ກ່ຽວ­ຂ້ອງ​ວ່າ:

- ຄົນ​ຕ່າງ­ປະ­ເທດ ຫຼື ຕ່າງ​ດ້າວ ທີ່​ເຂົ້າ​ມາ​ອາໄສ​ຢູ່​ຊົ່ວ­ຄາວ​ໃນ​ດິນ​ລາວ ​ທຳ​ມາ​ຫາ​ກິນ​ແນວ­ໃດ​ກໍ່ໄດ້​ໝົດ​ບໍ?.

- ພາກ­ສ່ວນ​ກ່ຽວ­ຂ້ອງ​ເຄີຍ​ເຂົ້າ​ຫຍຸ້ງ​ກ່ຽວ​ເລື່ອງການ​ກຳ­ນົດ​ອະ­ນຸ­ຍາດ ​ໃຫ້​ມີ​ການ​ລ້ຽງ​ປາ​ກະ­ຊັງ​ໃນແຫຼ່ງ​ນ້ຳ​ທຳ​ມະ​ຊາດ​ດ້ວຍ​ປະ­ລິ­ມານ​ໜ້ອຍ​ຫຼາຍເທົ່າ­ໃດ? ແລະ ເຄີຍຕິດ­ຕາມ​ກວດ­ກາ​ບໍ່​ວ່າ ​ຫົວ​ອາຫານ​ລ້ຽງ​ປາ​ທີ່​ເຂົານຳ​ມາ​ລ້ຽງ ​ບໍ່​ມີ​ສານ​ທີ່​ກໍ່​ໃຫ້ເກີດ​ຜົນ​ເສຍ​ຕໍ່​ແຫຼ່ງ​ນ້ຳ ຫຼື ການ​ຕື່ມ​ສິ່ງ​ອື່ນໆ​ທີ່​ບໍ່​ແມ່ນ​ຫົວ­ອາ­ຫານ​ລົງ​ໄປ ຫຼື ບໍ່ ເພື່ອ​ໃຫ້​ປາ​ກິນ? ເພາະ​ການ​ເຮັດ​ໃຫ້ປາ​ໃຫຍ່​ໄວ​ແຕ່​ລົງ­ທຶນ​ຈຳ­ກັດ​ນີ້ ບໍ່​ແມ່ນ​ເລື່ອງ​ອະ­ພິ­ນິ­ຫານ​ປະ­ການ​ໃດ​ ມັນ​ຕ້ອງ​ມີແນວ­ໃດ​ແນວ​ໜຶ່ງ​ພິ­ເສດ ຮ່ວມ​ທັງ​ເວ­ລາບໍ­ລິ­ໂພກນຳ​ດ້ວຍ​ວ່າ ຈະ​ບໍ່​ມີ​ຜົນ​ສະ­ທ້ອນ​ຕໍ່​ສຸ­ຂະ­ພາບ​ຂອງຄົນ​ບໍ? ຕາມ​ໄດ້​ພົບ​ປະ​ກັບ​ຄົນ​ເຂົາ­ເຈົ້າ​ໃຫ້​ຮູ້​ວ່າ ພວກ​ເຮົາ​ກະບໍ່​ບໍ­ລິ­ໂພກ​ຄື​ກັນ ເຊັ່ນ ປາ​ນິນ​ກະ­ຊັງ ໝູ​ພັນ... ເປັນ­ຕົ້ນ.

ການ​ແລກ­ປ່ຽນ​ບັນ­ຫາ​ນຳ​ກັນ​ນີ້​ແມ່ນ​ເພື່ອ​ການພັດ­ທະ­ນາ​ ເຮັດ​ໃຫ້​ຄຸນ​ນະ​ພາບ​ປາ​ກະ­ຊັງ​ເຊິ່ງ​ສັງຄົມ​ເຮົາ​ຕ້ອງ​ອາ­ໄສ​ໄພເພິ່ງ ໂດຍ​ສະ­ເພາະຜູ້​ດ້ອຍໂອ­ກາດ​ກິນ​ປາ​ນ້ຳ­ຂອງ ກໍ່​ຄືຜູ້​ມີ​ລາຍ​ຮັບ​ຈຳ­ກັດ ໄດ້​ຝາກ​ທ້ອງ​ຝາກ​ໄສ້​ນຳ​ປາ​ກະ­ຊັງ​ໄດ້​ຢູ່​ລອດປອດໄພ ​ຕໍ່​ການ​ສ່ຽງ​ໄພ​ຕ່າງໆ​ຍ້ອນ​ບໍ­ລິ­ໂພກ ສຳ­ຄັນ​ອີກປະ­ການ​ໜຶ່ງ ​ຕ້ອງ​ເຂົ້າ­ໃຈ​ນຳ​ກັນ​ວ່າ ສາຍ​ນ້ຳ​ດັ່ງກ່າວ​ຍັງ​ເປັນແຫຼ່ງ​ສະ­ໜອງ​ນ້ຳ​ດິບ​ໃຊ້​ເຮັດ​ນ້ຳ​ປະປາ​ລ້ຽງ​ຄົນ​ນະ­ຄອນ­ຫຼວງ ເປັນ​ສາຍ​ນ້ຳ​ແຫ່ງ​ການປູກ­ຝັງ​ລ້ຽງ­ສັດ ທ່ອງ​ທ່ຽວ ແລະ ການ​ຄົມ­ນາ­ຄົມອີກ ການ​ແລກ­ປ່ຽນ​ນຳ​ກັນ​ແມ່ນ​ເພື່ອ​ການ​ຄົ້ນ­ຄວ້າຫາ​ທາງ​ອອກ ຍັງ​ດີ​ກວ່າ​ເມື່ອ​ມີ​ບັນ­ຫາ​ບານ​ປາຍ ແລ້ວຈຶ່ງ​ແກ້​ ດັ່ງ​ບັນ­ຫາ​ປູກ​ໝາກ­ກ້ວຍ​ທີ່​ຜ່ານ​ມາ.

ຂ່າວທີ່ກ່ຽວຂ້ອງ